ເຝິກອົບຮົມການວາງແຜນການຜະລິດໄລຍະລະດູແລ້ງໃຫ້ກຸ່ມກະສິກໍາອິນຊີ ນວ

    ໂດຍໄດ້ຮັບການສະໜັບສະໜູນຈາກອົງການໄຈກາ ຂະແໜງປູກຝັງ ພະແນກກະສິກໍາ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ (ນວ) ຈັດເຝິກອົບຮົມການວາງແຜນການຜະລິດໄລຍະລະດູແລ້ງໃຫ້ກຸ່ມກະສິກໍາອິນຊີ ນວ ວັນທີ 28 ທັນວາ 2021 ທີ່ພະແນກດັ່ງກ່າວ ເປັນປະທານຂອງທ່ານ ວາດສະໜາ ສີຈະເລີນ ຮອງຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ ນວ ມີທ່ານ ຣິໂຣຢູກິ ຊາກຸມະ ຫົວໜ້າຄະນະຊ່ຽວຊານໂຄງການພັດທະນາກະສິກໍາສະອາດ ຜູ້ຕາງໜ້າຜູ້ຮ່ວມງານຈັດຕັ້ງປະຕິບັດໂຄງການ ໜ່ວຍງານປູກຝັງເມືອງ ກຸ່ມກະສິກໍາອິນຊີ ນວ ແລະ ກຸ່ມກະສິກໍາອິນຊີແຕ່ລະບ້ານເຂົ້າຮ່ວມ. 

    ທ່ານ ວາດສະໜາ ສີຈະເລີນ ກ່າວວ່າ: ວຽກງານການຜະລິດກະສິກຳອິນຊີ ກໍຄືວຽກງານກະສິກຳສະອາດ (GAP) ເປັນວຽກງານໜຶ່ງທີ່ສຳຄັນ ທີ່ທາງພັກ ແລະ ລັດ ໂດຍສະເພາະກະຊວງກະສິກຳ ແລະ ປ່າໄມ້ ໄດ້ນະໂຍບາຍໃຫ້ຊຸກຍູ້ຂະຫຍາຍກຳລັງການຜະລິດໃຫ້ກ້ວາງຂວາງໃນຂອບເຂດທົ່ວປະເທດ ເວົ້າລວມ ເວົ້າສະເພາະໃນ ນວ ເຊິ່ງປັດຈຸບັນ ເຫັນວ່າກຸ່ມຜະລິດກະສິກຳອິນຊີ ນວ ມີ 11 ກຸ່ມ ມີສະມາຊິກທັງໝົດ 300 ຄອບຄົວ ເນື້ອທີ່ການຜະລິດ 291 ເຮັກຕາ ມີຜົນຜະລິດປະມານ 2.700 ໂຕນຕໍ່ປີ ກວມເອົາ 6 ເມືອງໃນຄື: ຫາດຊາຍຟອງ ໄຊເສດຖາ ສີໂຄດຕະບອງ ໄຊທານີ ນາຊາຍທອງ ແລະ ປາກງື່ມ ມີຕະຫຼາດຈໍາໜ່າຍຢູ່ 7 ແຫ່ງຄື: ຕະຫຼາດເດີ່ນສູນການຄ້າລາວ-ໄອເຕັກ ຫຼັກ 5 ຕະຫຼາດຊ້າງຄູ ຫ້ວຍຫົງ ດົງນາໂຊກ ວຽງຈັນເຊັນເຕີ ຕະຫຼາດອິນຊີ ແລະ ຕະຫຼາດອິນຊີທົ່ງຂັນຄໍາ ມີຜົນຜະລິດເຂົ້າມາຂາຍປະມານ 800-1.000 ໂຕນຕໍ່ປີ ມູນຄ່າ 12-14 ຕື້ກີບຕໍ່ປີ ແຕ່ລະຄອບຄົວ ມີລາຍຮັບສະເລ່ຍ 3500.000 –5.000.000 ກີບຕໍ່ເດືອນ ຕໍ່ສະພາບດັ່ງກ່າວ ເມື່ອທຽບໃສ່ໄລຍະຜ່ານມ າເຫັນວ່າກຸ່ມກະສິກຳອິນຊີມີການພັດທະນາ ແລະ ຂະຫຍາຍຂື້ນ ເປັນຕົ້ນແມ່ນການຜະລິດໃນ ນວ ແລະ ຕ່າງແຂວງ ເຊິ່ງໄດ້ຮັບໝາກຜົນສຳເລັດກໍຍ້ອນຄວາມເອົາໃຈໃສ່ຂອງລັດຖະບານ ແລະ ອົງການຈັດຕັ້ງສາກົນ ກັບງົບປະມານອຸປະກອນເຕັກນິກວິຊາການ ຈຶ່ງເຮັດໃຫ້ກຸ່ມເຂັ້ມແຂງຈົນມາຮອດປັດຈຸບັນ. 

    ເຖິງຢ່າງໃດກໍຕາມ ເຖິງວ່າໄດ້ຮັບຜົນສໍາເລັດຫຼາຍດ້ານ ແຕ່ກໍຍັງມີຫຼາຍດ້ານສິ່ງທ້າທາຍໃຫ້ແກ່ວຽກງານພັດທະນາກະສິກຳອິນຊີໃນຕໍ່ໜ້າ ເປັນຕົ້ນ ປັດຈຸບັນພວກເຮົາຍັງພົບບັນຫາພະຍາດລະບາດໂຄວິດ-19 ທຶນຮອນການຜະລິດໃນແຕ່ລະຊ່ວງລະດູ ລະບົບການຜະລິດກໍຍັງມີລັກສະນະພື້ນຖານ ຍັງບໍ່ທັນເປັນລະບົບທີທັນສະໄໝ ນຳໃຊ້ກົນຈັກ ແລະ ເຄື່ອງມືທີ່ທັນສະໄໝເຂົ້າໃນການຜະລິດ ຂະບວນການປຸງແຕ່ງແປຮູບຜະລິດຕະພັນກໍຍັງບໍ່ທັນສູງ ຄວາມຮູ້ດ້ານການວາງແຜນຜະລິດຫຼາຍກຸ່ມກໍ່ຍັງບໍ່ທັນເຂັ້ມແຂງເພື່ອຜະລິດພືດອອກມາໄດ້ຫຼາກຫຼາຍ ແລະ ຕອບສະໜອງຕໍ່ຜູ້ບໍລິໂພກ ລະບົບການຕະຫຼາດຍັງບໍ່ທັນເປັນຕ່ອງໂສ້ ແລະ ລະບົບທີ່ແນ່ນອນ ໂດຍສະເພາະຫົວໜ່ວຍທີ່ເກັບຊື້ຍັງບໍ່ທັນຂະຫຍາຍຕົວເພື່ອຮອງຮັບຜົນຜະລິດກະສິກຳອິນຊີ ສ່ວນໃຫຍ່ຊາວກະສິກອນປູກເອງ ແລະ ມາຂາຍເອງ ດັ່ງນັ້ນ ການເຝິກອົບຮົມໃນຄັ້ງນີ້ ຈະມີປະໂຫຍດຫຼາຍສໍາລັບຊາວກະສິກອນເຮົາ ແຕ່ເສຍດາຍເຮົາບໍ່ສາມາດເຕົ້າໂຮມກັນໃຫ້ໄດ້ຫຼາຍກ່ວາ 50 ຄົນ ເນື່ອງຈາກຕ້ອງປະຕິບັດຕາມມາດຕະການປ້ອງກັນພະຍາດໂຄວິດ-19 ເຮັດໃຫ້ສະມາຊິກຫຼາຍຄົນຍັງບໍ່ໄດ້ມີໂອກາດເຂົ້າມາຮຽນວາງແຜນການຜະລິດໃນໄລຍະລະດູແລ້ງ ການເຜີຍແຜ່ເຕັກນິກການວາງແຜນການຜະລິດໃຫ້ຊາວສວນ ແລະ ປັບປຸງວາງແຜນການຜະລິດເພື່ອຜົນກໍາໄລທີ່ເພີ່ມຂື້ນ ເນື່ອງຈາກການຝຶກອົບຮົມໃນມື້ນີ້ບັນດາທ່ານຈະໄດ້ຮຽນຮູ້ ເພື່ອນຳເອົາຄວາມຮູ້ດັ່ງກ່າວໝູນໃຊ້ເຂົ້າໃນການຈັດຕັ້ງປະຕິບັດຕົວຈິງ.

.

# ຂ່າວ – ພາບ : ຂັນທະວີ 

error: Content is protected !!