ທັດສະນະສຶກສາ ລົດໄຟລາວ-ຈີນ ເພື່ອກຽມພ້ອມຮັບນັກທ່ອງທ່ຽວ

   ເພື່ອເປັນການກຽມຄວາມພ້ອມເປີດຮັບນັກທ່ອງທ່ຽວຈາກຕ່າງປະເທດໃນເຂດທ່ອງທ່ຽວສີຂຽວ ທັງຮັບ ປະກັນຄວາມປະທັບໃຈ ແລະ ປອດໄພຂອງນັກທ່ອງທ່ຽວ ແລະ ຜູ້ບໍລິການໂດຍປະຕິບັດມາດຕະການຄວບຄຸມການລະບາດພະຍາດໂຄວິດ-19 ຢ່າງຮັດກຸມ ເຊິ່ງການກໍານົດໄລຍະເວລາເປີດຕ້ອນຮັບນັກ    ທ່ອງທ່ຽວ ວັນທີ 1 ມັງກອນ 2022. 

   ໃນວັນທີ 19-20 ທັນວາ 2021 ພະແນກຖະແຫຼງຂ່າວວັດທະນະທໍາ ແລະ ທ່ອງທ່ຽວ ນະຄອນຫຼວງວຽງຈັນ (ຖວທ ນວ) ໄດ້ຈັດຂະບວນທັດສະນະສຶກສາຕົວຈິງໃນການຂີ່ລົດໄຟລາວ-ຈີນ ແຕ່ສະຖານີນະຄອນ ຫຼວງວຽງຈັນ ຫາສະຖານີບໍ່ເຕ່ນ ແຂວງຫຼວງນ້ຳທາ ນໍາພາໂດຍ ທ່ານນາງ ວິໄລວອນ ຈັນທະລາຕີ ພະແນກ ຖວທ ນວ ພ້ອມດ້ວຍຄະນະສະມາຄົມຜູ້ປະກອບການັກທຸລະກິດສະມາຄົມນັກທ່ອງທ່ຽວລວມ 70 ກວ່າຄົນ.

   ທ່ານນາງ ວິໄລວອນ ຈັນທະລາຕີ   ກ່າວວ່າ: ການຈັດຂະບວນທັດສະນະສຶກສາຕົວຈິງໃນການຂີ່ລົດໄຟລາວ-ຈີນ ຄັ້ງນີ້ກໍເພື່ອເປັນການທັດສະນະສຶກສາເສັ້ນທາງທ່ອງທ່ຽວພາກເໜືອເພື່ອເປັນການທ່ອງທ່ຽວພາຍໃນ ”ລາວທ່ຽວລາວ” ໃນການກະກຽມຄວາມພ້ອມເປີດປະເທດກະຄືເປີດນະຄອນຫຼວງວຽງຈັນ ເພື່ອສ້າງຄວາມເຊື່ອໝັ້ນໃຫ້ແກ່ນັກທ່ອງທ່ຽວທີ່ຈະເຂົ້າມາຕໍ່ກັບບັນດາມາດຕາການຮັກສາຄວາມປອດໄພຂອງ ສປປ ລາວ ເຊິ່ງເປັນປັດໃຈສຳຄັນຕົ້ນຕໍໃນການດຶງດູດນັກທ່ອງທ່ຽວເຂົ້າປະເທດໃນສະພາບທີ່ມີການແຜ່ລະບາດຂອງພະຍາດໂຄວິດ-19 ທັງເປັນການເຊື່ອມໂຍມການທ່ອງທ່ຽວນະຄອນຫຼວງວຽງຈັນແລະແຂວງພາກເໜືອນ ນີ້ຂະບວນທັດສະນະຍັງໄດ້ຢ້ຽມຢາມແຫຼ່ງທ່ອງທ່ຽວຂອງແຂວງຫຼວງພະບາງເປັນຕົ້ນຫໍພິພິທະພັນພະລາດຊາວັງ ວັດຊຽງທອງ ຕາບກວາງຊີ ນໍ້າຕົກຕາດຮ້ອຍຄົວແລະແຫຼ່ງທ່ອງທ່ຽວອີກຈໍານວນໜຶ່ງ.

    ສໍາລັບເງື່ອນໄຂຂອງຜູ້ປະກອບການທີ່ຈະເຂົ້າຮ່ວມຕ້ອນຮັບນັກທ່ອງທ່ຽວໃນເຂດທ່ອງທ່ຽວສີຂຽວ: ປະຊາກອນທີ່ຢູ່ພາຍໃນແຂວງທີ່ຈະຕ້ອນຮັບນັກທ່ອງທ່ຽວໄລຍະທີ 1 ຕ້ອງໄດ້ຮັບການສັກຢາວັກຊີນຄົບ  ໂດສ ຫຼາຍກວ່າ 70% ຂຶ້ນໄປ ສໍາລັບພະນັກງານນຳທ່ຽວ ພະນັກງານຂັບລົດ ແລະ ຜູ້ບໍລິການບັນດາສະຖານທີ່ທ່ອງທ່ຽວຕ່າງໆເຊັ່ນ:ໂຮງແຮມ ຮ້ານອາຫານ ສະຖານທີ່ທ່ອງທ່ຽວ ແລະ ອື່ນໆໃນເຂດທ່ອງທ່ຽວສີຂຽວຕ້ອງໄດ້ຮັບການສັກຢາວັກຊີນຄົບໂດສ 95% ຂຶ້ນໄປ ບັນດາສະຖານທີ່ບໍລິການທ່ອງທ່ຽວຕ່າງໆໃນເຂດທ່ອງທ່ຽວສີຂຽວຕ້ອງໄດ້ປັບປຸງສະຖານທີ່ບໍລິການກະກຽມອຸປະກອນຮັບໃຊ້ພ້ອມທັງໄດ້ຮັບການເຝິກອົບຮົມມາດຕະຖານ (LaoSafe) ໃຫ້ພະນັກງານບໍລິການພ້ອມທັງໄດ້ຮັບການປະເມີນ ແລະ ຢັ້ງຢືນ (LaoSafe) ຈຶ່ງສາມາດບໍລິການໃນເຂດທ່ອງທ່ຽວສີຂຽວໄດ້.

    ລົດໄຟລາວ-ຈີນ ໄດ້ເປີດນໍາໃຊ້ຢ່າງເປັນທາງການ ໃນວັນທີ 3 ທັນວາ 2021 ໃນເບື້ອງຕົ້ນເປີດໃຫ້ບໍລິການ 6 ສະຖານີຂົນສົ່ງຜູ້ໂດຍສານ (ສະຖານີ ນະຄອນຫຼວງວຽງຈັນ ສະຖານີ ໂພນໂຮງ ສະຖານີ ວັງວຽງ ສະຖານີ ຫຼວງພະບາງ ສະຖານີ ເມືອງໄຊ ແລະ ສະຖານີ ບໍ່ເຕ່ນ) ຂອງຈຳນວນສະຖານີ ຂົນສົ່ງຜູ້ໂດຍສານທັງໝົດ 10 ສະຖານີ ແລະ ຍັງບໍ່ທັນເປີດໂດຍສານລະຫວ່າງປະເທດເທື່ອ ເນື່ອງຈາກວ່າ ການແຜ່ລະບາດຂອງພະຍາດໂຄວິດ-19. ໃນແຕ່ລະມື້ຈະເປີດແລ່ນຂະບວນລົດໄຟ ສາຍພາຍໃນປະເທດ 2 ຄູ່/ວັນ, ໃນນັ້ນແລ່ນຈາກນະຄອນຫຼວງວຽງຈັນ ໄປບໍ່ເຕ່ນ 1 ຄູ່ (ເວລາອອກເບື້ອງຕົ້ນ 8:00 ໂມງ ເຖິງສະຖານີ ບໍ່ເຕ່ນ 11:30 ໂມງ) ສ່ວນຂາກັບ ອອກຈາກສະຖານີ ບໍ່ເຕ່ນ 12:00ໂມງ ເຖິງສະຖານີ ນະຄອນຫຼວງ 15:14ໂມງ) ແລະ ນະຄອນຫຼວງວຽງຈັນ ໄປ ຫຼວງພະບາງ 1 ຄູ່ (ເວລາອອກ 15:44ໂມງ ເຖິງສະຖານີ ຫຼວງພະບາງ 17:46 ໂມງ ສ່ວນຂາກັບຈາກສະຖານີຫຼວງພະບາງ 18:16ໂມງ ເຖິງສະຖານີ ນະຄອນຫຼວງ 20:22 ໂມງ).

error: Content is protected !!