ພູເບ້ຍ ມາຍນິງເຂົ້າອວຍພອນໜັງສືພິມວຽງຈັນໃໝ່


ໃນໂອກາດສົ່ງທ້າຍປີເກົ່າ 2021 ແລະ ຕ້ອນຮັບປີໃໝ່ 2022 ທີ່ຈະມີເຖິງ ວັນທີ 29 ທັນວາ 2021 ບໍລິສັດພູເບ້ຍ ມາຍນິງ ໄດ້ນຳກະຕ່າຍຂອງຂວັນເຂົ້າອວຍພອນໜັງສືພິມວຽງຈັນໃໝ່ ນຳໂດຍທ່ານ ແກ້ວເລີດສະໄໝ ທຳມະລັງສີ ທີ່ປຶກສາຂັ້ນສູງພະແນກພົວພັນສື່ສານ ບໍລິສັດພູເບ້ຍມາຍນິງ ຕ້ອນຮັບໂດຍທ່ານນາງ ແກ້ວຊ້ອນ ຈັນທະນາມ ບັນນາທິການໜັງສືພິມວຽງຈັນໃໝ່.


ການເຂົ້າອວຍພອນຄັ້ງນີ້ເປັນການສະແດງເຖິງຄວາມຮູ້ບຸນຄຸນ ແລະ ຮັດແໜ້ນການພົວພັນຮ່ວມມືເຊິ່ງກັນ ແລະ ກັນລະຫວ່າງສອງພາກສ່ວນ ໂດຍສະເພາະແມ່ນນຳສະເໜີຂໍ້ມູນຂ່າວສານການເຄື່ອນໄຫວວຽກງານຕ່າງໆຂອງບໍລິວັດພູເບ້ຍ ມາຍນິງ ໃຫ້ສັງສັງຄົມຮັບຮູ້ ແລະ ເຂົ້າໃຈ.


ໂອກາດນີ້ທ່ານນາງ ແກ້ວຊ້ອນ ຈັນທະນາມ ກໍໄດ້ສະແດງຄວາມຂອບໃຈ ແລະ ອວຍພອນມາຍັງບໍລິສັດພູເບ້ຍ ມາຍນິງໃນໂອກາດປີໃໝ່ໃກ້ຈະມາເຖິງຂໍໃຫ້ປະສົບຜົນສຳເລັດໃນໜ້າທີ່ການງານ ມີຄວາມຜາສຸກໃນຊິວີດສ່ວນຕົວ ແລະ ຄອບຄົວ ສືບຕໍ່ໃຫ້ການສະໜັບສະໜູນພາກສ່ວນຕ່າງໆກໍຄືສັງຄົມຕະຫຼອດໄປ.

error: Content is protected !!