ສະມາຄົມນໍ້າປະປາລາວ ແມ່ນອົງການຈັດຕັ້ງສັງຄົມໜຶ່ງທີ່ມີສະມາຊິກວິຊາຊີບເຕັກນິກ-ວິຊາການ ແລະ ເຄື່ອນໄຫວໃນຂອບເຂດທົ່ວປະເທດ ໃນໄລຍະໜຶ່ງປີຜ່ານມາ ຫຼັງຈາກທີ່ໄດ້ຮັບການສ້າງຕັ້ງຂຶ້ນ ແລະ ຮັບຮອງຢ່າງເປັນທາງການຈາກອົງການຈັດຕັ້ງທີ່ກ່ຽວຂ້ອງ ກໍໄດ້ມີການເຄື່ອນໄຫວວຽກງານຖືກຕ້ອງຕາມແນວທາງນະໂຍບາຍຂອງພັກ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ກົດໝາຍ ລະບຽບການຂອງລັດ ແລະ ກົດລະບຽບຂອງສະມາຄົມນໍ້າປະປາລາວ ວັນທີ 28 ທັນວາ 2021 ສະມາຄົມດັ່ງກ່າວ ຈັດກອງປະຊຸມປະຈໍາປີ 2021 ໃນຮູບແບບທາງໄກ ທີ່ສໍານັກງານໃຫຍ່ລັດວິສາຫະກິດນໍ້າປະປານະຄອນຫຼວງວຽງຈັນ (ນວ) ເປັນປະທານຂອງທ່ານ ຄໍາເຜີຍ ວົງສາຄໍາຜຸຍ ຜູ້ອໍານວຍການລັດວິສາຫະກິດນໍ້າປະປາ ນວ ທັງເປັນປະທານ ສະມາຄົມນໍ້າປະປາລາວ ມີທ່ານ ວັນສະແຫວ່ງ ອຸດທະຈັກ ຫົວໜ້າກົມນໍ້າປະປາ ກະຊວງໂຍທາທິການ ແລະ ຂົນສົ່ງ ທ່ານ ໂຢຊິດະ ເອອິ ປະທານສະມາຄົມນໍ້າປະປາຍີ່ປຸ່ນ ພ້ອມດ້ວຍບັນດາຄະນະບໍລິຫານ ສະມາຊິກສະມາຄົມ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມຢູ່ກັບທີ່ ແລະ ຮູບແບບທາງໄກ.

ທ່ານ ສີພັນ ອິນເມືອງໄຊ ຮອງຜູ້ອຳນວຍການລັດວິສາຫະກິດນໍ້າປະປາ ນວ ຜູ້ອຳນວຍການສະມາຄົມນໍ້າປະປາລາວ ໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດວຽກງານປະຈໍາປີ 2021 ແລະ ທິດທາງແຜນການປີ 2022 ຂອງສະມາຄົມນໍ້າປະປາລາວ ວ່າ: ໃນ 1 ປີຜ່ານມາ ສະມາຄົມສາມາດເຕົ້າໂຮມບັນດາບຸກຄົນ ນິຕິບຸກຄົນ ຜູ້ດໍາເນີນທຸລະກິດ ຜູ້ປະກອບການກ່ຽວກັບວຽກງານນໍ້າປະປາດ້ວຍຫຼາຍຮູບແບບ ເປັນຕົ້ນ ຜູ້ຜະລິດນໍ້າປະປາ ນັກວິຊາການກໍ່ສ້າງ ນັກຄົ້ນຄວ້າ ຜູ້ຜະລິດ ສະໜອງອຸປະກອນເຄື່ອງມື ກົນຈັກ ອຸປະກອນທໍ່ນໍ້າ ແລະ ສິ່ງອໍານວຍຄວາມສະດວກນໍ້າປະປາ ເພື່ອຍົກລະດັບຄວາມຮູ້ ຄວາມສາມາດໃນວຽກງານນໍ້າປະປາໃຫ້ເຕີບໃຫຍ່ເຂັ້ມແຂງ ແລະ ຍືນຍົງ.

ປະທານຄະນະບໍລິຫານງານ ແລະ ສະມາຊິກຂອງສະມາຄົມຈຳນວນໜຶ່ງ ໄດ້ເຄື່ອນໄຫວລົງພົບປະຢ້ຽມຢາມ ແລະ ເກັບກໍາຂໍ້ມູນສະມາຊິກສາມັນເຂດພາກກາງ ແລະ ເຂດພາກໃຕ້ ສາມາດເຊື່ອມໂຍງບັນດາອົງການຈັດຕັ້ງລັດຂັ້ນມະຫາພາກ ແລະ ລັດວິສາຫະກິດ ນໍ້າປະປາທົ່ວປະເທດພາຍໃຕ້ແຜນກິດຈະກຳຂອງໂຄງການ MuWaU 2 ດ້ວຍຮູບແບບການຈັດກອງປະຊຸມປຶກສາຫາລື ແລກປ່ຽນຄວາມຄິດເຫັນ ແບ່ງປັນຂໍ້ມູນສະພາບປັດຈຸບັນ ແລະ ບັນຫາສິ່ງທ້າທາຍສຳລັບການຈັດການ-ຄຸ້ມຄອງ ວຽກງານໃດໜຶ່ງໃນການດໍາເນີນທຸລະກິດນໍ້າປະປາ ນອກນັ້ນ ຍັງໄດ້ຈັດກິດຈະກຳເຜີຍແຜ່ການຈັດຕັ້ງປະຕິບັດວຽກງານວິຊາສະເພາະປະຈຳພາກ ເພື່ອເພີ່ມທະວີຄວາມຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງໃຫ້ແກ່ພະນັກງານວິຊາການຜູ້ປະຕິບັດວຽກງານຕົວຈິງ ເຊິ່ງຈະຫັນເອົາກິດຈະກຳດັ່ງກ່າວມາເປັນວຽກງານໜຶ່ງຂອງສະມາຄົມໃນອະນາຄົດ ພ້ອມນັ້ນ ໄດ້ລະດົມປັດໄຈເປັນວັດຖຸ ແລະ ເງິນຈໍານວນໜຶ່ງຈາກສະມາຊິກສະມາຄົມຕາມຄວາມອາດສາມາດຕົວຈິງ ເພື່ອບິແບ່ງໄປຊ່ວຍເຫຼືອລັດວິສາຫະກິດນໍ້າປະປາບັນດາແຂວງ ກໍຄືສະມາຊິກຂອງສະມາຄົມທີ່ໄດ້ຮັບຜົນກະທົບຈາກໄພພິບັດທໍາມະຊາດ ແລະ ສະມາຄົມກໍ່ມີແຜນຈະສ້າງກອງທຶນຊ່ວຍເຫຼືອເຊິ່ງກັນ ແລະ ກັນອີກດ້ວຍ.

ໃນກອງປະຊຸມໄດ້ມີການມອບໃບຍ້ອງຍໍໃຫ້ຜູ້ທີ່ມີຜົນງານປະກອບສ່ວນສະໜັບສະໜູນການເຄື່ອນໄຫວວຽກງານຂອງສະມາຄົມນໍ້າປະປາລາວ ປະຈໍາປີ 2021 ຕື່ມອີກ.
..# ຂ່າວ- ພາບ : ຂັນທະວີ