ຫຼວງນໍ້າທາ ເລັ່ງແກ້ໄຂລົດຂົນສົ່ງສິນຄ້າຢູ່ເຂດດ່ານສາກົນບໍ່ເຕັນ

    ແຫຼ່ງຂ່າວຈາກແຂວງຫຼວງນໍ້າທາ ໃຫ້ຮູ້ວ່າ: ສະພາບການຂົນສົ່ງສິນຄ້າສົ່ງອອກ ສປ ຈີນ ຢູ່ເຂດດ່ານສາກົນບໍ່ເຕັນ ແຂວງຫຼວງນໍ້າທາ ປັດຈຸບັນ ຈໍານວນລົດຂົນສົ່ງສິນຄ້ານັບມື້ເພີ່ມຂຶ້ນຢ່າງຫຼວງຫຼາຍ ພາຍຫຼັງທີ່ລັດຖະບານ ກໍຄືຄະນະສະເພາະກິດເພື່ອປ້ອງກັນ ສະກັດກັ້ນ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ໄດ້ມີມາດຕະການຜ່ອນຜັນ ໂດຍອະນຸຍາດໃຫ້ລົດຂົນສົ່ງສິນຄ້າ ນໍາສິນຄ້າຈາກ ສປປ ລາວ ອອກໄປ ສປ ຈີນໄດ້ ຈຶ່ງເຮັດໃຫ້ມີລົດຕິດຄ້າງເປັນຈໍານວນຫຼວງຫຼາຍຢູ່ເຂດດ່ານສາກົນບໍ່ເຕັນ ເພື່ອລໍາລຽງສິນຄ້າອອກໄປ ສປ ຈີນ ເຮັດໃຫ້ການສັນຈອນໄປມາຕິດຂັດ ພົບຄວາມຫຍຸ້ງຍາກ ເຊິ່ງປັດຈຸບັນ ພາກສ່ວນກ່ຽວຂ້ອງກຳລັງເລັ່ງແກ້ໄຂບັນຫາດັ່ງກ່າວ.

    ທ່ານ ພັນໂທ ລາດສະຫວ່າງ ປຣະຈິດທໍາ ຫົວໜ້າພະແນກຕໍາຫຼວດຈາລະຈອນ ກອງບັນຊາການປ້ອງກັນຄວາມສະຫງົບ ແຂວງຫຼວງນໍ້າທາ ໄດ້ໃຫ້ຮູ້ວ່າ: ສະພາບລົດຕິດຢູ່ເຂດດ່ານສາກົນບໍ່ເຕັນ ນັບແຕ່ຕົ້ນເດືອນທັນວາ 2021 ເປັນຕົ້ນມາ ໄດ້ເລີ່ມມີລົດຂົນສົ່ງສິນຄ້າຕິດຄ້າງຢູ່ລຽບຕາມແຄມທາງ ນັບແຕ່ນາເຕີຍ ຫາ ດ່ານພາສີສາກົນບໍ່ເຕັນ ມີຄວາມຍາວ 20 ກິໂລແມັດ ເພື່ອລໍຖ້າຂົນສົ່ງສິນຄ້າສົ່ງອອກໄປ ສປ ຈີນ ນັບແຕ່ວັນທີ 13 ທັນວາເປັນຕົ້ນມາ ລົດຂົນສົ່ງສິນຄ້າມາຈາກພາຍໃນແຂວງ ແລະ ແຂວງຕ່າງໆທົ່ວປະເທດເຂົ້າມາຫຼາຍເພີ່ມຂຶ້ນເລື້ອຍໆ ເຮັດໃຫ້ລົດຂົນສົ່ງສິນຄ້າຈໍານວນຫຼາຍພັນຄັນຕິດຄ້າງຢູ່ລຽບຕາມເສັ້ນທາງ ເຊິ່ງສາເຫດລົດຕິດ ຍ້ອນເສັ້ນທາງຄັບແຄບ ມີການກໍ່ສ້າງ ການປ່ອຍລົດເຂົ້າໄປ ສປ ຈີນ ມີຈໍານວນໜ້ອຍໃນແຕ່ລະວັນ.

    ຕໍ່ສະພາບດັ່ງກ່າວ ທາງພະແນກຕໍາຫຼວດຈະລາຈອນ ກອງບັນຊາການປ້ອງກັນຄວາມສະຫງົບແຂວງຫຼວງນໍ້າທາ ໄດ້ຈັດຕັ້ງກໍາລັງລົງລະບາຍລົດແອອັດດັ່ງກ່າວນັບແຕ່ວັນທີ 1 ທັນວາ ເປັນຕົ້ນມາ ພ້ອມທັງຈັດວາງກໍາລັງອອກເປັນ 3 ຊຸດ ຊຸດລະ 7-8 ຄົນ ເພື່ອປະຈໍາຢູ່ຈຸດຕ່າງໆ ພ້ອມກັນນັ້ນ ຫ້ອງວ່າການແຂວງຫຼວງນໍ້າທາກໍໄດ້ອອກແຈ້ງການເຖິງຫ້ອງວ່າການແຂວງທົ່ວປະເທດ ສະບັບເລກທີ 799 ລົງວັນທີ 17 ທັນວາ 2021 ເລື່ອງການແກ້ໄຂສະພາບລົດຕິດຢູ່ດ່ານສາກົນບໍ່ເຕັນ ແຂວງຫຼວງນໍ້າທາ ເນື່ອງຈາກວ່າໃນໄລຍະການລະບາດຂອງພະຍາດໂຄວິດ-19 ຢູ່ບັນດາແຂວງຂອງ ສປປ ລາວ ເຮັດໃຫ້ ສປ ຈີນ ເພີ່ມຄວາມເຂັ້ມງວດໃນການອະນຸຍາດໃຫ້ຄົນ ແລະ ລົດບັນທຸກສິນຄ້າເຂົ້າປະເທດ ເຊິ່ງປັດຈຸບັນ ມີລົດບັນທຸກເຂົ້າມາດ່ານສາກົນບໍ່ເຕັນປະມານ 350 ຄັນຕໍ່ມື້ ແຕ່ດ່ານຝ່າຍຈີນອະນຸຍາດໃຫ້ເຂົ້າໄປ 150 ຄັນຕໍ່ມື້ ສົ່ງຜົນໃຫ້ມີລົດບັນທຸກຂົນສົ່ງສິນຄ້າຄ້າງຢູ່ດ່ານສາກົນບໍ່ເຕັນ ແລະ ຕາມເສັ້ນທາງເປັນຈໍານວນຫຼວງຫຼາຍ ແລະ ເຮັດໃຫ້ເສັ້ນທາງເຂດນາເຕີຍ ຫາດ່ານສາກົນບໍ່ເຕັນ ມີຄວາມແອອັດ ບໍ່ສາມາດສັນຈອນໄປມາໄດ້ ສະນັ້ນ ເພື່ອແກ້ໄຂຄວາມແອອັດດັ່ງກ່າວ ແຂວງຫຼວງນໍ້າທາຈຶ່ງມີຄວາມຈໍາເປັນຕ້ອງໄດ້ໂຈະຊົ່ວຄາວການສັນຈອນຂອງລົດບັນທຸກທີ່ມີຈຸດປະສົງຈະຂົນສົ່ງສິນຄ້າຜ່ານດ່ານສາກົນບໍ່ເຕັນ-ບໍ່ຫານ ສໍາລັບສິນຄ້າທົ່ວໄປ ແມ່ນເລີ່ມໂຈະແຕ່ວັນອອກແຈ້ງການເປັນຕົ້ນໄປ ສ່ວນສິນຄ້າປະເພດກະສິກໍາ ແມ່ນເລີ່ມແຕ່ວັນທີ 19 ທັນວາ ເຖິງວັນທີ 26 ທັນວາ 2021 ທັງນີ້ກໍເພື່ອແຈ້ງໃຫ້ຫ້ອງວ່າການແຂວງທົ່ວປະເທດ ແຈ້ງໄປຍັງຂະແໜງການທີ່ກ່ຽວຂ້ອງ ຜູ້ປະກອບການໃນແຂວງຂອງຕົນຊາບ ແລະ ໃຫ້ການຮ່ວມມືໃນການແກ້ໄຂບັນຫາດັ່ງກ່າວ.

error: Content is protected !!