ໄຂກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ຄັ້ງທີ II

   ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ຄັ້ງທີ II ໄດ້ໄຂຂຶ້ນຢ່າງເປັນທາງການ ວັນທີ 21 ທັນວາ 2021 ທີ່ຫໍປະຊຸມແຫ່ງຊາດ (ຫຼັກ 6) ພາຍໃຕ້ການເປັນປະທານຂອງ ສະຫາຍ ນາງ ບຸນຄຳ ວໍລະຈິດ ກຳມະການສູນກາງພັກ ເລຂາຄະນະພັກ ລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ມີສະຫາຍ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ ບັນດາສະຫາຍຄະນະປະຈຳພັກ ກຳມະການຄະນະພັກ ກະຊວງ ຜູ້ແທນສົມບູນ ສະມາຊິກພັກອາວຸໂສບຳນານ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມ.

    ໃນກອງປະຊຸມ ສະຫາຍ ນາງ ບຸນຄຳ ວໍລະຈິດ ໄດ້ຂຶ້ນຜ່ານບົດລາຍງານການເມືອງ ການນໍາພາ-ຊີ້ນໍາຂອງອົງຄະນະພັກກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ຕະຫຼອດໄລຍະເວລາ 5 ປີທີ່ຜ່ານມາ (2016-2020) ເຊິ່ງໄດ້ຖືເອົາວຽກງານການເມືອງ-ແນວຄິດ ສຶກສາອົບຮົບສາມະຊິກພັກ ພະນັກງານ-ລັດຖະກອນທົ່ວຂະແໜງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ໃຫ້ມີຈັນຍາບັນ ຈັນຍາທໍາ ໃນການຮັບໃຊ້ປະຊາຊົນຢ່າງບໍລິສຸດໃຈ ໂດຍສະເພາະ ແມ່ນໄດ້ເອົາໃຈໃສ່ໃນການປະຕິບັດວຽກງານວິຊາສະເພາະ ຕາມຄໍາຂ້ວນຂອງຂະແໜງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ຄື: ເຮັດໃຫ້ດີ ເຮັດໃຫ້ໄວ ເຮັດໃຫ້ຫຼາຍ ແລະ ເຮັດໃຫ້ຖືກຕ້ອງຕາມກົດໝາຍ ເຊິ່ງສາມາດຍາດໄດ້ຫຼາຍຜົນສໍາເລັດທີ່ພົ້ນເດັ່ນ ເປັນຕົ້ນ ສໍາເລັດການປະກອບສ່ວນສ້າງມະຕິຂອງຄະນະບໍລິຫານງານສູນກາງພັກ ວ່າດ້ວຍການເພີ່ມທະວີວຽກງານຄຸ້ມຄອງ ແລະ ພັດທະນາທີ່ດິນໄລຍະໃໝ່ ສໍາເລັດການປັບປຸງກົດໝາຍທີ່ດິນ ແລະ ແຜນແມ່ບົດຈັດສັນທີ່ດິນແຫ່ງຊາດ ຮອດປີ 2030 ການຂຶ້ນທະບຽນອອກໃບຕາດິນທົ່ວປະເທດ ໄດ້ເກີນແຜນທີ່ສະພາແຫ່ງຊາດຮັບຮອງ ການສ້າງຕັ້ງສູນແຜ່ນດິນໄຫວແຫ່ງຊາດ ສູນຊັບພະຍາກອນນໍ້າແຫ່ງຊາດ ການພະຍາກອນອາກາດ ລະດັບນໍ້າຕາມລໍາແມ່ນໍ້າຂອງ ແລະ ສາຂາແມ່ນໍ້າຂອງຕ່າງໆ ໄດ້ເປັນປົກກະຕິ.

# ຂ່າວ & ພາບ : ວຽງມາ

error: Content is protected !!