ພິທີລົງນາມເອກະສານແລກປ່ຽນໂຄງການຊ່ວຍເຫຼືອລ້າຈາກລັດຖະບານຍີ່ປຸ່ນ ເພື່ອສະໜອງອຸປະກອນອໍານວຍຄວາມສະດວກໃຫ້ສະໜາມບິນສາກົນຂອງລາວ ຈັດຂຶ້ນວັນທີ 20 ທັນວາ 2021 ຢູ່ກະຊວງການຕ່າງປະເທດ ລະຫວ່າງທ່ານ ໂພໄຊ ໄຂຄຳພິທູນ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ທ່ານ KOBAYASHI Kenichi ເອກອັກຄະຣາຊະທູດຍີ່ປຸ່ນ ປະຈໍາ ສປປ ລາວ ມີພະນັກງານກ່ຽວຂ້ອງເຂົ້າຮ່ວມ.

ການຊ່ວຍເຫຼືອຄັ້ງນີ້ ແມ່ນໂຄງການຊ່ວຍເຫຼືອລ້ານອກໂຄງການ (Non-Project) ເພື່ອສະໜອງອຸ ປະກອນອໍານວຍຄວາມສະດວກໃຫ້ສະໜາມບິນສາກົນຂອງລາວ ມູນຄ່າ 1 ຕື້ເຢນ ຫຼື ປະມານ 8,77 ລ້ານໂດລາສະຫະລັດ ໂອກາດນີ້ ທ່ານ ໂພໄຊ ໄຂຄຳພິທູນ ກໍໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈ ແລະ ຕີລາຄາສູງຕໍ່ການສະໜັບສະໜູນ ແລະ ຊ່ວຍເຫຼືອ ສປປ ລາວ ຂອງລັດຖະບານ ແລະ ປະຊາຊົນຍີ່ປຸ່ນຕະຫຼອດໄລຍະຜ່ານມາ ເຊິ່ງໄດ້ປະກອບສ່ວນສໍາຄັນໃນການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ແຕ່ລະໄລຍະ ປະກອບສ່ວນເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນລາວບັນດາເຜົ່າ ໄດ້ຮັບການຍົກລະດັບຂຶ້ນເປັນກ້າວໆ ພ້ອມນີ້ ທ່ານຍັງໄດ້ສະແດງຄວາມຂອບໃຈພາກສ່ວນກ່ຽວຂ້ອງຂອງຍີ່ປຸ່ນ ທີ່ຍາມໃດກໍໄດ້ຄົ້ນຄວ້າ ແລະ ຂົນຂວາຍຍາດແຍ່ງການຊ່ວຍເຫຼືອຂອງລັດຖະບານຍີ່ປຸ່ນ ໃຫ້ ສປປ ລາວ ຢ່າງຕັ້ງໜ້າ ເຊິ່ງເປັນການຊ່ວຍເຫຼືອທີ່ມີປະສິດທິຜົນ ແລະ ແທດເໝາະກັບຄວາມຕ້ອງການຕົວຈິງຂອງ ສປປ ລາວ ລັດຖະບານລາວ ຈະນຳໃຊ້ການຊ່ວຍເຫຼືອຄັ້ງນີ້ໃຫ້ເກີດຜົນປະໂຫຍດສູງສຸດ ເພື່ອປະກອບສ່ວນໃນການຍົກລະດັບຄວາມສາມາດດ້ານການໃຫ້ບໍລິການ ແລະ ຮັບປະກັນຄວາມພ້ອມຢູ່ສະໜາມບິນສາກົນຂອງລາວ ໃຫ້ແທດເໝາະກັບຄວາມຕ້ອງການຕົວຈິງ ກໍຄືການອໍານວຍຄວາມສະດວກໃຫ້ການຜັນຂະຫຍາຍຍຸດທະສາດການເຊື່ອມໂຍງກັບຂົງເຂດ ແລະ ພາກພື້ນຂອງ ສປປ ລາວ ໃຫ້ມີບາດກ້າວໝັ້ນທ່ຽງຍິ່ງໆຂຶ້ນ ແລະ ຫວັງວ່າລັດຖະບານຍີ່ປຸ່ນ ຈະສືບຕໍ່ໃຫ້ການຮ່ວມມື ແລະ ຊ່ວຍເຫຼືອ ສປປ ລາວ ໃນຂະແໜງການອື່ນໆເພີ່ມຕື່ມໃນຕໍ່ໜ້າ.

ໂອກາດນີ້ ທ່ານ KOBAYASHI Kenichi ກໍໄດ້ສະແດງຄວາມຍິນດີທີ່ໄດ້ຕາງໜ້າໃຫ້ລັດຖະບານຍີ່ປຸ່ນ ຮ່ວມລົງນາມເອກະສານແລກປ່ຽນ ລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ ໃນຄັ້ງນີ້ ແລະ ເຊື່ອໝັ້ນວ່າ ໂຄງການດັ່ງກ່າວ ຈະປະກອບສ່ວນສຳຄັນໃນການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ກໍຄືປະກອບສ່ວນໃນການສົ່ງເສີມການພົວພັນ-ຮ່ວມມື ສອງຝ່າຍ ລາວ-ຍີ່ປຸ່ນ ໃຫ້ນັບມື້ແໜ້ນແຟ້ນຍິ່ງຂຶ້ນ.
# ຂ່າວ – ພາບ : ສະບາໄພ