ກອງປະຊຸມຄົບຄະນະບໍລິຫານງານພັກ ນວ ອັດລົງດ້ວຍຜົນສໍາເລັດຈົບງາມ

    ກອງປະຊຸມຄົບຄະນະບໍລິຫານງານພັກນະຄອນຫຼວງວຽງຈັນ (ນວ) ຄັ້ງທີ 5 ສະໄໝທີ VII ໄດ້ດໍາເນີນມາແຕ່ວັນທີ 27 ທັນວາ ເປັນຕົ້ນມາ ແລະ ໄດ້ອັດລົງດ້ວຍຜົນສໍາເລັດຢ່າງຈົບງາມ ວັນທີ 29 ທັນວາ 2021 ທີ່ອົງການປົກຄອງ ນວ ເປັນປະທານຂອງ ສະຫາຍ ອານຸພາບ ຕຸນາລົມ ຄະນະເລຂາທິການສູນກາງພັກ ເລຂາຄະນະພັກນະຄອນຫຼວງວຽງຈັນ ມີສະຫາຍ ອາດສະພັງທອງ ສີພັນດອນ ກໍາມະການສູນກາງພັກ ຮອງເລຂາຄະນະພັກ ເຈົ້າຄອງ ນວ ພ້ອມດ້ວຍບັນດາກຳມະການປະຈໍາພັກ ຄະນະພັກ ແລະ ຄະນະພັກຮາກຖານອ້ອມຂ້າງ ນວ ເຂົ້າຮ່ວມ.

    ກອງປະຊຸມໄດ້ຮັບຟັງການລາຍງານ ແລະ ພິຈາລະນາຮັບຮອງເອົາບັນຫາສໍາຄັນຂອງຄະນະບໍລິຫານງານພັກ ນວ ດັ່ງນີ້ ຮັບຟັງການລາຍງານ ແລະ ໃຫ້ທິດຊີ້ນໍາຕໍ່ບົດສະຫຼຸບການນໍາພາວຽກງານຮອບດ້ານຂອງຄະນະບໍລິຫານງານພັກ ນວ ໃນໄລຍະ 1 ປີຜ່ານ (ສະໄໝທີ VII) ໂດຍພື້ນຖານ ເຫັນດີຮັບຮອງເອົາຮ່າງບົດສະຫຼຸບການນໍາພາວຽກງານຮອບດ້ານຂອງຄະນະບໍລິຫານງານພັກ ນວ ໃນໄລຍະ 1 ປີຜ່ານມາ ແລະ ແຜນວຽກຈຸດສຸມປີ 2022 (ສະໄໝທີ VII) ໃຫ້ເອົາໃຈໃສ່ປັບປຸງຕື່ມບາງເນື້ອໃນ ຕາມການປະກອບຄໍາເຫັນຂອງບັນດາສະຫາຍຄະນະປະຈໍາພັກ ກໍາມະການພັກ ແລະ ການປະກອບຄໍາເຫັນຂອງແຕ່ລະພະແນກການ ພາກທິດທາງແຜນການ ໃຫ້ປັບປຸງຄືນຕໍ່ກັບພາກແຜນການ ເນື່ອງຈາກວ່າປີ 2022 ເປັນປີທີ່ຕ້ອງບຸກທະລຸໃນແຕ່ລະຂົງເຂດວຽກງານຢ່າງເປັນຮູບປະທໍາ ແລະ ຕ້ອງສາມາດຈັດຕັ້ງປະຕິບັດໄດ້.

    ກ່ຽວກັບມາດຕະການນໍາພາຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາເສດຖະກິດ-ການເງິນ ແລະ ວ່າດ້ວຍການປ້ອງກັນ ປາບປາມ ແລະ ແກ້ໄຂບັນຫາຢາເສບຕິດ ພື້ນຖານ ເຫັນດີຮັບຮອງເອົາຮ່າງບົດລາຍງານມາດຕະການນໍາພາຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ມອບໃຫ້ຄະນະພັກ-ອົງການປົກຄອງ ນວ ທຸກຂັ້ນ ສືບຕໍ່ເພີ່ມທະວີການເຜີຍແຜ່ເຊື່ອມຊຶມ 2 ວາລະແຫ່ງຊາດ ໂດຍສະເພາະ ຂໍ້ຕົກລົງວ່າດ້ວຍແຜນຜັນຂະຫຍາຍ ແລະ ແບ່ງງານການຈັດຕັ້ງປະຕິບັດວາລະແຫ່ງຊາດ ກ່ຽວກັບການແກ້ໄຂບັນຫາຢາເສບຕິດຂອງ ນວ ສະບັບເລກທີ 814/ຈນວ ຂໍ້ຕົກລົງວ່າດ້ວຍການຮັບຮອງ ແລະ ແບ່ງຄວາມຮັບຜິດຊອບຈັດຕັ້ງປະຕິບັດຜັນຂະຫຍາຍວາລະແຫ່ງຊາດ ກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນຂອງ ນວ ສະບັບເລກທີ 856/ຈນວ ຕໍ່ຖັນແຖວພະນັກງານ ສະມາຊິກພັກ ກໍາລັງປະກອບອາວຸດ ເພື່ອໃຫ້ທຸກຄົນໄດ້ເຂົ້າໃຈຢ່າງຖືກຕ້ອງ ແລະ ເຂົ້າຮ່ວມຈັດຕັ້ງປະຕິບັດຢ່າງມີຄວາມຮັບຜິດຊອບສູງ ຕໍ່ໜ້າທີ່ການເມືອງຂອງຕົນ ໃຫ້ທ່ານຮອງເຈົ້າຄອງ ນວ ຜູ້ຊີ້ນໍາວຽກງານເສດຖະກິດ ຊີ້ນໍາບັນດາເມືອງ ໂດຍສົມທົບກັບພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແລະ ພະແນກການເງິນ ນວ ເພື່ອກໍານົດສິດ ແລະ ໜ້າທີ່ຂອງອົງການປົກຄອງຂັ້ນບ້ານ ເພື່ອຈັດຕັ້ງປະຕິບັດການຈັດເກັບພາສີທີ່ດິນໃຫ້ມີປະສິດທິພາບ ແລະ ບໍ່ໃຫ້ມີການຮົ່ວໄຫຼຂອງລາຍຮັບ ມອບໃຫ້ຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບ ນວ ຊີ້ນໍາ ແລະ ປະສານສົມທົບແຕ່ລະເມືອງ ເພື່ອກໍານົດສິດ ໜ້າທີ່ ໃຫ້ແກ່ອົງການປົກຄອງຂັ້ນບ້ານ ຫຼື ຜູ້ທີ່ເປັນແກ່ນສານຂອງບ້ານນັ້ນຄືນໃໝ່ ເພື່ອຈັດຕັ້ງປະຕິບັດການແກ້ໄຂບັນຫາຢາເສບຕິດຢູ່ຮາກຖານໃຫ້ມີຄວາມຮັດກຸມກວ່າເກົ່າ ແລະ ໃຫ້ມີປະສິດທິພາບ ໃຫ້ພະແນກເຕັກໂນໂລຊີ ແລະ ການສື່ສານ ເປັນໃຈກາງ ລົງເຄື່ອນໄຫວເຮັດວຽກຮ່ວມກັບທຸກອົງການປົກຄອງທຸກຂັ້ນຂອງ ນວ ເພື່ອໃຫ້ໄດ້ນໍາໃຊ້ລະບົບສື່ສານທີ່ທາງກະຊວງເຕັກໂນໂລຊີ ແລະ ການສື່ສານໄດ້ພັດທະນາອອກມາ ເພື່ອຮັບໃຊ້ເຂົ້າໃນການບໍລິຫານລັດ ລວມທັງວຽກງານປ້ອງກັນຄວາມສະຫງົບ ໂດຍຮັບປະກັນຄວາມວ່ອງໄວ ແລະ ຮັບປະກັນການຮັກສາຄວາມລັບ.

    ກ່ຽວກັບມາດຕະການປ້ອງກັນຄວບຄຸມ ແລະ ແກ້ໄຂການລະບາດພະຍາດໂຄວິດ-19 ດ້ານຫຼັກການ ເຫັນດີຮັບຮອງເອົາບົດລາຍງານການຈັດຕັ້ງປະຕິບັດວຽກງານປ້ອງກັນ ຄວບຄຸມ ແລະ ແກ້ໄຂ ການລະບາດຂອງພະຍາດໂຄວິດ-19 ແລະ ຂໍສະແດງຄວາມຊົມເຊີຍຄະນະສະເພາະກິດ ອົງການປົກຄອງເມືອງ ບ້ານ ແລະ ພາກສ່ວນທີ່ກ່ຽວຂ້ອງ ທີ່ໄດ້ພ້ອມກັນຈັດຕັ້ງປະຕິບັດວຽກງານດັ່ງກ່າວດ້ວຍຄວາມຮັບຜິດຊອບສູງ ເຮັດໃຫ້ຈໍານວນຜູ້ຕິດເຊື້ອໃນແຕ່ລະວັນຫຼຸດລົງ ແຕ່ເຖິງແນວໃດກໍຕາມ ອັດຕາການຕິດເຊື້ອກໍ່ຍັງຖືວ່າສູງຫຼາຍ ເມື່ອທຽບໃສ່ຈໍານວນປະຊາກອນຂອງພວກເຮົາກັບຕ່າງປະເທດ ເຊິ່ງສາເຫດສໍາຄັນ ຍ້ອນສັງຄົມຍັງຂາດຄວາມຕື່ນຕົວໃນການເປັນເຈົ້າການປະຕິບັດມາດຕະການທີ່ຄະນະສະເພາະກິດກໍານົດອອກຢ່າງເຂັ້ມງວດ ເປັນຕົ້ນ ຍັງມີການເຕົ້າໂຮມຊຸມແຊວ ການລັກເປີດດໍາເນີນກິດຈະການທີ່ບໍ່ໄດ້ຮັບອະນຸຍາດ ມີຜູ້ຕິດເຊື້ອ-ຜູ້ສໍາຜັດໃກ້ຊິດຈໍານວນໜຶ່ງ ຍັງບໍ່ຈໍາກັດບໍລິເວນຕົນເອງຢ່າງເຂັ້ມງວດ ແລະ ອື່ນໆ ເຮັດໃຫ້ການຄວບຄຸມການລະບາດຂອງພະຍາດພົບຄວາມຫຍຸ້ງຍາກ ນອກນີ້ ກອງປະຊຸມໄດ້ພິຈາລະນາຮັບຮອງ ກ່ຽວກັບແຜນການຊຸກຍູ້ສົ່ງເສີມໂຄງການຜະລິດສິນຄ້າປາຍແຫຼມ ເພື່ອກຽມສົ່ງອອກພາຍຫຼັງທີ່ມີໂຄງການລົດໄຟລາວ-ຈີນ ແລ່ນຜ່ານຊ່ວງນະຄອນຫຼວງວຽງຈັນຕື່ມອີກ..

..# ຂ່າວ- ພາບ : ຂັນທະວີ

error: Content is protected !!