ສນຮລ-ກຸ່ມນັກທຸລະກິດຮ້ານອາຫານວັງວຽງ ສ້າງກິດຈະກໍາສົ່ງເສີມການທ່ອງທ່ຽວ

    ສະມາຄົມນັກທຸລະກິດຮ້ານອາຫານລາວ-ເບຍລາວ (ສນຮລ) ຮ່ວມກັບກຸ່ມນັກທຸລະກິດຮ້ານອາຫານວັງວຽງ ແຂວງວຽງຈັນ ຈັດກິດຈະກໍາທ່ອງທ່ຽວ ແລະ ແຂ່ງຂັນບານເຕະມິດຕະພາບ ເພື່ອສົ່ງເສີມການ ທ່ອງທ່ຽວພາຍໃນ “ລາວທ່ຽວລາວ” ຕາມແນວທາງນະໂຍບາຍຂອງລັດຖະບານ ກໍຄືກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ວາງອອກ ແລະ ກະກຽມຕ້ອນຮັບນັກທ່ອງທ່ຽວຕ່າງປະເທດໃນເຂດທ່ອງທ່ຽວສີຂຽວ ໃຫ້ປາກົດຜົນເປັນຈິງ ນອກນີ້ ຍັງເປັນການຮັດແໜ້ນຄວາມສາມັກຄີຮັກແພງເຊິ່ງກັນ ແລະ ກັນ ລະຫວ່າງ ສນຮລ ແລະ ກຸ່ມນັກທຸລະກິດຮ້ານອາຫານວັງວຽງ ໃຫ້ນັບມື້ແໜ້ນແຟ້ນຍິ່ງໆຂຶ້ນ.

    ກິດຈະກຳດັ່ງກ່າວ ຈັດຂຶ້ນວັນທີ 27-28 ທັນວາ 2021 ເຊິ່ງ ສນຮລ ນຳພາໂດຍທ່ານ ຄຳແພງ ເພົ້າບົວວົງ ປະທານ ສນຮລ ແລະ ກຸ່ມນັກທຸລະກິດຮ້ານອາຫານວັງວຽງ ນຳໂດຍທ່ານ ຟ້າຊັງ ລາດວົງໄຊ ມີທ່ານ ໃຈເພັດ ບູລົມ ຜູ້ຈັດການພາກເໜືອຕອນລຸ່ມ ບໍລິສັດ ເບຍລາວ ຈຳກັດ ແລະ ທ່ານ ຈັນທະໜອມ ເມກສະຫວັນ ຜູ້ຈັດການພາກນະຄອນຫຼວງວຽງຈັນ ບໍລິສັດ ເບຍລາວ ຈຳກັດ ພ້ອມດ້ວຍສະມາຊິກທັງສອງພາກສ່ວນ ເຂົ້າຮ່ວມ.

    ສໍາລັບມື້ທຳອິດ ໄດ້ພ້ອມກັນໄປທ່ຽວຊົມແຫຼ່ງທ່ອງທ່ຽວຜາຮອມວິວ ແລະ ເຂົ້າພັກຜ່ອນຢູ່ໂຮງແຮມ THE GRAND RIVERSIDE HOTEL ຈາກນັ້ນ ກໍໄດ້ລົງສະໜາມແຂ່ງຂັນກີລາບານເຕະກັບ ກຸ່ມນັກທຸລະກິດຮ້ານອາຫານວັງວຽງ ຢູ່ສະໜາມກີລາບານເຕະ ໄວຫວານວັງວຽງ ເຊິ່ງຜ່ານການແຂ່ງຂັນ ທັງສອງທີມສະເໝີກັນໄປແບບສຸດມັນ 12-12 ປະຕູ ສ່ວນມື້ທີສອງ ກໍໄດ້ພ້ອມກັນໄປທ່ອງທ່ຽວ ແລະ ຖ່າຍ ຮູບພາບຢູ່ສະຖານທີ່ທ່ອງທ່ຽວຕ່າງໆຢ່າງຄືກຄື້ນ.

..# ຂ່າວ- ພາບ : ສະບາໄພ

error: Content is protected !!