ແພດໝໍ 6 ພາກສ່ວນ ໄດ້ຮັບຖົງວັດຖຸປັດໄຈຊຸກຍູ້ຈາກກອງທຶນຊ່ວຍເຫຼືອສັງຄົມ ສະພາແຫ່ງຊາດ

    ກອງທຶນຊ່ວຍເຫຼືອສັງຄົມ ສະພາແຫ່ງຊາດ ມອບຖົງວັດຖຸປັດໄຈໃຫ້ແກ່ແພດໝໍ 6 ພາກສ່ວນ ປະກອບມີ ໂຮງໝໍມະໂຫສົດ ໂຮງໝໍເສດຖາທິຣາດ ໂຮງໝໍ 103 ໂຮງໝໍມິດຕະພາບ ໂຮງໝໍແມ່ ແລະ ເດັກເກີດໃໝ່ ແລະ ສູນວິເຄາະ ແລະ ລະບາດວິທະຍາ ກະຊວງສາທາລະນະສຸກ ທີ່ປະຕິບັດໜ້າທີ່ຕິດພັນກັບການປ້ອງກັນ ສະກັດກັ້ນ ແລະ ແກ້ໄຂການແຜ່ລະບາດພະຍາດໂຄວິດ-19 ວັນທີ 28 ທັນວາ 2021 ທີ່ຫໍສະພາແຫ່ງຊາດ ໂດຍການມອບຂອງທ່ານ ຄໍາໃບ ດໍາລັດ ຮອງປະທານສະພາແຫ່ງຊາດ ທ່ານ ນາງ ວິພາວັນ ພົມວິຫານ ພັນລະຍາປະທານສະພາແຫ່ງຊາດ ທັງເປັນປະທານກອງທຶນຊ່ວຍເຫຼືອສັງຄົມ ສະພາແຫ່ງຊາດ ແລະ ທ່ານ ນາງ ມະນີວັນ ເຢຍປ່າວເຮີ ພັນລະຍາຮອງປະທານສະພາແຫ່ງຊາດ ຮອງປະທທນກໍາມາທິການວັດທະນະທໍາ-ສັງຄົມ ສະພາແຫ່ງຊາດ ແລະ ກ່າວຮັບຂອງຜູ້ຕາງໜ້າຈາກ 6 ພາກສ່ວນ ມີພະນັກງານແພດໝໍ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. 

    ທ່ານ ຄໍາໃບ ດໍາລັດ ກ່າວວ່າ: ຄວາມສາມັກຄີຮັກແພງ ແລະ ເປັນກໍາລັງໃຈຊຸກຍູ້ນໍ້າໃຈແພດໝໍ ພະນັກງານ-ລັດຖະກອນທີ່ປະຕິບັດໜ້າທີ່ໂດຍກົງ ໃນການປ້ອງກັນ ສະກັດກັ້ນ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ເຊິ່ງເວລາໃດກໍມີນໍ້າໃຈອົດທົນ ມີນໍ້າໃຈເສຍສະຫຼະເພື່ອປະເທດຊາດ ເພື່ອສ່ວນລວມ ສຸມສະຕິປັນຍາ ຄວາມຮູ້ ຄວາມສາມາດຂອງຕົນ ປິ່ນປົວສຸຂະພາບຂອງປະຊາຊົນ ພົນລະເມືອງ ຜູ້ທີ່ອາໄສຢູ່ດິນແດນ ສປປ ລາວ ທີ່ຕິດເຊື້ອພະຍາດໂຄວິດ-19 ໃຫ້ດີ ມີສຸຂະພາບແຂງແຮງ ແລະ ສາມາດດໍາລົງຊີວິດເປັນປົກກະຕິ ຜ່ານພົ້ນວິກິດການຕ່າງໆໃນສັງຄົມໃຫ້ເຂົ້າສູ່ການດໍາລົງຊີວິດແບບໃໝ່ ຍາມໃດ ແພດໝໍກໍໄດ້ສຸມທຸກເຫື່ອແຮງຢູ່ຄຽງຂ້າງຄົນເຈັບແບບບໍ່ຮູ້ອິດເມື່ອຍ ເຊິ່ງສົມແລ້ວ ທີ່ສັງຄົມໄດ້ຂະໜານນາມວ່າ ນັກຮົບເສື້ອຂາວ ຜູ້ປະຈັນບານ ສະນັ້ນ ກອງທຶນຊ່ວຍເຫຼືອສັງຄົມສະພາແຫ່ງຊາດຈຶ່ງໄດ້ມອບຖົງວັດຖຸປັດໄຈຈໍານວນໜຶ່ງ ພ້ອມເງິນສົດຊຸກຍູ້ພາກສ່ວນລະ 5 ລ້ານກີບ ເພື່ອເປັນກໍາລັງໃຫ້ໃຫ້ແພດໝໍທີ່ປະຕິບັດໜ້າທີ່ຢູ່ 6 ພາກສ່ວນ ລວມມູນຄ່າທັງໝົດ 132 ລ້ານກີບ.

# ຂ່າວ – ພາບ : ຂັນທະວີ

error: Content is protected !!