ຈາກຜົນສໍາເລັດທີ່ຍາດມາໄດ້ ເຮັດໃຫ້ ສຊປລ ແລະ ອົງການກາແດງລາວຕ້ອງໄດ້ສືບຕໍ່ການຮ່ວມມື

    ພິທີປະດັບຫຼຽນໄຊ ຊັ້ນ I ໃຫ້ແກ່ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ (ສຊປລ) ແລະ ເຊັນບົດບັນທຶກຮ່ວມມືລະຫວ່າງ ສຊປລ ແລະ ອົງການກາແດງລາວ ຈັດຂຶ້ນວັນທີ 17 ທັນວາ 2021 ຜ່ານມາ ທີ່ ສຊປລ ມີທ່ານ ອາລຸນໄຊ ສູນທະລາດ ເລຂາຄະນະບໍລິຫານງານ ສຊປລ ທ່ານ ພູທອນ ເມືອງປາກ ປະທານອົງການກາແດງລາວ ພ້ອມດ້ວຍຜູ້ຕາງໜ້າຈາກຫ້ອງການ ກົມກອງ ສູນອ້ອມຂ້າງ ສຊປລ ແລະ ອົງການກາແດງລາວເຂົ້າຮ່ວມ. 

    ໂອກາດນີ້ ທ່ານ ພູທອນ ເມືອງປາກ ໄດ້ປະດັບຫຼຽນໄຊຊັ້ນ I ໃຫ້ແກ່ ສຊປລ ທີ່ມີຜົນງານດີເດັ່ນ ປະກອບສ່ວນຂົນຂວາຍຊາວໜຸ່ມຂັ້ນຕ່າງໆໃນຂອບເຂດທົ່ວປະເທດ ບໍລິຈາກເລືອດແບບສະໝັກໃຈໂດຍບໍ່ຫວັງສິ່ງຕອບແທນ ສະໜອງເລືອດປອດໄພໃຫ້ແກ່ຄົນເຈັບຕະຫຼອດໄລຍະ 5 ປີຜ່ານມາ (2015-2019) ຜົນງານດັ່ງກ່າວ ໄດ້ເປັນການປະກອບສ່ວນຊ່ວຍເຫຼືອສັງຄົມ ພ້ອມນັ້ນ ທ່ານ ອາລຸນໄຊ ສູນນະລາດ ໃຫ້ກຽດມອບໃບຍ້ອງຍໍການຈັດຕັ້ງ ບຸກຄົນດີເດັ່ນປະກອບສ່ວນວຽກງານບໍລິຈາກເລືອດໄລຍະຜ່ານມາ ແລະ ມອບລາງວັນຊະນະການແຂ່ງຂັນສ້າງວິດີໂອສັ້ນປຸກລະດົມບໍລິຈາກເລືອດ. 

    ໃນຕອນທ້າຍ ທ່ານ ອາລຸນໄຊ ສູນນະລາດ ແລະ ທ່ານ ພູທອນ ເມືອງປາກ ໄດ້ລົງນາມເຊັນບົດບັນທຶກການຮ່ວມມືລະຫວ່າງ ສຊປລ ແລະ ອົງການກາແດງລາວ ໄລຍະປີ 2022-2025 ໂດຍຈະຍົກສູງການຮ່ວມມືຂອງທັງສອງພາກສ່ວນໃຫ້ມີການພົວພັນຮ່ວມມືກັນຢ່າງສະໜິດແໜ້ນ ເພີ່ມທະວີການປະຕິບັດວຽກງານມະນຸດສະທໍາ ວຽກງານອາສາສະໝັກຊາວໜຸ່ມໃຫ້ຫຼາຍຂຶ້ນ ກໍານົດແຜນການ ບັນດາໜ້າວຽກຕ່າງໆຂອງທັງສອງຝ່າຍທີ່ຕິດພັນກັບວຽກງານປູກລະດົມຂົນຂວາຍການບໍລິຈາກເລືອດແບບສະໝັກໃຈຂອງຊາວໜຸ່ມ ເພີ່ມທະວີການສຶກສາອົບຮົມແກ່ຄົນຮຸ່ນໃໝ່ໃຫ້ມີນໍ້າໃຈອາສາສະໝັກ ແລກປ່ຽນບົດຮຽນ ປະສົບການ ຄວາມຮູ້ໃຫ້ແກ່ອາສາສະໝັກຊາວໜຸ່ມຕະລຸມບອນ.​

error: Content is protected !!