ຫ້ອງການວິທະຍຸກະຈາຍສຽງ ແລະ ໂທລະຄົມມະນາຄົມແຫ່ງຊາດ ຂອງປະເທດໄທ (NBTC) ໂຮງໝໍສິຣິລາດ ແລະ ບໍລິສັດ ຫົວເຫວີຍ ເຕັກໂນໂລຊີ (ໄທ) ຈໍາກັດຜູ້ດຽວ ໄດ້ຮ່ວມງານເປີດໂຕ “ໂຮງໝໍອັດສະລິຍະ 5G ລະດັບໂລກ” ວັນທີ 16 ທັນວາ 2021 ໂດຍມີທ່ານ ພົນເອກ Prayut Chan-o-cha ນາ ຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດໄທ ທ່ານ Chaiwut Thanakamanusorn ລັດ ຖະມົນຕີກະຊວງເສດຖະກິດ ແລະ ສັງຄົມ ທ່ານ ສາດສະດາຈານ ດຣ Prasit Watanapa ຄະນະບໍດີຄະນະແພດສາດ ໂຮງໝໍສິຣິລາດ ມະຫາວິທະຍາໄລມະຫິດົນ ທ່ານ ພັນເອກ Natee Sukonrat ຮອງປະທານຄະນະກຳມະການວິທະຍຸກະຈາຍສຽງ ແລະ ໂທລະຄົມມະນາຄົມແຫ່ງຊາດ ຂອງປະເທດໄທ ທ່ານ Han Zhiqiang ເອກອັກຄະລັດຖະທູດສະຖານທູດຈີນ ປະຈຳໄທ ທ່ານ Abel Deng ຫົວໜ້າບໍລິ ຫານບໍລິສັດ ຫົວເຫີຍ ໄທ ທ່ານ ສາດສະດາຈານ Vamvanij ຜູ້ອຳນວຍການໂຮງໝໍສິຣິລາດ ທ່ານ ດຣ Cherdchai Nopmaneejumruslers ຮອງຜູ້ອຳນວຍການໂຮງໝໍສິຣິລາດ ເຂົ້າຮ່ວມ.

ໂຄງການນີ້ ເປັນໂຄງການໂຮງໝໍອັດສະລິຍະ 5G ແຫ່ງທຳອິດ ແລະ ໃຫຍ່ທີ່ສຸດໃນປະເທດໄທ ແລະ ພາກພື້ນອາຊຽນ ມີຈຸດປະສົງເພື່ອນໍາເອົາປະສົບການທີ່ມີປະສິດທິຜົນ ແລະ ສະດວກສະບາຍໃຫ້ຄົນເຈັບ ໂດຍການນໍາສະເໜີເຕັກໂນໂລຊີ ເຊັ່ນ: 5G Cloud ແລະ ປັນຍາປະດິດ (AI) ແລະ ສົ່ງເສີມໃຫ້ໂຮງໝໍສິຣິລາດ ເປັນຕົວແບບສໍາລັບໂຮງໝໍອັດສະລິຍະໃນປະເທດໄທ ແລະ ທົ່ວໂລກ ຂະນະດຽວກັນໂຮງໝໍສິຣິລາດ ແລະ ຫົວເຫວີຍ ຈະສ້າງຕັ້ງຫ້ອງທົດລອງນະວັດຕະກໍາຮ່ວມກັນ ເພື່ອປະດິດສ້າງແອັບພິ ເຄເຊິນ 5G ທີ່ເປັນນະວັດຕະກໍາໃໝ່ ປັດຈຸບັນສອງຝ່າຍໄດ້ເລີ່ມດຳເນີນການທົດລອງກ່ອງແພດເຄື່ອນທີ່ 5G ຍານພາຫະນະບໍ່ມີຄົນຂັບ 5G ລົດຍູ້ແພດ 5G ແລະ ຕຽງໂຮງໝໍອັດສະລິຍະ 5G ຄາດວ່າແອັບພິ ເຄເຊິນທາງການແພດ 5G ຈໍານວນ 30 ລາຍການ ຈະໄດ້ຮັບການສົ່ງເສີມໃນທົ່ວປະເທດ ໃນປີ 2022.

ທ່ານ ພົນເອກ Prayut Chan-o-cha ກ່າວວ່າ: ລັດຖະບານໄທ ເຂົ້າໃຈຄວາມສຳຄັນຂອງເຕັກໂນໂລຊີ ໄດ້ສ້າງແຜນການພັດທະນາດີຈີຕອນຂອງໄທຢ່າງສຳເລັດຜົນ ແລະ ປັດຈຸບັນແມ່ນບາດກ້າວທຳອິດທີ່ສຳຄັນໃນການພັດທະນາ ການນຳໃຊ້ເຕັກໂນໂລຊີດີຈີຕອນ ແລະ 5G ດ້ານການແພດ ຈະຊ່ວຍຫຼຸດ ຜ່ອນຂັ້ນຕອນຂອງບຸກຄະລາກອນທາງການແພດ ຫຼຸດຜ່ອນຄວາມສ່ຽງໂດຍລວມ ແລະ ຈະປັບປຸງປະສິດ ທິຜົນຂອງການດູແລຮັກສາສຸຂະພາບສໍາລັບຄົນເຈັບ ພວກເຮົາຈະນຳໃຊ້ໂຮງໝໍສິຣິລາດ ອັດສະລິຍະ 5G ເປັນໂຄງການທົດລອງ ໂດຍມີເປົ້າໝາຍເພື່ອຂະຫຍາຍໄປສູ່ໂຮງໝໍອື່ນໆໃນອະນາຄົດ ຂໍເຮົາຊົມເຊີຍໂຮງໝໍສິຣິລາດ ແລະ ມະຫາວິທະຍາໄລມະຫິດົນ ແລະ ຂໍຂອບໃຈຫົວເຫວີຍ NBTC ອົງການຈັດຕັ້ງເອກະຊົນ ແລະ ຄູ່ຮ່ວມງານອື່ນໆ ທີ່ມີສ່ວນຮ່ວມໃນໂຄງການນີ້ ພວກເຮົາຫວັງວ່າໂຄງການດັ່ງກ່າວຈະເປັນແຜນຜັງສໍາລັບໂຮງໝໍອັດສະລິຍະ ທັງໝົດໃນປະເທດໄທ ທີ່ຈະກ້າວໄປຂ້າງໜ້າ.
ທ່ານ ສາດສະດາຈານ ດຣ Prasit Watanapa ໄດ້ແບ່ງປັນປະຫວັດຄວາມເປັນມາ ແລະ ການພັດທະນາການຈັດຕັ້ງປະຕິບັດໂຄງການໂຮງໝໍອັດສະລິຍະຂອງສິຣິລາດ ດ້ວຍ 5G ແລະ AI ເພື່ອສ້າງຕົວແບບທົດລອງສໍາລັບ “ໂຮງໝໍອັດສະລິຍະ” ໂດຍການຮ່ວມມືກັບຄູ່ຮ່ວມງານຂອງຕົນແນະນໍາເຕັກໂນໂລຊີ 5G Cloud AI ແລະ Digital Disruption ສໍາລັບການປະຍຸກໃຊ້ໃນການປ້ອງກັນ ການປິ່ນປົວ ແລະ ການຟື້ນຟູ ເພື່ອປັບປຸງຄຸນນະພາບ ແລະ ປະສິດທິຜົນຂອງການບໍລິການດ້ານການແພດ ນໍາເອົາປະສົບການທີ່ດີໃນຂະນະທີ່ໃຊ້ບໍລິການ ໃຊ້ບໍລິການກັບປະຊາຊົນໃນເຂດຫ່າງໄກສອກຫຼີກໃຫ້ດີຂຶ້ນ ໂອ ກາດໃນການເຂົ້າເຖິງການບໍລິການຮັກສາສຸຂະພາບຊັ້ນສູງ ພ້ອມທັງຫຼຸດຜ່ອນຄວາມບໍ່ສົມດຸນໃຫ້ໜ້ອຍທີ່ສຸດ ແລະ ເປັນແບບຢ່າງໃຫ້ການບໍລິການດ້ານການແພດຮຸ່ນໃໝ່ ໃຫ້ອຸດສາຫະກຳສາທາລະນະສຸກທົ່ວໂລກ ນອກນີ້ຍັງໄດ້ມີການສ້າງຕັ້ງຫ້ອງທົດລອງນະວັດຕະກໍາ ແລະ ແພັດຟອມນະວັດຕະກໍາອື່ນໆ ເພື່ອປູກຝັງບັນດາໂຄງການນະວັດຕະກໍາໃນອະນາຄົດ.

ທ່ານ ພັນເອກ Natee Sukonrat ກ່າວວ່າ: NBTC ໃນຖານະເປັນໜ່ວຍງານຄວບຄຸມຮັກສາກິດ ຈະການວິສາຫະກິດກະຈາຍສຽງ ແລະ ໂທລະຄົມມະນາຄົມ ມີໜ້າທີ່ສຳຄັນໃນການອອກໃບອະນຸຍາດ ຄວາມຖີ່ ເພື່ອຮອງຮັບການສື່ສານແບບໄຮ້ສາຍຄວາມໄວສູງ ໃນຍຸກ 5G ເພື່ອຊຸກຍູ້ການພັດທະນາພື້ນ ຖານໂຄງລ່າງໂທລະຄົມມະນາຄົມ ແນະນຳການຂະຫຍາຍ ແລະ ການນຳໃຊ້ເຕັກໂນໂລຊີໃຫ້ຂະແໜງ ການຕ່າງໆ ເຊິ່ງສອດຄ່ອງກັບນະໂຍບາຍຂອງລັດຖະບານ ພາຍຫຼັງຄະນະກຳມະການ 5G ແຫ່ງຊາດໄດ້ ຕົກລົງອະນຸມັດໂຄງການໂຮງໝໍອັດສະລິຍະ ແບບບຸກເບີກ ເປັນໂຄງການຕົ້ນແບບການນຳໃຊ້ແອັບພິເຄເຊິນ 5G ແລະ ເຮັດໃຫ້ເຫັນຄວາມສາມາດຂອງໂຮງໝໍສິຣິລາດ ໂດຍມີຜູ້ຊ່ຽວຊານ ແລະ ອຸປະກອນການແພດຄົບຊຸດ ເປັນເຄື່ອງມືໃນການພັດທະນາໄປສູ່ໂຮງໝໍອັດສະລິຍະ ເຮັດໃຫ້ເຫັນຜົນໄດ້ຮັບທີ່ຊັດເຈນ ນັບແຕ່ການເລີ່ມຕົ້ນຂອງໂລກລະບາດ ໂຮງໝໍສິຣິລາດ ແລະ ຫົວເຫວີຍ ໄດ້ສ້າງຕັ້ງການຮ່ວມມືໄລຍະຍາວໃນການພັດທະນາ ແລະ ການນໍາໃຊ້ເຕັກໂນໂລຊີ 5G ເດືອນມິຖຸນາ 2020 ໂຮງໝໍສິຣິລາດ ໄດ້ຮ່ວມມືກັບຫົວເຫວີຍໄທ ເປີດຕົວພາຫະນະທີ່ຂັບເຄື່ອນດ້ວຍຕົນເອງ 5G ສໍາລັບການສົ່ງມອບອຸປະກອນການແພດແບບບໍ່ຕ້ອງສໍາຜັດ ເດືອນທັນວາ 2020 ຫົວເຫວີຍໄດ້ລົງນາມບົດບັນທຶກຄວາມເຂົ້າໃຈ 5 ປີ ກັບໂຮງໝໍສິຣິລາດ ເພື່ອເລັ່ງການດຳເນີນງານອັດສະລິຍະຂອງໂຮງໝໍສິຣິລາດ ໂດຍນຳໃຊ້ເຕັກໂນໂລຊີດີຈີຕອນ 5G ລວມທັງການຕິດຕາມຄົນເຈັບ ການວິນິດໄສ ການເກັບກຳຂໍ້ມູນ ແລະ ສະໜອງການເຝິກອົບ ຮົມດ້ານວິຊາການໃຫ້ແພດໝໍໃນໂຮງໝໍ ປີ 2020 ໂຮງໝໍສິຣິລາດ ໄດ້ຮັບຮາງວັນຈາກ CommunicAsia Awards ປະເພດ “ການທົດລອງໃຊ້ງານ 5G ທີ່ມີນະວັດຕະກໍາທີ່ສຸດຢູ່ໃນພາກພື້ນອາຊີ-ປາຊີຟິກ.
ທ່ານ Abel Deng ກ່າວວ່າ: ຫົວເຫວີຍ ໄດ້ຮ່ວມມືກັບໂຮງໝໍສິຣິລາດ ເພື່ອຫັນເປັນໂຮງໝໍອັດສະລິຍະ 5G ລະດັບໂລກ ແລະ ໄດ້ນຳສະເໜີຫ້ອງທົດລອງນະວັດຕະກໍາທີ່ອາຄານ Srisavarindira ເປັນສ່ວນໜຶ່ງຂອງໂຄງການພື້ນຖານໂຄງລ່າງ 5G ຂອງໂຮງໝໍສິຣິລາດ ໃນປີຜ່ານມາ ເຊິ່ງເຮັດໃຫ້ເຫັນຮູບແບບການຍົກລະດັບອຸດສາຫະກຳສາທາລະນະສຸກຂອງໄທໃນອະນາຄົດ ແລະ ປະກອບສ່ວນໃນການຫັນ ປ່ຽນຂອງໂຮງໝໍສິຣິລາດ ເປັນໂຮງໝໍອັດສະລິຍະ ສອດຄ່ອງກັບພາລະກິດຂອງຫົວເຫວີຍ ໃນການເຕີບໂຕຢູ່ໄທ ມີສ່ວນສະໜັບສະໜູນ ເຂົ້າໃນປະເທດໄທ ການຮ່ວມມືຂ້າມຂະແໜງການນີ້ ຈະຊ່ວຍເສີມຂະ ຫຍາຍ ແລະ ຍົກລະດັບການບໍລິການຂອງໂຮງໝໍສິຣິລາດ ໃຫ້ກ້າວສູ່ການເປັນສູນການແພດອັດສະລິຍະທີ່ນຳໃຊ້ເຕັກໂນໂລຊີດີຈີຕອນ ໂດຍອີງໃສ່ 5G AI ໂຄງສ້າງພື້ນຖານ Big Data ແລະ Cloud Edge ເພື່ອຕິດຕາມຄົນເຈັບ ການກວດພະຍາດໂດຍ AI ຜ່ານ Cloud ການເກັບຮັກສາຂໍ້ມູນ ການວິເຄາະ ແລະ ການຈັດສັນຊັບພະຍາກອນ ທັງໝົດນີ້ຈະຊ່ວຍປູທາງໄປສູ່ວິໄສທັດຂອງຄະນະແພດໂຮງໝໍສິຣິລາດ ໃນການເປັນ “ສະຖາບັນການແພດແຫ່ງຊາດ ຜູ້ສ້າງຄວາມເປັນຢູ່ທີ່ດີຂອງພົນລະເມືອງທົ່ວໂລກ” ແລະ ຮູບແບບໂຮງໝໍອັດສະລິຍະສຳລັບໂຮງໝໍອື່ນໆ ໃນປະເທດໄທ.