ຂະແໜງ ຍທຂ ເອົາໃຈໃສ່ການຈັດຕັ້ງປະຕິບັດວຽກງານຈັດ​ຕັ້ງ ກໍ່ສ້າງພັກ-ພະນັກງານ

     ກອງປະຊຸມວຽກງານຈັດຕັ້ງ ຂອງກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) 5 ປີ (2016-2020) ຈັດຂຶ້ນວັນທີ 21-22 ຕຸລາ 2021 ຢູ່ກະຊວງດັ່ງກ່າວ ມີສະຫາຍ ວຽງສະຫວັດ ສີພັນດອນ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກກະຊວງ ລັດຖະມົນຕີກະຊວງ ຍທຂ ມີບັນດາສະຫາຍຄະນະປະຈໍາພັກ ກໍາມະການຄະນະພັກກະຊວງ ສະຫາຍຕາງໜ້າຄະນະຈັດຕັ້ງສູນກາງພັກ ບັນດາສະຫາຍເລຂາ ຮອງເລຂາໜ່ວຍພັກຮາກຖານ  ປະທານ ແລະ ເລຂາ ຂອງຄະນະບໍລິຫານງານສາມອົງການຈັດຕັ້ງມະຫາຊົນ ເຂົ້າຮ່ວມ.

    ສະຫາຍ ວຽງສະຫວັດ ສີພັນດອນ ກ່າວວ່າ: ໂດຍ​ປະຕິບັດ​ຕາມ​ຄໍາສັ່ງ​ແນະ​ນໍາ ສະບັບ​ເລກທີ 219/ຄຈສພ ລົງ​ວັນ​ທີ 08/11/2021 ວ່າດ້ວຍ​ການຈັດ​ຕັ້ງ​ຜັນ​ຂະຫຍາຍ​ເນື້ອ​ໃນ​ມະຕິກອງ​ປະຊຸມ​ວຽກ​ງານ​ຈັດ​ຕັ້ງທົ່ວປະເທດ ຄັ້ງທີ XI ແຜນການຂອງຄະນະບໍລິຫານງານພັກກະຊວງ ສະບັບເລກທີ 425/ຄພກຊ  ລົງວັນທີ 14/12/2021 ກ່ຽວກັບການດຳເນີນກອງປະຊຸມວຽກງານຈັດຕັ້ງ ກໍ່ສ້າງພັກ-ພະນັກງານ ຂອງກະຊວງ ຍທຂ 5 ປີ (2016-2020) ມື້ນີ້ ພວກເຮົາຈຶ່ງດໍາເນີນກອງປະຊຸມວຽກງານຈັດຕັ້ງຂອງກະຊວງ ຍທຂ 5 ປີ (2016-2020) ຂື້ນຢ່າງເປັນທາງການ.

    ພັກເຮົາຍາມໃດກໍຖືສຳຄັນຕໍ່ກັບວຽກງານຈັດ​ຕັ້ງ ກໍ່ສ້າງພັກ-ພະນັກງານ ແມ່ນວຽກໜຶ່ງທີ່ເປັນວຽກຍຸດທະສາດຂອງພັກ ເປັນປັດໄຈຕັດສິນຜົນໄດ້ຜົນເສຍໃນການຈັດຕັ້ງປະຕິບັດແນວທາງແຜນນະໂຍບາຍຂອງພັກ ແຜນພັດທະນາເສດຖະກິດສັງຄົມຂອງລັດແຕ່ລະໄລຍະ ສຳລັບກະຊວງ ຍທຂ ພວກເຮົາ ກໍໄດ້ເອົາໃຈໃສ່ວຽກງານດັ່ງກ່າວ ​ເປັນ​ວຽກ​ງານ​ສໍາຄັນ​ກ່ອນ​ອື່ນ​ໝົດ ​ເພື່ອ​ເປັນ​ພື້ນຖານ​ອັນ​ໜັກ​ແໜ້ນ​ໃຫ້​ແກ່​ການ​ເຮັດ​ສໍາ​ເລັດ​ໜ້າ​ທີ່​ວິຊາ​ສະ​ເພາະຂະ​ແໜງ ​ຍທຂ ສ້າງ​ໃຫ້​ບັນດາຮາກຖານພັກ ໄດ້ກາຍເປັນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ຖັນແຖວພະນັກງານ-ສະມາຊິກພັກ ກໍມີການຂະຫຍາຍຕົວທັງປະລິມານ ແລະ ຄຸນນະພາບ ດີຂຶ້ນເປັນກ້າວໆມາ.

ກອງປະຊຸມໃນຄັ້ງນີ້ ແມ່ນມີຄວາມສຳຄັນຫຼາຍ ທີ່ບັນດາທ່ານບັນດາສະຫາຍຈະໄດ້ຮັບຟັງການເຜີຍແຜ່ມະຕິຂອງຄະນະບໍລິຫານງານສູນກາງພັກ ເລກທີ 04/ຄມສພ ລົງວັນທີ 30/08/2021 ວ່າດ້ວຍການເພີ່ມທະວີການນໍາພາຂອງພັກ ເພື່ອສ້າງການຫັນປ່ຽນຢ່າງແຂງແຮງ ແລະ ເລິກເຊິ່ງວຽກງານພະນັກງານ ຄຳສັ່ງຂອງຄະນະເລຂາທິການສູນກາງພັກ ເລກທີ 190/ຄລສພ ວ່າດ້ວຍການປັບປຸງກົງຈັກການຈັດຕັ້ງ ຂອງບັນດາກະຊວງ-ອົງ ການ ແລະ ທ້ອງຖິ່ນ ຄຳແນະນຳຂອງນາຍົກລັດຖະມົນຕີ ເລກທີ 01/ນຍ ວ່າດ້ວຍການຈັດຕັ້ງຜັນຂະຫຍາຍ ຄຳສັ່ງຂອງຄະນະເລຂາທິການສູນກາງພັກ ເລກທີ 190/ຄລສພ ບົດໂອ້ລົມຂອງສະຫາຍເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ຕໍ່ກອງປະຊຸມວຽກງານຈັດຕັ້ງທົ່ວປະເທດ ຄັ້ງທີ XI ມະຕິກອງປະຊຸມວຽກງານຈັດຕັ້ງທົ່ວປະເທດ ຄັ້ງທີ XI ແລະ ສະຫຼຸບຕີລາຄາວຽກງານຈັດຕັ້ງ ກໍ່ສ້າງພັກ-ພະນັກງານ ແລະ ວຽກງານກົງຈັກການຈັດຕັ້ງຂອງກະຊວງ ຍທຂ ໄລຍະ 5 ປີ ຜ່ານມາ (2016-2020) ແລະ ທິດທາງແຜນການ 5 ປີ ຕໍ່ໜ້າ (2021-2025) ແຕ່ດ້ວຍເວລາຈໍາກັດ ສະນັ້ນ ຈຶ່ງຮຽກຮ້ອງມາຍັງບັນດາສະຫາຍ ຈົ່ງຍົກສູງຄວາມຮັບຜິດຊອບການເມືອງຂອງຕົນ ພ້ອມກັນສຸມສະຕິປັນຍາເຂົ້າໃນການຄົ້ນຄວ້າ ແລະ ປະກອບຄໍາຄິດ-ຄໍາເຫັນຢ່າງກົງໄປກົງມາ ມີເຫດມີຜົນ ຖືກກັບສະພາບຕົວຈິງຂອງກະຊວງ ຍທຂ ໂດຍສະເພາະແມ່ນເນື້ອໃນບົດສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານຈັດ​ຕັ້ງ ກໍ່ສ້າງພັກ-ພະນັກງານ ຂອງຂະແໜງ ຍທຂ ໃນໄລຍະ 5 ປີ ຜ່ານມາ ແລະ ທິດທາງໃນ 5 ປີ ຕໍ່ໜ້າ ໃຫ້ເລິກເຊິ່ງ ເພື່ອເສີມຂະຫຍາຍດ້ານຕັ້ງໜ້າ ແລະ ຊອກຫາວິທີແກ້ໄຂຂໍ້ຄົງຄ້າງໃນຕໍ່ໜ້າ ຢາກໄດ້ຄືແນວນັ້ນ ພວກເຮົາຕ້ອງມີການຄົ້ນຄວ້າກະກຽມຄໍາຄິດ-ຄໍາເຫັນ ສົມທຽບໃສ່ພຶດຕິກໍາຕົວຈິງຂອງແຕ່ລະ     ຮາກຖານ ເພື່ອປະກອບຄໍາເຫັນໃຫ້ຊັດເຈນ ທັງນີ້ກໍເພື່ອແນໃສ່ເຮັດໃຫ້ກອງປະຊຸມວຽກງານຈັດຕັ້ງຂອງກະຊວງ ຍທຂ ຄັ້ງນີ້ ສາມາດນໍາໄປຈັດຕັ້ງປະຕິບັດຢ່າງສອດຄ່ອງກັບສະພາບຕົວຈິງ ແລະ ໄດ້ຮັບໝາກຜົນ.

# ຂ່າວ – ພາບ : ສີພອນ

error: Content is protected !!