ຕະຫຼາດສົມຫວັງຫຼັກ 8 ເປີດໃຫ້ບໍລິການ ພ້ອມນະໂຍບາຍຄ່າເຊົ່າ ສະຖານທີ່ໄລຍະ 6 ເດືອນບໍ່ເກັບຄ່າ

    ທ່ານ ໂສວັນ ນຸພາບພະວົງສີ ຄະນະອໍານວຍການຕະຫຼາດສົມຫວັງຫຼັກ 8 ເມືອງຫາດຊາຍຟອງ ນະຄອນ ຫຼວງວຽງຈັນ ໄດ້ໃຫ້ສຳພາດວ່າ: ຕະຫຼາດແຫ່ງນີ້ ໄດ້ເປີດໃຫ້ບໍລິການມາແຕ່ເດືອນມິຖຸນາ 2019 ເປັນຕົ້ນມາ ແລະ ມາເຖິງວັນທີ 17 ທັນວາ 2021 ໄດ້ເປີດພິທີຢ່າງເປັນທາງການ ໂດຍໄດ້ເປີດໃຫ້ຊາວຄ້າຂາຍຢູ່ໃນນະຄອນຫຼວງ ຕ່າງແຂວງ ແລະ ຕ່າງປະເທດ ມາຊື້-ຂາຍຢູ່ສະຖານທີ່ແຫ່ງນີ້ ຕະຫຼາດດັ່ງກ່າວ ເປັນການລົງທຶນຂອງເອກະຊົນ 100% ມີທືນຈົດທະບຽນ 1 ຕື້ກີບ.

    ປັດຈຸບັນນີ້ ໄດ້ມີ 200 ກວ່າຮ້ານມາລົງທະບຽນ ໃນຈໍານວນ 400 ກວ່າຮ້ານ ສິນຄ້າທີ່ນຳມາຂ່າຍ ມີສິນຄ້າພາຍໃນ ແລະ ຕ່າງປະເທດຈໍານວນໜຶ່ງ ສີນຄ້າພາຍໃນໄດ້ແກ່: ພືດ ຜັກ ເຄື່ອງແຫ້ງ ເຄື່ອງນຸ່ງຫົ່ມ ແລະ ອື່ນໆ ສິນຄ້າມາແຕ່ປະເທດໃກ້ຄຽງເຊັ່ນ: ສສ ຫວຽດນາມ ແລະ ປະເທດໄທ ມີສີນຄ້າອາຫານທະເລ ລວມທັງຊິ້ນສ່ວນໄກ່ ໝູ ແລະ ອື່ນໆ.

    ທາງຕະຫຼາດພວກເຮົາມີບ່ອນຂາຍ ບ່ອນຈໍາໜ່າຍສິນຄ້າທີ່ຍັງຫວ່າງ ຂໍເຊີນຊວນຊາວຄ້າຂາຍມາຊື້-ຂາຍຢູ່ສະຖານທີ່ແຫ່ງນີ້ ໄລຍະນີ້ ທາງຕະຫຼາດພວກເຮົາຈະພະຍາຍາມອໍານວຍຄວາມສະດວກເຊັ່ນ: ໃຫ້ຂາຍທົດລອງ ໄລຍະ 6 ເດືອນ ໂດຍບໍ່ເກັບຄ່າເຊົ່າ ພ້ອມທັງມີນະໂຍບາຍອື່ນໆ ນອກນັ້ນ ພວກເຮົາຈະປັບປຸງພື້ນທີ່ໃຫ້ສົມວ່າເປັນຕະຫຼາດຕົວຢ່າງຢູ່ເມືອງຫາດຊາຍຟອງ ເວົ້າສະເພາະ ເວົ້າລວມຢູ່ນະຄອນຫຼວງວຽງຈັນຂອງພວກເຮົາ. 

    ໂອກາດນີ້ ຂໍຂອບໃຈນໍາອໍານາດການປົກຄອງບ້ານຫາດຊາຍຂາວ ບ້ານສົມຫັວງໃຕ້ ບ້ານສົມຫັວງເໜືອ ເມືອງຫາດຊາຍຟອງ ພະແນກອຸດສາຫະກໍາ ແລະ ການຄ້ານະຄອນຫຼວງວຽງຈັນ ທີ່ໄດ້ອໍານວຍຄວາມສະດວກໃຫ້ຕະຫຼາດຂອງພວກເຮົາຕະຫຼອດມາ ຕະຫຼາດແຫ່ງນີ້ຈະຂະຫຍາຍ ແລະ ເຕີບໃຫຍ່ ຂໍໃຫ້ພວກທ່ານຊ່ວຍຊີ້ນໍາ ໃຫ້ການສະໜັບສະໜູນດ້ວຍ.

    ທ່ານໃດສົນໃຈຢາກຈັບຈ່ອງ ສາມາດມາພົວພັນໂດຍກົງນຳຄະນະຮັບຜິດຊອບຂອງພວກເຮົາທີ່ຕະຫຼາດດັ່ງ ກ່າວຕາມໂມງເວລາລັດຖະການ.

# ຂ່າວ – ພາບ : ບຸນມີ

error: Content is protected !!