ອຸດສະຫະກຳ ແລະ ການຄ້າ ນວ ແຈ້ງຫ້າມສວຍໂອກາດຂຶ້ນລາຄາສິນຄ້າໃນໄລຍະປີໃໝ່ສາກົນ

    ເພື່ອເຮັດໃຫ້ການຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການໃຫ້ເຂົ້າສູ່ລະບຽບກົດໝາຍ ບົນພື້ນຖານກົນໄກເສດຖະກິດຕະຫຼາດທີ່ມີການຄຸ້ມຄອງ ແລະ ດັດສົມຂອງລັດ ພ້ອມດຽວກັນນັ້ນ ໃຫ້ການສະໜອງສິນຄ້າອຸປະໂພກ-ບໍລິໂພກພຽງພໍກັບຄວາມຕ້ອງການຂອງຜູ້ຊົມໃຊ້ ແລະ ມີຄວາມເປັນທຳທາງດ້ານລາຄາ ປະລິມານ ແລະ ຄຸນນະພາບ ຫຼີກລ່ຽງບໍ່ໃຫ້ມີການເອົາລັດເອົາປຽບລະຫວ່າງຜູ້ຂາຍ-ຜູ້ຊື້ ເຊິ່ງຈະສົ່ງຜົນກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນ ທັງຮັບປະກັນໃຫ້ທົ່ວສັງຄົມມີຄວາມສະຫງົບ ຄວາມເປັນລະບຽບຮຽບຮ້ອຍ.

    ພະແນກອຸດສາຫະກຳ ແລະ ການຄ້ານະຄອນຫຼວງວຽງຈັນ ໄດ້ອອກແຈ້ງການເລກທີ 1916/ອຄ ນວ ຄພນ ລົງວັນ 20 ທັນວາ 2021 ເລື່ອງໃຫ້ຕິດຕາມ ກວດກາ ຫ້າມສວຍໂອກາດຂຶ້ນລາຄາສິນຄ້າ ວາງຂາຍສິນຄ້າຊະຊາຍ ແລະ ຂາຍສິນຄ້າເກືອດຫ້າມທີ່ເປັນການລະເມີດລະບຽບກົດໝາຍ ພ້ອມທັງກະຕ່າຂອງຂັວນຕ່າງໆໃນໄລຍະປີໃໝ່ສາກົນ ປີ 2022 ໂດຍໄດ້ລະບຸໃຫ້ຜູ້ປະກອບການທຸລະກິດ ຊາວຄ້າຂາຍ ນໍາສິນຄ້າຂອງຕົນອອກມາຈໍາໜ່າຍເປັນປົກກະຕິ ແລະ ຂາຍໃນລາຄາທີ່ລັດກໍານົດໃຫ້ ໂດຍສະເພາະ ລາຍການສິນຄ້າທີ່ລັດຄວມຄຸມລາຄາເປັນຕົ້ນ: ເຂົ້າສານ ຊີ້ນໝູ ປາ ສ່ວນສິນຄ້າປະເພດອື່ນໆ ແມ່ນຂາຍໃນລາຄາປົກກະຕິຕາມທີ່ໄດ້ປະຕິບັດໃນໄລຍະຜ່ານມາ ຫ້າມກັກຕຸນສິນຄ້າ ແລະ ສວຍໂອກາດຂຶ້ນລາຄາສິນຄ້າທຸກຮູບແບບ ໃຫ້ຄະນະຈັດສັນຕະຫຼາດຊຸກຍູ້ລະດົມໃຫ້ຊາວຄ້າຂາຍມາຂາຍສິນຄ້າໃຫ້ເປັນປົກະຕິ ເພື່ອເຮັດໃຫ້ການສະໜອງສິນຄ້າພຽງພໍ ພ້ອມດຽວກັນນັ້ນກໍໃຫ້ເອົາໃຈໃສ່ປະຕິບັດມາດຕະການປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ-19 ຢ່າງເຂັ້ມງວດ.

        ພ້ອມນັ້ນ ກໍໃຫ້ທຸລະກິດຈໍາໜ່າຍສິນຄ້າອຸປະໂພກ-ບໍລິໂພກ ແລະ ໃຫ້ການບໍລິການ ຕ້ອງຕິດລາຄາໃສ່ສິນຄ້າ ຄ່າບໍລິການຂອງຕົນ ການຕິດລາຄາໃຫ້ສາມາດເຫັນໄດ້ຊັດເຈນ ແລະ ຕ້ອງຕິດເປັນເງິນກີບເທົ່ານັ້ນ ສໍາລັບສິນຄ້າປະເພດເຂົ້າສານ ຊີ້ນໝູ ປານິນກະຊັງ ແມ່ນກໍານົດລາຄາຄື: ເຂົ້າສາໜຽວ ປະເພດ 2 ສູງສຸດບໍ່ໃຫ້ເກີນລາຄາ 7.400 ກີບ/ກິໂລ ຊີ້ນໝູ ປະເພດ 1 ສູງສຸດບໍ່ໃຫ້ເກີນລາຄາ 48.000 ກີບ/ກິໂລ ຊີ້ນໝູ ປະເພດ 2 ສູງສຸດບໍ່ໃຫ້ເກີນລາຄາ 45.000 ກີບ/ກິໂລ ປານິນກະຊັງ ສູງສຸດບໍ່ໃຫ້ເກີນລາຄາ 20.000 ກີບ/ກິໂລ ຄຽງຄູ່ກັນນັ້ນ ໃຫ້ທຸລະກິດຈໍາໜ່າຍກະຕ່າຂອງຂວັນອວຍພອນປີໃໝ່ ນໍາເອົາສິນຄ້າທີ່ມີຄຸນນະພາບ ແລະ ຕິດສະຫຼາກສິນຄ້າເປັນພາສາລາວ ມາຫຸ້ມຫໍ່ໃສ່ໃນກະຕ່າຂອງຂວັນ ແລະ ການຈໍາໜ່າຍ ຕ້ອງໄດ້ແນະນໍາລາຍການສິນຄ້າທີ່ຫຸ້ມຫໍ່ຕົວຈິງເຊັ່ນ: ປະເພດສິນຄ້າ ຂະໜາດ ຈໍານວນ ແລະ ລາຄາລວມທີ່ຂາຍ ຊື່ງລາຄາຂາຍຕ້ອງໃຫ້ເໝາະສົມກັບຕົ້ນທຶນ ບໍ່ໃຫ້ສູງເກີນຄວາມເປັນຈິງ.

    ຫ້າມຜູ້ປະກອບການທຸລະກິດ ຊາວຄ້າຂາຍ ຈອດລົດ ຈອດລໍ້ ຕັ້ງຮ້ານ ກາງເຕັ່ນ ເພື່ອຈັດງານຕ່າງໆ ວາງເຄື່ອງຂອງ ຫຼື ຂາຍສິນຄ້າທຸກປະເພດຊະຊາຍໃສ່ທາງຫຼວງ ຖະໜົນ ຫຼື ທາງຄົນຍ່າງຢ່າງເດັດຂາດ ຫ້າມນໍາເຂົ້າ ແລະ ຈໍາໜ່າຍສິນຄ້າເກືອດຫ້າມທຸກຊະນິດເຊັ່ນ: ຜະລິດຕະພັນຢາສູບໄຟຟ້າ ຢາສູບຊິກາ ກະໂພກ ດອກໄມ້ໄຟ ແລະ ອື່ນໆຢ່າງເດັດຂາດ ຕາມຂໍ້ຕົກລົງວ່າດ້ວຍລາຍການສິນຄ້າເກືອດຫ້າມນໍາເຂົ້າ ແລະ ສົ່ງອອກ ສະບັບເລກທີ 0848/ອດ ວັນທີ 13 ກັນຍາ 2021.

ຖ້າຫາກເຈົ້າໜ້າທີ່ກວດກາການຄ້າ ຫຼື ພາກສ່ວນກ່ຽວຂ້ອງກວດກາພົບເຫັນການລະເມີດແຈ້ງການສະບັບນີ້ ແມ່ນຈະນໍາໃຊ້ມາດຕະການສຶກສາອົບຮົມ ຢຶດສິນຄ້າ ປັບໃໝ ຫຼື ດໍາເນີນຄະດີຕາມລະບຽບກົດຫມາຍ ຕາມແຕ່ກໍລະນີໜັກ ຫຼື ເບົາ ມອບໃຫ້ຂະແໜງການຄ້າພາຍໃນ ຫ້ອງການອຸດສາຫະກໍາ ແລະ ການຄ້າເມືອງ 9 ຕົວເມືອງ ປະສານສົມທົບກັບພາກສວ່ນກ່ຽວຂ້ອງ ເອົາໃຈໃສ່ຕິດຕາມ ກວດກາ ແລະ ຈັດຕັ້ງປະຕິບັດເນື້ອໃນແຈ້ງການສະບັບນີ້ຕາມພາລະບົດບາດຂອງຕົນ ເພື່ອໃຫ້ໄດ້ຮັບຜົນສໍາເລັດຕາມລະດັບຄາດຫມາຍ.

       # ຂ່າວ – ພາບ : ເພັດສະໝອນ

error: Content is protected !!