ມື້ນີ້ ທົ່ວປະເທດມີຄົນເສຍຊີວິດຈາກພະຍາດໂຄວິດ-19 ຈຳນວນ 13 ຄົນ

    ທ່ານ ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ຕາງໜ້າຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂ ການລະບາດພະຍາດໂຄວິດ-19 ໄດ້ຖະແຫຼງຂ່າວປະຈຳວັນທີ 29 ທັນວາ 2021 ກ່ຽວກັບສະພາບການລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ລວມທັງຕົວເລກການຕິດເຊື້ອພະຍາດໂຄວິດ-19 ໃນທົ່ວໂລກ ທີ່ກະຊວງສາທາລະນະສຸກ. 

    ວັນທີ 28 ທັນວາ 2021 ທົ່ວປະເທດໄດ້ເກັບຕົວຢ່າງມາກວດຫາເຊືື້ອພະຍາດໂຄວິດ-19 ທັງໝົດ 4.714 ຕົວຢ່າງ ໃນນັ້ນ ກວດພົບເຊື້ອພະຍາດໂຄວິດ-19 ທັງໝົດ 1.042 ຄົນ ເຊິ່ງມີຄົນຕິດເຊື້ອພາຍໃນຈຳນວນ 1.040 ຄົນ ແລະ ຕິດເຊື້ອນໍາເຂົ້າ 2 ຄົນ ຂໍ້ມູນໂດຍຫຍໍ້ກ່ຽວກັບການຕິດເຊືື້ອພາຍໃນໃໝ່ 1.040 ຄົນ ຈາກ 17 ແຂວງ ແລະ ນະຄອນຫຼວງວຽງຈັນ ລາຍລະອຽດມີດັ່ງນີ້: 

  • ນະຄອນຫຼວງວຽງຈັນ 419 ຄົນ 
  • ແຂວງຫຼວງນໍ້າທາ 127 ຄົນ 
  • ອຸດົມໄຊ 92 ຄົນ 
  • ໄຊສົມບູນ 51 ຄົນ 
  • ຫຼວງພະບາງ 44 ຄົນ 
  • ວຽງຈັນ 42 ຄົນ 
  • ເຊກອງ 42 ຄົນ 
  • ບໍ່ແກ້ວ 42 ຄົນ 
  • ຊຽງຂວາງ 40 ຄົນ 
  • ສະຫັວນນະເຂດ 29 ຄົນ 
  • ບໍລິຄໍາໄຊ 25 ຄົນ 
  • ໄຊຍະບູລີ 21 ຄົນ 
  • ຈໍາປາສັກ 16 ຄົນ 
  • ຫົວພັນ 16 ຄົນ 
  • ສາລະວັນ 11 ຄົນ 
  • ຄຳມ່ວນ 11 ຄົນ 
  • ຜົ້ງສາລີ 11 ຄົນ 
  • ແຂວງອັດຕະປື 3 ຄົນ 

    ສ່ວນກໍລະນີນຳເຂົ້າ 2 ຄົນ ຈາກແຂວງຈຳປາສັກ ແລະ ແຂວງສະຫວັນນະເຂດ ແຂວງລະ 1 ຄົນ. 

    ຮອດປັດຈຸບັນ ມີຜູ້ຕິດເຊື້ອພະຍາດໂຄວິດ-19 ສະສົມຢູ່ໃນສປປ ລາວ ມີທັງໝົດ 108.782 ກໍລະນີ ແລະ ເສຍຊີວິດສະສົມທັງໝົດ 355 ຄົນ (ເສຍຊີວິດໃໝ່ 13 ຄົນ) ສຳລັບຜູ້ເສຍຊີວິດໃໝ່ຈຳນວນ 13 ຄົນ ຈາກແຂວງບໍລິຄຳໄຊ 1 ຄົນ ຫຼວງພະບາງ 1 ຄົນ ຫຼວງນ້ຳທາ 3 ຄົນ ວຽງຈັນ 3 ຄົນ ນະຄອນຫຼວງວຽງຈັນ 2 ຄົນ ຫົວພັນ 1 ຄົນ ບໍ່ແກ້ວ 1 ຄົນ ແລະ ແຂວງຊຽງຂວາງ 1 ຄົນ. 

    ໃນທົ່ວໂລກຍັງສືບຕໍ່ມີລາຍງານຄົນຕິດເຊືື້ອໃໝ່ ແລະ ເສຍຊີວິດໃໝ່ທຸກວັນ ກໍລະນີຢັ້ງຢືນຕິດເຊື້ອທັງໝົດ 283.133.383 ຄົນ (ໃໝ່ 1.190.229 ຄົນ) ເສຍຊິວິດທັງໝົດ 5.430.171 ຄົນ (ໃໝ່ 6.381 ຄົນ) ແລະ ປີ່ນປົວຫາຍດີ 251.748.607 ຄົນ (ໃໝ່ 655.012 ຄົນ).

.

# ຂ່າວ- ພາບ : ຊິລິການດາ

error: Content is protected !!