ທ່ານ ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ຕາງໜ້າຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂການລະບາດພະຍາດໂຄວິດ-19 ໄດ້ຖະແຫຼງຂ່າວປະຈຳວັນທີ 21 ທັນວາ 2021 ກ່ຽວກັບສະພາບການລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ລວມທັງຕົວເລກການຕິດເຊື້ອພະຍາດໂຄວິດ-19 ໃນທົ່ວໂລກ ທີ່ກະຊວງສາທາລະນະສຸກ.

ໃນວັນທີ 20 ທັນວາ 2021 ທົ່ວປະເທດໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອພະຍາດໂຄວິດ-19 ທັງໝົດ 5.215 ຕົວຢ່າງ ໃນນັ້ນ ກວດພົບເຊື້ອພະຍາດໂຄວິດ-19 ທັງໝົດ 1.128 ຄົນ (ຕິດເຊື້ອພາຍໃນ ຈຳນວນ 1.127 ຄົນ ແລະ ຕິດເຊື້ອນໍາເຂົ້າ 1 ຄົນ) ຂໍ້ມູນໂດຍຫຍໍ້ກ່ຽວກັບການຕິດເຊືື້ອພາຍໃນໃໝ່ຈຳ ນວນ 1.127 ຄົນ ຈາກ 17 ແຂວງ ແລະ ນະຄອນຫຼວງວຽງຈັນ ມີລາຍລະອຽດດັ່ງນີ້:
- ນະຄອນຫຼວງວຽງຈັນ 544 ຄົນ
- ບໍ່ແກ້ວ 157 ຄົນ
- ອຸດົມໄຊ 117 ຄົນ
- ຫຼວງນໍ້າທາ 64 ຄົນ
- ຫຼວງພະບາງ 47 ຄົນ
- ວຽງຈັນ 51 ຄົນ
- ບໍລິຄໍາໄຊ 35 ຄົນ
- ຜົ້ງສາລີ 21 ຄົນ
- ຊຽງຂວາງ 14 ຄົນ
- ໄຊສົມບູນ 14 ຄົນ
- ຈໍາປາສັກ 14 ຄົນ
- ສະຫັວນນະເຂດ 13 ຄົນ
- ຄໍາມ່ວນ 12 ຄົນ
- ເຊກອງ 10 ຄົນ
- ໄຊຍະບູລີ 7 ຄົນ
- ສາລະວັນ 5 ຄົນ
- ຫົວພັນ 1 ຄົນ
- ແລະ ແຂວງອັດຕະປື 1 ຄົນ
ສ່ວນການຕິດເຊືື້ອນໍາເຂົ້າຂອງຜູ້ທີ່ເດີນທາງເຂົ້າປະເທດແມ່ນມີ 1 ຄົນ ຈາກແຂວງຈໍາປາສັກ. ຮອດປັດຈຸບັນ ມີຜູ້ຕິດເຊື້ອພະຍາດໂຄວິດ-19 ສະສົມຢູ່ໃນສປປ ລາວ ທັງໝົດ 100.624 ກໍລະນີ ຄົນເຈັບຫາຍດີອອກໂຮງໝໍໃນວັນທີ 20 ທັນວາ 2021 ຈຳນວນ 512 ຄົນ ກໍາລັງປິ່ນປົວ 12.088 ຄົນ ແລະ ເສຍຊີວິດສະສົມທັງໝົດ 284 ຄົນ (ໃໝ່ 10 ຄົນ) ສຳລັບຂໍ້ມູນເບື້ອງຕົ້ນຜູ້ເສຍຊີວິດໃໝ່ 10 ຄົນ ລາຍລະອຽດດັ່ງນີ້:
- ເພດຍິງ ອາຍຸ 56 ປີ ບ້ານນາໂພ ນະຄອນຫຼວງພະບາງ ແຂວງຫຼວງພະບາງ
- ເພດຊາຍ 58 ປີ ບ້ານໂນນຂີ້ເຫຼັກ ເມືອງສີໂຄດຕະ ບອງ ນະຄອນຫຼວງວຽງຈັນ
- ເພດຍິງ ອາຍຸ 58 ປີ ອາຊີບແມ່ເຮືອນ ບ້ານພູຄໍາ ເມືອງໄຊທານີ ນະ ຄອນຫຼວງວຽງຈັນ
- ເພດຊາຍ ອາຍຸ 78 ປີ ບ້ານຫວຍປຸງ ເມືອງໂພນໂຮງ ແຂວງວຽງຈັນ
- ເພດຍິງ ອາຍຸ 3 ເດືອນ ບ້ານດົງຂາວ ເມືອງໂພນໂຮງ ແຂວງວຽງຈັນ
- ເພດຍິງ 58 ປີ ບ້ານນໍ້າປຸງ ເມືອງເຟືອງ ແຂວງວຽງຈັນ
- ເພດຍິງ ອາຍຸ 72 ປີ ອາຊີບແມ່ເຮືອນ ບ້ານຫ້ວຍຊາຍເໜືອ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ
- ເພດຊາຍ ອາຍຸ 2 ປີ 3 ເດືອນ ບ້ານບໍ່ເຫຼັກ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ
- ເພດຊາຍ ອາຍຸ 40 ປີ ນັກໂທດຢູ່ຂຸມຂັງແຂວງບໍ່ແກ້ວ (ເປັນຄົນບ້ານດອນເຫຼືອງ ເມືອງເຟືອງ ແຂວງວຽງຈັນ)
- ເພດຍິງ ອາຍຸ 52 ປີ ບ້ານໃໝ່ ເມືອງໂພນໂຮງ ແຂວງວຽງຈັນ.
ປັດຈຸບັນ ໃນທົ່ວໂລກຍັງສືບຕໍ່ມີລາຍງານຄົນຕິດເຊືື້ອໃໝ່ ແລະ ເສຍຊີວິດໃໝ່ທຸກວັນ ກໍລະນີຢັ້ງຢືນຕິດເຊື້ອທັງໝົດ 274.944.819 ຄົນ (ໃໝ່ 449.959 ຄົນ) ເສຍຊີວິດທັງໝົດ 5.369.821 ຄົນ (ໃໝ່3.882 ຄົນ) ແລະ ປີ່ນປົວຫາຍດີ 246.643.625 (ໃໝ່ 338.055 ຄົນ).
# ຂ່າວ – ພາບ : ຊິລິການດາ