ຫົວເຫວີຍ ອວຍພອນໜັງສືພິມວຽງຈັນໃໝ່ ໂອກາດສົ່ງທ້າຍປີເກົ່າ-ຕ້ອນຮັບປີໃໝ່ ສາກົນ

    ທ່ານນາງ ອາລິສາ ສຸລິທອນ ຜູ້ຈັດການຝ່າຍປະຊາສໍາພັນ ບໍລິສັດ ຫົວເຫວີຍ ເຕັກໂນໂລຊີ (ລາວ) ຈໍາກັດຜູ້ດຽວ ນໍາກະຕ່າຂອງຂວັນ ມາອວຍພອນໜັງສືພິມວຽງຈັນໃໝ່ ເນື່ອງໃນໂອກາດສົ່ງທ້າຍປີເກົ່າ 2021 ແລະ ຕ້ອນຮັບປີໃໝ່ ສາກົນ 2022 ວັນທີ 28 ທັນວາ 2021 ຢູ່ສໍານັກງານໜັງສືພິມວຽງຈັນໃໝ່ ເຊິ່ງໃຫ້ການຕ້ອນຮັບໂດຍທ່ານນາງ ແກ້ວຊ້ອນ ຈັນທະນາມ ຫົວໜ້າບັນນາທິ ການໜັງສືພິມວຽງຈັນໃໝ່.

    ການມາອວຍພອນຄັ້ງນີ້ ນອກຈາກເປັນການອວຍພອນເນື່ອງໃນໂອກາດສົ່ງທ້າຍປີເກົ່າ 2021 ແລະ ຕ້ອນຮັບປີໃໝ່ ສາກົນ 2022 ແລ້ວ ຍັງເປັນການສືບຕໍ່ຮັດແໜ້ນຄວາມສາມັກຄີ ຮັກແພງ ແລະ ເສີມຂະ ຫຍາຍການຮ່ວມມືທີ່ມີມາແຕ່ດົນນານ ລະຫວ່າງບໍລິສັດ ຫົວເຫວີຍ ເຕັກໂນໂລຊີ (ລາວ) ຈໍາກັດຜູ້ດຽວ ແລະ ໜັງສືພິມວຽງຈັນໃໝ່ ໂດຍສະເພາະການໃຫ້ການສະໜັບສະໜູນໂຄສະນາການດໍາເນີນທຸລະກິດ ກໍຄືການຈັດກິດຈະກໍາຕ່າງໆຂອງບໍລິສັດ ຫົວເຫວີຍ ເຕັກໂນໂລຊີ (ລາວ) ຈໍາກັດຜູ້ດຽວ ທີ່ມີຕໍ່ສັງຄົມລາວ ຜ່ານໜັງສືພິມວຽງຈັນໃໝ່ ເພື່ອໃຫ້ມວນຊົນຮັບຮູ້ນັບມື້ຫຼາຍຂຶ້ນ.

    ໂອກາດນີ້ ທ່ານນາງ ແກ້ວຊ້ອນ ຈັນທະນາມ ກໍໄດ້ຕາງໜ້າໃຫ້ພະນັກງານ-ລັດຖະກອນຂອງສໍານັກງານໜັງສືພິມວຽງຈັນໃໝ່ ສະແດງຄວາມຂອບໃຈບໍລິສັດ ຫົວເຫວີຍ ເຕັກໂນໂລຊີ (ລາວ) ຈໍາກັດຜູ້ດຽວ ທີ່ໄດ້ມາອວຍພອນຄັ້ງນີ້ ເຊິ່ງໄລຍະຜ່ານມາບໍລິສັດດັ່ງກ່າວ ກໍໄດ້ສະໜັບສະໜູນການໂຄສະນາ ແລະ ອອກຂ່າວ ຜ່ານໜັງສືພິມວຽງຈັນໃໝ່ດ້ວຍດີຕະຫຼອດມາ ແລະ ຫວັງວ່າຈະໄດ້ຮັບການສະໜັບສະໜູນຕື່ມອີກໃນຕໍ່ໜ້າ ພ້ອມນີ້ທ່ານຍັງໄດ້ອວຍໃຫ້ຄະນະບໍລິຫານ ຕະຫຼອດຮອດພະນັກງານທັງໝົດຂອງບໍລິສັດ ຫົວເຫວີຍ ເຕັກໂນໂລຊີ (ລາວ) ຈໍາກັດຜູ້ດຽວ ມີສຸຂະພາບເຂັ້ມແຂງ ມີພາລານາໄມສົມບູນ ແລະ ມີຜົນສໍາເລັດໃນການດໍາເນີນທຸລະກິດ ນັບມື້ເຕີບໃຫຍ່ ແລະ ເຂັ້ມແຂງຂຶ້ນເລື້ອຍໆ

error: Content is protected !!