ບໍລິສັດດວງຜາສຸກ ໄດ້ຮັບການປະດັບຫຼຽນໄຊແຮງງານຊັ້ນ II ແລະ ຫຼຽນກາພັດທະນາ

    ພິທີປະດັບຫຼຽນໄຊແຮງງານຊັ້ນ II ແລະ ຫຼຽນກາພັດທະນາ ໃຫ້ທ່ານ ຄໍາຫຼ້າ ດວງພາສຸກ ປະທານບໍລິສັດດວງຜາສຸກ ກໍ່ສ້າງ ສ້ອມແປງຂົວ-ທາງ ເຄຫະສະຖານ ແລະ ຊົນລະປະທານ ຈໍາກັດ ຜູ້ດຽວ ປະທານກໍາມະບານຮາກຖານ ຄະນະບໍລິຫານງານກໍາມະບານນະຄອນຫຼວງວຽງຈັນ ຄະນະບໍລິຫານງານສະມາຄົມສຽງແຄນລາວ ກະຊວງຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ຄະນະທີ່ປຶກສາວຽກງານຊົນເຜົ່າ ສູນກາງແນວລາວສ້າງຊາດ ຄະນະສະມາຄົມມິດຕະພາບລາວ-ສປປ ເກົາຫຼີ ຈັດຂຶ້ນວັນທີ 29 ທັນວາ 2021 ທີ່ສໍານັກງານບໍລິສັດ ດວງຜາສຸກ ກໍ່ສ້າງສ້ອມແປງຂົວ-ທາງ ເຄຫະສະຖານ ແລະ ຊົນລະປະທານຈໍາກັດຜູ້ດຽວ ບ້ານໂນນສະຫງ່າ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໂດຍການປະດັບຂອງທ່ານນາງ ອາລີ ວົງໜໍ່ບຸນທໍາ ປະທານສູນກາງສະຫະພັນກໍາມະບານລາວ ຕາງໜ້າໃຫ້ລັດຖະບານ ມີບັນດາຮອງປະທານ ຫົວໜ້າກົມ ຮອງກົມກ່ຽວຂ້ອງ ອະດີດການນໍາສູນກາງສະຫະພັນກໍາມະບານລາວ ແລະ ພະນັກງານບໍລິສັດເຂົ້າຮ່ວມ. 

    ການປະດັບຫຼຽນຄັ້ງນີ້ ເປັນການສະແດງຄວາມຍ້ອງຍໍຊົມເຊີຍຕໍ່ທ່ານ ຄໍາຫຼ້າ ດວງພາສຸກ ທີ່ມີຜົນງານປະກອບສ່ວນວັດຖຸ ແລະ ທຶນຮອນໃຫ້ແກ່ສູນກາງສະຫະພັນກໍາມະບານລາວໃນໄລຍະຜ່ານມາ (2017-2020) ມູນຄ່າ 455.000.000 ກີບ ພ້ອມນັ້ນ ຍັງມີຜົນງານຄຸນງາມຄວາມດີປະກອບສ່ວນທຶນຮອນໃຫ້ແກ່ສູນກາງສະຫະພັນກໍາມະບານລາວ ລວມມູນຄ່າທັງໝົດ 202.200.000 ກີບ ຜົນງານດັ່ງກ່າວ ເປັນການປະກອບສ່ວນອັນສໍາຄັນໃນການພັດທະນາປະເທດຊາດ. 

    ທ່ານ ຄໍາຫຼ້າ ດວງຜາສຸກ ໃຫ້ສໍາພາດວ່າ:ມີຄວາມພາກພູມໃຈຢ່າງຍິ່ງ ທີ່ສູນກາງສະຫະພັນກໍາມະບານລາວກໍຄືລັດຖະບານທີ່ໄດ້ຍ້ອງຍໍຊົມເຊີຍປະດັບຫຼຽນໄຊແຮງງານຊັ້ນ II ແລະ ຫຼຽນກາພັດທະນາໃຫ້ແກ່ຂ້າພະເຈົ້າ ທີ່ມີຜົນງານໃນການປະກອບສ່ວນສ້າງສາ ແລະ ພັດທະນາປະເທດຊາດ ໂດຍສະເພາະ ປະກອບສ່ວນຫຼາຍຂະບວນການໃຫ້ແກ່ສູນກາງສະຫະພັນກໍາມະບານລາວໃນໄລຍະຜ່ານມາ ເປັນຕົ້ນ ການຊຸກຍູ້ກອງປະຊຸມໃຫຍ່ຂອງສູນກາງສະຫະພັນກໍາມະບານລາວ ແລະ ກອງປະຊຸມອື່ນໆທີ່ກ່ຽວຂ້ອງ ນອກນີ້ ຍັງໄດ້ປະກອບສ່ວນທາງດ້ານຂະບວນການອື່ນໆຂອງພັກຂອງຊາດ ໃນນີ້ ໄດ້ປະກອບສ່ວນເຄື່ອນໄຫວທັງວັດຖຸ ແລະ ຈິດໃຈ ລວມມູນຄ່າ 5-6 ຮ້ອຍລ້ານກີບ ເຂົ້າໃນການສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 70 ປີ..

..# ຂ່າວ- ພາບ : ຂັນທະວີ

error: Content is protected !!