ເຊັນບົດບັນທຶກຮ່ວມມືສ້າງຄວາມເຂັ້ມແຂງໃຫ້ຫົວໜ່ວຍທຸລະກິດ

    ພິທີເຊັນບົດບັນທຶກຮ່ວມມື ລະຫວ່າງທ່ານ ປະກາສິດ ຈັນທະປັນຍາ ປະທານສະມາຄົມໂຮງແຮມ ແລະ ຮ້ານອາຫານລາວ ແລະ ທ່ານ ສົມສັກ ແສນທະວີສຸກ ຜູ້ອໍານວຍການສູນເຝິກອົບຮົມ ການບໍລິການອົງກອນ ຈໍາກັດ ຈັດຂຶ້ນວັນທີ 20 ທັນວາ 2021 ທີ່ຮ້ານປະຕູໄຊກາເຟ ນະຄອນຫຼວງວຽງຈັນ ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. 

    ການເຊັນບົດບັນທຶກຮ່ວມກັນຄັ້ງນີ້ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດການດໍາເນີນວຽກງານເປັນໄປບົນພື້ນຖານການຮັບປະກັນຄວາມມີປະສິດທິຜົນ ໄດ້ຮັບຜົນການດໍາເນີນທຸລະກິດທີ່ດີ ແລະ ຖືກຕ້ອງສອດຄ່ອງກັນ ລະຫວ່າງຄູ່ຮ່ວມບົດບັນທຶກ ແນໃສ່ເຮັດໃຫ້ການຈັດຕັ້ງປະຕິບັດວຽກງານຜູ້ທີ່ເປັນສະມາຊິກ ແລະ ບຸກຄົນ ຫຼື ຫົວໜ່ວຍທຸລະກິດທີ່ກ່ຽວຂ້ອງ ກັບສະມາຄົມໂຮງແຮມ ແລະ ຮ້ານອາຫານ ໄດ້ຮັບຜົນປະໂຫຍດສູງສຸດ ເພື່ອສ້າງຄວາມເຂັ້ມແຂງໃຫ້ຫົວໜ່ວຍດັ່ງກ່າວ ໂດຍຜ່ານວິທີການເຝິກອົບຮົມທົ່ວໄປ ເຝິກອົບຮົມກັບທີ່ ວຽກງານທີ່ປຶກສາ ແລະ ອື່ນໆ.​

error: Content is protected !!