ໂຮງຮຽນປະຖົມ 11 ແຫ່ງ ໄດ້ຮັບການຊ່ວຍເຫຼືອໃນການປ້ອງກັນພະຍາດໂຄວິດ-19

   ໃນລະຫວ່າງວັນທີ 6-17 ທັນວາ 2021 ອົງການກາແດງລາວ ໄດ້ລົງແຈກຢາຍເຄື່ອງສຸຂະອະນາໄມປ້ອງກັນພະຍາດໂຄວິດ-19 ຈໍານວນ 1.150 ຊຸດ ໃຫ້ແກ່ນ້ອງນັກຮຽນປະຖົມຢູ່ໃນນະຄອນຫຼວງວຽງຈັນ ແລະ ແຂວງວຽງຈັນ ຈຳນວນ 11 ໂຮງຮຽນ 1.102 ຄົນ ຍິງ 610 ຄົນ.

    ສະເພາະຢູ່ນະຄອນຫຼວງວຽງຈັນ ໄດ້ແກ່ໂຮງຮຽນປະຖົມບ້ານໜອງບົວທອງ ນາຝາຍ ໂຄກສາ ດອນໄຮ່ ເວີນກະເບົາ ຊຽງແລນາ ແລະ ໂຮງຮຽນປະຖົມບ້ານໂນນ ຂອງເມືອງປາກງື່ມ ແລະ ໂຮງຮຽງປະຖົມສົມບູນ ບ້ານທ່ານາສາ ແລະ ບ້ານຫ້ວຍຫຼ້າ ເມືອງສັງທອງ.

    ສຳລັບເມືອງທຸລະຄົມ ແຂວງວຽງຈັນ ໄດ້ແກ່ໂຮງຮຽນປະຖົມສົມບູນບ້ານສຸກສາລາ ແລະ ບ້ານນາຍາງ ລວມມູນຄ່າການຊ່ວຍເຫຼືອ 219 ລ້ານກີບ ເຊິ່ງໄດ້ຮັບການສະໜັບສະໜູນຈາກກາແດງ ສ ເກົາຫຼີ ໃຫ້ກຽດກ່າວມອບໂດຍທ່ານ ນາງ ໄອ່ຄຳ ສໍອິນໄຊ ຮອງຫົວໜ້າກອງໂຄສະນາ ແລະ ຂົນຂວາຍການກຸສົນ ອົງການກາແດງລາວ ແລະ ກ່າວຮັບໂດຍຜູ້ອຳນວຍການໂຮງຮຽນແຕ່ລະແຫ່ງ.

    ໂອກາດດັ່ງກ່າວ ຜູ້ຕາງໜ້າໂຮງຮຽນທີ່ໄດ້ຮັບການຊ່ວຍເຫຼືອໃນຄັ້ງນີ້ ໄດ້ກ່າວສະແດງຄວາມຮູ້ບຸນຄຸນຢ່າງສູງ ຕໍ່ອົງການກາແດງລາວ ກໍຄືຄະນະນຳອົງການກາແດງລາວ ທີ່ໄດ້ໃຫ້ຄວາມສຳຄັນໃນວຽກງານຕ້ານ ແລະ ສະກັດກັ້ນພະຍາດໂຄວິດ-19 ສຳລັບເຄື່ອງທີ່ໄດ້ຮັບການຊ່ວຍເຫຼືອໃນຄັ້ງນີ້ ແມ່ນມີຄວາມສໍາຄັນຕໍ່ນ້ອງນັກຮຽນ ເພາະອີງຕາມສະພາບການໃນປັດຈຸບັນແມ່ນມີຄວາມສ່ຽງສູງທີ່ຈະໄດ້ຮັບເຊື້ອພະຍາດດັ່ງກ່າວ ແລະ ຫວັງຢ່າງຍິ່ງວ່າຈະໄດ້ຮັບການຊ່ວຍເຫຼືອຈາກອົງການກາແດງລາວໃນໂອກາດຕໍ່ໄປ.

# ຂ່າວ – ພາບ : ບຸນມີ

error: Content is protected !!