ກອງປະຊຸມໃຫຍ່ ຄັ້ງທີ II ອົງຄະນະພັກຄະນະພົວພັນຕ່າງປະເທດສູນກາງພັກ

     ກອງປະຊຸມໃຫຍ່ຄັ້ງທີ II ອົງຄະນະພັກຄະນະພົວພັນຕ່າງປະເທດສູນກາງພັກ (ຄຕພ) ຈັດຂຶ້ນວັນທີ 20 ທັນວາ 2021 ທີ່ຫ້ອງປະຊຸມຫ້ອງວ່າການສູນກາງພັກ ນະຄອນຫຼວງວຽງຈັນ ເປັນປະທານຂອງສະຫາຍ ທອງສະຫວັນ ພົມວິຫານ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ຫົວໜ້າ ຄຕພ ມີສະຫາຍ ສະເຫຼີມໄຊ ກົມມະສິດ ກໍາມະການກົມການເມືອງສູນກາງພັກ ລັດຖະມົນຕີກະຊວງການຕ່າງປະເທດ ຄະນະບໍລິຫານງານພັກ ຄຕພ ແລະ ແຂກທີ່ຖືກເຊີນຈາກຄະນະພັກອ້ອມຂ້າງສູນກາງຈໍານວນໜຶ່ງ ຕະຫຼອດຮອດສະມາຊິກພັກອາວຸໂສບຳນານ ຕາງໜ້າອົງການຈັດຕັ້ງມະຫາຊົນ ແລະ ສະມາຊິກພັກເຂົ້າຮ່ວມທັງໝົດ 82 ສະຫາຍ ຍິງ 24 ສະຫາຍ.

    ກອງປະຊຸມໃຫຍ່ ຄັ້ງທີ II ສະມາຊິກພັກ ອົງຄະນະພັກ ຄຕພ ໄດ້ດໍາເນີນໄປດ້ວຍບັນຍາກາດທີ່ຟົດຟື້ນ ແລະ ມີຄວາມໝາຍຄວາມສໍາຄັນ ສະແດງເຖິງຄວາມສາມັກຄີ ຄວາມເປັນເອກະພາບ ແລະ ຄວາມຮັບຜິດຊອບສູງ ຂອງສະມາຊິກພັກ. ກອງປະຊຸມຄັ້ງນີ້ ໄດ້ເປັນເອກກະພາບກັນຮັບຮອງເອົາບົດລາຍງານການເມືອງ ແລະ ບົດສໍາຫຼວດການນໍາພາລວມຂອງຄະນະພັກ ຄະນະພົວພັນຕ່າງປະເທດສູນກາງພັກສະໄໝທີ I ພ້ອມດ້ວຍແຜນພັດທະນາຄະນະພົວພັນຕ່າງປະເທດສູນກາງພັກໄລຍະປີ 2021-2025 ກອງປະຊຸມໄດ້ຕີລາຄາເລິກເຊິ່ງ ກົງໄປກົງມາ ຕໍ່ການຈັດຕັ້ງປະຕິບັດບັນດາມະຕິກອງປະຊຸມໃຫຍ່ ຄັ້ງທີ I ຂອງອົງຄະນະພັກຄະນະພົວພັນຕ່າງປະເທດສູນກາງພັກຜ່ານມາ ໂດຍໄດ້ຍົກໃຫ້ເຫັນຜົນສໍາເລັດດ້ານດີ ດ້ານອ່ອນ ຂໍ້ຄົງຄ້າງ ສາເຫດ ບົດຮຽນທີ່ຖອດຖອນໄດ້ ເຊິ່ງໄດ້ສ້າງພື້ນຖານສໍາຄັນໃຫ້ແກ່ການສືບຕໍ່ປັບປຸງ ຍົກລະດັບ ປະສິດທິພາບໃນການຈັດຕັ້ງປະຕິບັດວຽກງານຂອງ ຄຕພ ໃຫ້ສາມາດເຮັດສຳເລັດໜ້າທີ່ການເມືອງຂອງຕົນໃນຊຸມປີຕໍ່ໜ້າ ທັງຮັບປະກັນໃນການເປັນເສນາທິການວຽກງານຕ່າງປະເທດໃຫ້ສູນກາງພັກຢ່າງໜັກແໜ້ນ.

    ອົງຄະນະພັກ ຄຕພ ໄດ້ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ X-XI ຂອງພັກ ມະຕິກອງປະຊຸມໃຫຍ່ ຄັ້ງທີ I ຂອງອົງຄະນະພັກ ຄຕພ ເຂົ້າໃນວຽກງານຕົວຈິງຢ່າງຕັ້ງໜ້າ ເຮັດໃຫ້ ຄຕພ ມີການພັດທະນາໜັກແໜ້ນຂຶ້ນເປັນກ້າວໆ ເຮັດສໍາເລັດໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍ ການພົວພັນຮ່ວມມືກັບພັກອ້າຍນ້ອງ ເພື່ອນມິດຍຸດທະສາດ ໄດ້ຮັບການເພີ່ມທະວີ ແລະ ຫັນເຂົ້າສູ່ລວງເລິກ ການພົວພັນກັບພັກການເມືອງອື່ນໆທັງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍສືບຕໍ່ເປີດກວ້າງ ວຽກງານການທູດປະຊາຊົນກໍໄດ້ຮັບການຍູ້ແຮງ ແລະ ສືບຕໍ່ເສີມຂະຫຍາຍ ປະກອບສ່ວນສໍາຄັນເຂົ້າໃນການສ້າງສະພາບແວດລ້ອມອັນອໍານວຍ ແລະ ນໍາເອົາຜົນປະໂຫຍດຕົວຈິງນັບມື້ນັບຫຼາຍຂຶ້ນມາໃຫ້ແກ່ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດກ້າວສູ່ຈຸດໝາຍສັງຄົມນິຍົມ.

     ສະມາຊິກພັກຜູ້ເຂົ້າຮ່ວມ ໄດ້ພ້ອມກັນໃຊ້ສິດປະຊາທິປະໄຕຂອງຕົນປ່ອນບັດຄັດເລືອກເອົາຄະນະບໍລິຫານງານພັກຄະນະພົວພັນຕ່າງປະເທດສູນກາງພັກ ຊຸດທີ II ບົນພື້ນຖານຫຼັກການລວມສູນປະຊາທິປະໄຕ ຖືກຕ້ອງສອດຄ່ອງກັບມາດຖານເງື່ອນໄຂທີ່ກໍານົດໄວ້ ເຊິ່ງມີຜູ້ອອກຮັບສະໝັກເລືອກຕັ້ງທັງໝົດ 9 ສະຫາຍ ຍິງ 1 ສະຫາຍ ແລະ ໄດ້ເລືອກເອົາ 7 ສະຫາຍ ຍິງ 1 ສະຫາຍ ໃນນີ້ ກອງປະຊຸມຄັ້ງປະຖົມມະລຶກ ໄດ້ເລືອກເອົາສະຫາຍ ທອງສະຫວັນ ພົມວິຫານ ເປັນເລຂາ ສະຫາຍ ສົມພອນ ສີຈະເລີນ ເປັນຮອງເລຂາ ພ້ອມທັງເປັນປະທານກວດກາພັກ ແລະ ສະຫາຍ ເກີລໍ່ ຢ່າງກໍ ແລະ ສະຫາຍ ວັງຮື ເນັ່ງມົງວ່າງ ເປັນຮອງປະທານກວດກາ. ຕອນທ້າຍກອງປະຊຸມ ສະຫາຍສະເຫຼີມໄຊ ກົມມະສິດ ໄດ້ມີຄໍາເຫັນ ແລະ ໃຫ້ທິດຊີ້ນໍາຕໍ່ກອງປະຊຸມຕື່ມອີກ.

# ຂ່າວ – ພາບ : ຂັນທະວີ

error: Content is protected !!