ໄຂກອງປະຊຸມວຽກງານຈັດຕັ້ງກໍ່ສ້າງພັກ-ພະນັກງານ ທົ່ວ ນວ

    ກອງປະຊຸມວຽກງານຈັດຕັ້ງກໍ່ສ້າງພັກ-ພະນັກງານ ທົ່ວນະຄອນຫຼວງວຽງຈັນ (ນວ) ໄລຍະ 5 ປີ (2016-2020) ແລະ ທິດທາງແຜນການ 5 ປີ ຕໍ່ໜ້າ (2021-2025) ຈັດຂຶ້ນວັນທີ 21-22 ທັນວາ 2021 ທີ່ຫ້ອງວ່າການ ນວ ເປັນປະທານຂອງສະຫາຍ ອານຸພາບ ຕຸນາລົມ ຄະນະເລຂາທິການສູນກາງພັກ ເລຂາຄະນະພັກ ປະທານສະພາປະຊາຊົນ ນວ ໃຫ້ກຽດເຂົ້າຮ່ວມຂອງສະຫາຍ ນາງ ສີໃສ ລືເດດມູນສອນ ກໍາມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະຈັດຕັ້ງສູນກາງພັກ ສະຫາຍ ອາດສະພັງທອງ ສີພັນດອນ ກໍາມະການສູນກາງພັກ ຮອງເລຂາຄະນະພັກ ເຈົ້າຄອງ ນວ ພ້ອມດ້ວຍບັນດາຄະນະປະຈໍາພັກ ຄະນະພັກ ຫົວໜ້າພະແນກການ ອົງການທຽບເທົ່າອ້ອມຂ້າງ ນວ ເລຂາພັກເມືອງ ເຈົ້າເມືອງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

    ກອງປະຊຸມໄດ້ພ້ອມກັນສະຫຼຸບຕີລາຄາຄືນ ການຈັດຕັ້ງປະຕິບັດວຽກງານຈັດຕັ້ງກໍ່ສ້າງພັກ-ພະນັກງານທົ່ວນະຄອນຫຼວງວຽງຈັນໃນໄລຍະ 5 ປີຜ່ານມາ ນັບແຕ່ 2016-2020 ແລະ ທິດທາງແຜນການ 5 ປີ ຕໍ່ໜ້າ 2021-2025 ພ້ອມດຽວກັນນີ້ ຜູ້ແທນກອງປະຊຸມຍັງຈະໄດ້ຮັບຟັງການເຜີຍແຜ່ ເຊື່ອມຊຶມມະຕິຂອງກົມການເມືອງສູນກາງພັກ ວ່າດ້ວຍເພີ່ມທະວີການນໍາພາຂອງພັກ ເພື່ອສ້າງການຫັນປ່ຽນຢ່າງແຂງແຮງ ແລະ ເລິກເຊິ່ງ ວຽກງານພະນັກງານ ເຜີຍແຜ່ມະຕິກອງປະຊຸມວຽກງານຈັດຕັ້ງທົ່ວປະເທດຄັ້ງທີ XI ແລະ ບົດໂອ້ລົມຂອງສະຫາຍເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ຕໍ່ກອງປະຊຸມວຽກງານຈັດຕັ້ງທົ່ວປະເທດ ຄັ້ງທີ XI ພ້ອມກັນນັ້ນ ກໍຍັງຈະໄດ້ຮັບຟັງການປະກອບຄໍາເຫັນ ແລກປ່ຽນບົົດຮຽນຈາກສະຫາຍເລຂາພັກເມືອງ ແລະ ສະຫາຍເລຂາຄະນະພັກຮາກຖານຈໍານວນໜຶ່ງ ເພື່ອແນໃສ່ເຮັດໃຫ້ການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເນື້ອໃນກອງປະຊຸມວຽກງານຈັດຕັ້ງທົ່ວປະເທດ ຄັ້ງທີ XI ມະຕິ VII ຂອງອົງຄະນະພັກນະຄອນຫຼວງວຽງຈັນ ກໍຄືເນື້ອໃນກອງປະຊຸມຄັ້ງນີ້ໃຫ້ເຂົ້າສູ່ລວງເລິກ ແລະ ກາຍເປັນຮູບປະທໍາຕົວຈິງໃນທຸກຂົງເຂດວຽກງານ ນັບແຕ່ຂັ້ນນະຄອນຫຼວງ ເມືອງ ແລະ ຂັ້ນຮາກຖານໃນທົ່ວນະຄອນຫຼວງວງງຈັນ. ກອງປະຊຸມຈະໄດ້ຮັບຟັງການໂອ້ລົມຂອງ ສະຫາຍ ນາງ ສີໃສ ລືເດດມູນສອນ ຈະເປັນທິດຊີ້ນໍາໃຫ້ແກ່ຄະນະພັກແຕ່ລະຂັ້ນ ແລະ ຂະແໜງຈັດຕັ້ງ ກໍ່ສ້າງພັກ-ພະນັກງານ ທຸກຂັ້ນໃນທົ່ວນະຄອນຫຼວງວຽງຈັນ ໃນການປະຕິບັດໜ້າທີ່ວຽກງານ ກໍຄືການຈັດຕັ້ງຜັນຂະຫຍາຍເນື້ອໃນຂອງກອງປະຊຸມຄັ້ງນີ້ໃຫ້ປາກົດຜົນເປັນຈິງ.

# ຂ່າວ & ພາບ : ຂັນທະວີ

error: Content is protected !!