ແຈກຢາຍສິ່ງຂອງໃຫ້ປະຊາຊົນບ້ານຫົວຫ້າ


ໂດຍໄດ້ຮັບການປະກອບສ່ວນເຂົ້າສານອາຫານແຫ້ງຈາກຜູ້ທີ່ມີຈິດໃຈເຫຼື້ອມໃສສັດທາ ວັນທີ 19 ພະຈິກ 2021 ພະອາຈານ ບຸນຍາດ ຄໍາພູ ປະຈໍາວັດນາກໃຫຍ່ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ທັງເປັນທີ່ປຶກສາອົງການພຸດທະສາສະໜາສໍາພັນລາວ ໄດ້ນໍາສິ່ງຂອງທີ່ໄດ້ຮັບການປະກອບສ່ວນດັ່ງກ່າວ ມອບແຈກຢາຍຊ່ວຍເຫຼືອປະຊາຊົນ ບ້ານຫົວຫ້າ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ຈໍານວນ 100 ຄົນທີ່ມີຄວາມຫຍຸ້ງຍາກດໍາລົງຊີວິດປະຈໍາວັນໃນສະພາຍການແປ່ລະບາດຈອງເຊື້ອພະຍາດໂຄວິດ-19.

error: Content is protected !!