ທະນາຄານຮ່ວມທຸລະກິດລາວ-ຫວຽດ ອວຍພອນໜັງສືພິມວຽງຈັນໃໝ່

    ເນື່ອງໃນໂອກາດສົ່ງທ້າຍປິເກົ່າ 2021 ແລະ ຕ້ອນຮັບປີໃໝ່ 2022 ທ່ານນາງ ແສງມະນີ ພິລາວົງ ຫົວໜ້າໜ່ວຍງານພັດທະນາເຄື່ອງໝາຍການຄ້າ ແລະ ສື່ສານມວນຊົນ ທະນາຄານຮ່ວມທຸລະກິດລາວ-ຫວຽດ ຈໍາກັດ ໄດ້ນໍາກະຕ່າຂອງຂວັນ ແລະ ປະຕິທິນຈໍານວນໜຶ່ງມາອວຍພອນໜັງສືພິມວຽງຈັນໃໝ່ ວັນທີ 22 ທັນວາ 2021 ທີ່ສໍານັກງານໜັງສືພິມວຽງຈັນໃໝ່ ໂດຍຕາງໜ້າຮັບກະຕ່າຂອງຂວັນຂອງທ່ານນາງ ແກ້ວຊ້ອນ ຈັນທະນາມ ບັນນາທິການໜັງສືພິມວຽງຈັນໃໝ່ ພ້ອມຄະນະ. 

    ໂອກາດນີ້ ທ່ານນາງ ແກ້ວຊ້ອນ ຈັນທະນາມ ໄດ້ຕາງໜ້າໃຫ້ແກ່ພະນັກງານ-ລັດຖະກອນ ພາຍໃນສໍານັກງານໜັງສືພິມວຽງຈັນໃໝ່ ໄດ້ສະແດງຄວາມຂອບໃຈຕໍ່ທະນາຄານຮ່ວມທຸລະກິດລາວ-ຫວຽດ ຈໍາກັດ ທີ່ໄດ້ມາອວຍພອນໃນຄັ້ງນີ້ ເຊິ່ງເປັນການຮັດແໜ້ນຄວາມສາມັກຄີ ແລະ ເສີມຂະຫຍາຍສາຍພົວພັນໃຫ້ການສະໜັບສະໜູນເຊິ່ງກັນ ແລະ ກັນຕະຫຼອດມາ ລະຫວ່າງໜັງສືພິມວຽງຈັນໃໝ່ ແລະ ທະນາຄານດັ່ງກ່າວ ພ້ອມນັ້ນ ຍັງອວຍໄຊໃຫ້ພອນຄະນະບໍລິຫານ ຕະຫຼອດຮອດພະນັກງານຫຼັກແຫຼ່ງພາຍໃນທະນາຄານຮ່ວມທຸລະກິດລາວ-ຫວຽດ ຈົ່ງມີສຸຂະພາບເຂັ້ມແຂງ ທຸລະກິດມີຄວາມຈະເລີນກ້າວໜ້າ ແລະ ປະສົບຜົນສໍາເລັດສົມຫວັງທຸກປະການ.

# ຂ່າວ- ພາບ : ຂັນທະວີ

error: Content is protected !!