ສະພາແຫ່ງຊາດ ຍົກສູງຂີດຄວາມສາມາດວຽກງານສື່ມວນຊົນ

    ລະຫວ່າງວັນທີ 19-21 ທັນວາ 2021 ທີ່ເມືອງນາກາຍ ແຂວງຄຳມ່ວນ ກົມສື່ມວນຊົນຄະນະເລຂາທິ ການສະພາແຫ່ງຊາດ ຈັດຊຸດເຝິກອົບຮົມໃນຫົວຂໍ້ “ການສ້າງສາລະຄະດີ ແລະ ສຳເນົາຮູບພາບ-ວິດີໂອ” ໃຫ້ແກ່ເລຂາ ຮອງເລຂາທິການສະພາປະຊາຊົນແຂວງ ແລະ ວິຊາການຂອງແຂວງຄຳມ່ວນ ສະຫວັນນະເຂດ ສາລະວັນ ຈຳປາສັກ ເຊກອງ ແລະ ອັດຕະປື ເປັນປະທານຂອງທ່ານ ນາງ ປິ່ງຄຳ ລາຊະສິມມາ ເລຂາທິການສະພາແຫ່ງຊາດ ມີທ່ານ ນາງ ບົວກາ ແກ້ວມະນີ ເຈົ້າເມືອງນາກາຍ ພ້ອມດ້ວຍຮອງເລຂາທິ ການສະພາແຫ່ງຊາດ ເລຂາ-ຮອງເລຂາທິການສະພາປະຊາຊົນແຂວງ ຄະນະກົມ ຄະນະພະແນກ ແລະ ວິຊາການຂອງ 6 ແຂວງ ພະນັກງານວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ. 

    ເພື່ອເປັນການສ້າງຄວາມເຂັ້ມແຂງໃຫ້ແກ່ສະພາປະຊາຊົນແຂວງ ສ້າງສາລະຄະດີຜົນງານການເຄື່ອນ ໄຫວຂອງສະພາປະຊາຊົນຂັ້ນແຂວງ ນະຄອນຫຼວງ ຊຸດທີ I ເພື່ອເກັບກໍາ ສໍາເນົາຮູບພາບ ແລະ ວິດີໂອການເຄື່ອນໄຫວວຽກງານຂອງຕົນ ຍົກສູງຄຸນນະພາບຂອງວຽກງານສື່ໃນຖານະເປັນກະບອກສຽງຂອງສະພາແຫ່ງຊາດ ເພື່ອໂຄສະນາເຜີຍແຜ່ການເຄື່ອນໄຫວຂອງອົງການນິຕິບັນຍັດ ເປັນຕົ້ນແມ່ນສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ນະຄອນຫຼວງ ທັງເປັນຂົວຕໍ່ລະຫວ່າງປະຊາຊົນ ກັບຕົວແທນຂອງເຂົາເຈົ້າ ກໍຄືສະມາຊິກສະພາແຫ່ງຊາດ (ສສຊ) ແລະ ສະມາຊິກສະພາປະຊາຊົນແຂວງ (ສສຂ) ສະໜອງຂໍ້ມູນ-ຂ່າວສານ ໃຫ້ແກ່ ສສຊ ສສຂ ແລະ ປະຊາຊົນຢູ່ເຂດເລືອກຕັ້ງຕ່າງໆໃນທົ່ວປະເທດ ແລະ ເພື່ອກວດຜ່ານປື້ມບັນທຶກ “ຜູ້ແທນປະຊາຊົນ” ຂອງສະພາແຫ່ງຊາດຊຸດທີ IX ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ II. 

    ທ່ານນາງ ປິ່ງຄຳ ລາຊະສິມມາ ໄດ້ມີຄຳເຫັນໂອ້ລົມຕໍ່ຊຸດເຝິກອົບຮົມຄັ້ງນີ້ວ່າ ເພື່ອເປັນການພັດທະນາວຽກງານສື່ມວນຊົນ ສື່ອອນລາຍ ເວັບໄຊຂອງສະພາແຫ່ງຊາດ ແລະ ການສ້າງສາລະຄະດີຂອງສະພາປະຊາຊົນຂັ້ນແຂວງ ເພື່ອເຮັດໃຫ້ການເຜີຍແຜ່ຂໍ້ມູນຂ່າວສານທັນກັບສະພາບການໃນໄລຍະໃໝ່ ມີຄຸນນະພາບ ແລະ ທັນສະໄໝຍິ່ງຂຶ້ນ ລວມທັງການປະສານງານວຽກງານວິຊາສະເພາະລະຫວ່າງສະພາແຫ່ງຊາດກັບສະພາປະຊາຊົນຂັ້ນແຂວງໄດ້ມີການຫັນປ່ຽນຢ່າງຕັ້ງໜ້າ ໃນສະພາບ ແລະ ເງື່ອນໄຂໃໝ່ ພ້ອມນັ້ນກໍໄດ້ຮັບຟັງບົດຮຽນກ່ຽວກັບພື້ນຖານການຂຽນບົດສາລະຄະດີ ເຕັກນິກພື້ນຖານການຖ່າຍທຳ ແລະ ຕັດຕໍ່ ບົດຮຽນກ່ຽວກັບຄວາມຮູ້ພື້ນຖານການນຳໃຊ້ເວັບໄຊ ຫຼັກການຂຽນຂ່າວລົງສື່ອອນລາຍ ການຖ່າຍທຳນອກສະຖານທີ່ ແລະ ກວດຟີມສາລະຄະດີ ສະພາປະຊາຊົນແຂວງ ນະຄອນຫຼວງ ຈາກນັ້ນຜູ້ເຂົ້າຮ່ວມກໍໄດ້ສຸມໃສ່ຄົ້ນຄວ້າປະກອບຄໍາເຫັນ ແລະ ເກັບກຳຂໍ້ມູນຕ່າງໆໂດຍຜ່ານຮູບແບບເຝິກຫັດຕັດຕໍ່ຕົວຈິງ ນອກຈາກນີ້ ກໍໄດ້ຮັບຟັງການລາຍງານຈາກທ່ານເຈົ້າເມືອງນາກາຍ ກ່ຽວກັບທີ່ຕັ້ງ-ຈຸດພິເສດ ແລະ ສະພາບລວມໃນການພັດທະນາເສດຖະກິດ-ສັງຄົມຮອບດ້ານຢູ່ເມືອງນາກາຍ. 

    ຊຸດເຝິກອົບຮົມຄັ້ງນີ້ ໄດ້ຮັບການສະໜັບສະໜູນຈາກແຜນງານມີສ່ວນຮ່ວມຂອງປະຊາຊົນຕໍ່ວຽກງານການປົກຄອງທີ່ດິນ ແລະ ການສ້າງລັດທີ່ປົກຄອງດ້ວຍກົດໝາຍ (ແຜນງານເຊກາ).

# ຂ່າວ – ພາບ : ອົ່ນ ໄຟສົມທອງ

error: Content is protected !!