ທ່ານ ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ລາຍງານໃຫ້ຮັບຊາບ ກ່ຽວກັບສະພາບການລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ປະຈໍາວັນທີ 22 ທັນວາ ປີ 2021 ຢູ່ກະຊວງສາທາລະນະສຸກ ວ່າ: ວັນທີ 21 ທັນວາ 2021 ທົ່ວປະເທດໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອໂຄວິດ-19 ທັງໝົດ 4.844 ຕົວຢ່າງ ໃນຂອບເຂດທົ່ວປະເທດ ແລະ ພົບເຊື້ອທັງໝົດ 1.341 ຄົນ (ຕິດເຊື້ອພາຍໃນ ມີ 1.340 ຄົນ ແລະ ຕິດເຊື້ອນໍາເຂົ້າ 1 ຄົນ). ຂໍ້ມູນໂດຍຫຍໍ້ກ່ຽວກັບການຕິດເຊືື້ອພາຍໃນໃໝ່ທັງໝົດ 1.340 ຄົນ ຈາກ 17 ແຂວງ ແລະ ນະຄອນຫຼວງວຽງຈັນ ມີລາຍລະອຽດ ດັ່ງນີ້:

- ນະຄອນຫຼວງ 640 ຄົນ
- ບໍ່ແກ້ວ 201 ຄົນ
- ອຸດົມໄຊ 111 ຄົນ
- ຫຼວງພະບາງ 74 ຄົນ
- ຫຼວງນໍ້າທາ 71 ຄົນ
- ຜົ້ງສາລີ 60 ຄົນ
- ສະຫັວນນະເຂດ 28 ຄົນ
- ວຽງຈັນ 26 ຄົນ
- ບໍລິຄໍາໄຊ 22 ຄົນ
- ຈໍາປາສັກ 20 ຄົນ
- ຊຽງຂວາງ 19 ຄົນ
- ຄໍາມ່ວນ 15 ຄົນ
- ໄຊສົມບູນ 15 ຄົນ
- ໄຊຍະບູລີ 14 ຄົນ
- ອັດຕະປື 6 ຄົນ
- ເຊກອງ 2 ຄົນ
- ຫົວພັນ 1 ຄົນ
ສ່ວນການຕິດເຊືື້ອນໍາເຂົ້າ ຂອງຜູ້ທີ່ເດີນທາງເຂົ້າປະເທດແມ່ນມີ 1 ຄົນ ຈາກແຂວງສາລະວັນ.
ຮອດປັດຈຸບັນ ມີຜູ້ຕິດເຊື້ອສະສົມຢຸ່ໃນ ສປປ ລາວ ທັງໝົດ 101.865 ກໍລະນີ ຄົນເຈັບຫາຍດີອອກໂຮງໝໍມື້ວານນີ້ 520 ຄົນ ກໍາລັງປິ່ນປົວ 11.833 ຄົນ ແລະ ເສຍຊີວິດສະສົມທັງໝົດ 288 ຄົນ (ໃໝ່ 4 ຄົນ).
ຂໍ້ມູນເບື້ອງຕົ້ນ ຜູ້ເສຍຊີວິດໃໝ່ 4 ຄົນ ລາຍລະອຽດດ່ັງນີ້:
- ເພດຍິງ ອາຍຸ 68 ປີ ອາຊີບ ຜູ້ເຖົ້າ ບ້ານໃໝ່ ເມືອງຫຼວງນໍ້າທາ ແຂວງຫຼວງນໍ້າທາ – ເຂົ້າໂຮງໝໍ: 19/12/2021 ເທັດ RDT COVID-19 (+) – ປະຫວັດພະຍາດປະຈໍາຕົວ ໄຂ່ຫຼັງຊຸດໂຊມ ແລະ ຄວາມດັນເລືອດສູງ – ບໍ່ໄດ້ຮັບການສັກວັກຊີນ – ອາການສະແດງ ຄົນເຈັບມີປະຫວັດຫົວໃຈ ແລະ ໄຂ່ຫຼັງຊູດໂຊມຊໍ້າເຮືອ ບໍ່ໄດ້ຮັບການຟອກເລືອດ ມີອາການຈືດມ້ານໄດ້ໃສ່ເລືອດປະຈໍາ ກ່ອນມາໂຮງໝໍມີອາການອິດເມື່ອຍແຮງ ຈືດມ້ານ ສະຕິງ້ວງຊືມ – ໄດ້ຕິດຕາມປີ່ນປົວ 2 ວັນ ຕິດຕາມມາຮອດເວລາ 24:30 ໂມງ ຂອງວັນທີ່ 21/12/2021 ຄົນເຈັບໄດ້ເສຍຊິວິດ
- ເພດຊາຍ ອາຍຸ 48 ປີ ອາຊີບ ຊາວນາ ບ້ານດອນສໍາພັນ ເມືອງ: ຫຼວງນໍ້າທາ, ແຂວງ: ຫຼວງນໍ້າທາ – ເຂົ້າໂຮງໝໍ: 18/12/2021 ກວດໂຄວິດ Positive – ປະຫວັດພະຍາດປະຈໍາຕົວ ໄຂ່ຫຼັງຊຸກໂຊມ ຄວາມດັນ ແລະ ເບົາຫວານ – ບໍ່ໄດ້ຮັບການສັກວັນຊີນ – ອາການສະແດງ ໄອ ຫາຍໃຈຍາກ ແໜ້ນໜ້າເອິກ – ໄດ້ຕິດຕາມປີ່ນປົວ 2 ວັນ ຕິດຕາມມາຮອດເວລາ 10:30 ໂມງ ຂອງວັນທີ່ 21/12/2021 ຄົນເຈັບໄດ້ເສຍຊິວິດ
- ເພດຍິງ ອາຍຸ 90 ປີ ບ້ານຊ້າງຄູ້ ເມືອງໄຊທານີ ນະຄອນຫຼວງວຽງຈັນ ບໍໄດ້ສັກຢາກັນພະຍາດເຂົ້າໂຮງໝໍວັນທີ 19/12/2021 ດວ້ຍອາການເມື່ອຍແຮງ ຫາຍໃຈຝຶດ ໄດ້ກວດໂຄວິດແມ່ນພົບເຊື້ອ ໄດ້ຕິດຕາມອາການປິ່ນປົວ 3 ວັນມາຮອດວັນທີ 21/12/2021 ແມ່ນໄດ້ເສຍຊິວິດ
- ເພດຍິງ ບ້ານເເກ້ວຄູນ ເມືອງວັງວຽງ ແຂວງວຽງຈັນ -ພະຍາດປະຈຳໂຕ ໄຂ່ຫຼັງຊຸດໂຊມ ເບົາຫວານ ຄວາມດັນ ແລະ ເລືອດຈາງ ເປັນມາຫຼາຍກວ່າ 10 ປີ ໄດ້ຕິດຕາມປະຈຳ ບວມທົ່ວຮ່າງກາຍມາໄດ້ 1 ເດືອນ – ບໍ່ໄດ້ສັກຢາວັກຊີນ – ວັນທີ 16/12/2021 ຄົນເຈັບມີອາການໄອ ອິດເມື້ອຍ ຫາຍໃຈຫອບ-ຝືດ ມາໄດ້ 5 ມື້ ຂາບວມທັງສອງເບື່ອງ ແໜ້ນໜ້າເອິກເປັນມາໄດ້ຫຼາຍເດືອນ ມີອາການໜັກມາໄດ້ໜຶ່ອາທີດ ຈຶ່ງມາກວດຢູ່ໂຮງໝໍ ເມືອງວັງວຽງ ພົບວ່າມີເຊື້ອໂຄວິດ ຈຶ່ງຖືກນຳສົ່ງມາສູນປີ່ນປົວໂຄວິດສູນບຳບັດຢາເສບຕິດໂພນໂຮງ. – ວັນທີ 20/12/2021 ຄົນເຈັບມີອາການອິດເມື່ອຍ ແລະ ມີອາການຊຸດໂຊມທາງລະບົບຫາຍໃຈ ເວລາ 18:00 ໂມງ ຄົນເຈັບໄດ້ເສຍຊີວິດ.
# ຂ່າວ – ພາບ : ສີພອນ