ມື້ນີ້ ໂຄວິດ-19 ພາກເອົາຊີວິດຊາວຫຼວງນໍ້າທາໄປອີກ 2 ຄົນ

    ທ່ານ ນາງ ພອນປະເສິດ ໄຊຍະມຸງຄຸນ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ໄດ້ຖະແຫຼງຂ່າວປະຈໍາວັນທີ 18 ທັນວາ 2021 ກ່ຽວກັບສະພາບການລະບາດພະຍາດໂຄວິດ-19ວ່າ:ວັນທີ 17 ທັນວາ ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊື້ອໂຄວິດ-19 ທັງໝົດ 6.472 ຕົວຢ່າງ ໃນຂອບເຂດທົ່ວປະເທດ ແລະ ພົບເຊື້ອທັງໝົດ 1.249 ຄົນ (ຕິດເຊື້ອພາຍໃນ ມີ 1,247 ຄົນ ແລະ ຕິດເຊື້ອນໍາເຂົ້າ 02 ຄົນ) ເຮັດໃຫ້ຕົວເລກຜູ້ຕິດເຊື້ອພະຍາດໂຄວິດ 19 ສະສົມໃນ ສປປ ລາວ ຮອດປັດຈຸບັນ ແມ່ນ 97.505 ຄົນເສຍຊີວິດສະສົມ 268 ຄົນ (ໃນນີ້ ເສຍຊີວິດໃໝ່ 02 ຄົນ) ປິ່ນປົວຫາຍດີ ແລະ ກັບບ້ານມີ 559 ຄົນ ກຳລັງປິ່ນປົວທັງໝົດທົ່ວປະເທດ ແມ່ນ 12.773 ຄົນ ແມ່ນ 13,09 % ແລະ ທີ່ຜູ້ປິ່ນປົວຫາຍດີແລ້ວ ແມ່ນມີເຖິງ 86,62% ຂອງຈໍານວນຜູ້ຕິດເຊື້ອສະສົມທັງໝົດ.

    ການຕິດເຊື້ອພາຍໃນໃໝ່ທັງໝົດ 1.247 ຄົນ ຈາກ 17 ແຂວງ ແລະ ນະຄອນຫຼວງວຽງຈັນ ເຊິ່ງມີລະອຽດດັ່ງນີ້

  • ນະຄອນຫຼວງ 540 ຄົນ ໃນ 208 ບ້ານ 8 ເມືອງ
  • ຫຼວງນ້ຳທາ ມີ 126 ຄົນ
  • ບໍ່ແກ້ວ ມີ 115 ຄົນ
  • ອຸດົມໄຊ ມີ 84 ຄົນ
  • ຄຳມ່ວນ ມີ 59 ຄົນ
  • ຫຼວງພະບາງ ມີ 56 ຄົນ
  • ວຽງຈັນ ມີ 49 ຄົນ
  • ບໍລິຄຳໄຊ ມີ 45 ຄົນ
  • ສະຫວັນນະເຂດ ມີ 32 ຄົນ
  • ຈຳປາສັກ ມີ 29 ຄົນ
  • ຜົ້ງສາລີ ມີ 28 ຄົນ
  • ໄຊຍະບູລີ ມີ 26 ຄົນ
  • ໄຊສົມບູນ 24 ຄົນ
  • ຊຽງຂວາງ ມີ 26 ຄົນ
  • ຫົວພັນ ມີ 12 ຄົນ
  • ເຊກອງ ມີ 7 ຄົນ
  • ສາລະວັນ ມີ 5 ຄົນ
  • ອັດຕະປື ມີ 4 ຄົນ.

    ສ່ວນການຕິດເຊື້ອນໍາເຂົ້າ ຂອງຜູ້ທີ່ເດີນທາງເຂົ້າປະເທດແມ່ນ ມີ 2 ຄົນ ຈາກ ແຂວງຈຳປາສັກ ໄດ້ ເຂົ້າຈຳກັດຢູ່ສູນຈຳກັດບໍລິເວນ ກ່ອນກວດພົບເຊື້ອ ແລະ ສົ່ງໄປປິ່ນປົວຢູ່ຕາມສະຖານທີ່ປິ່ນປົວທີ່ ກຳນົດໄວ້.

    ສຳລັບຄົນທີ່ເສຍຊີວິດໃໝ່ 2 ຄົນ:

  1. ເພດຊາຍ ອາຍຸ 26 ປີ ອາຊີບ ຫວ່າງງານ ບ້ານ: ໜອງບົວ ເມືອງ ສິງ ແຂວງຫຼວງນໍ້າທາ ປະຫວັດພະຍາດປະຈຳຕົວ ພະຍາດຕັບແຂງ ບໍ່ໄດ້ຮັບການສັກວັກຊີນກັນໂຄວິດ-19
  2. ເພດຊາຍ ອາຍຸ 81 ປີ ບ້ານ ໜອງບົວວຽງ ເມືອງ ຫຼວງນ້ຳທາ ແຂວງ ຫຼວງນ້ຳທາ ປະຫວັດພະຍາດປະຈຳຕົວ: ປອດອັກເສບ ພະຍາດໄຂຫຼັງບໍ່ໄດ້ຮັບການສັກວັກຊິນກັນໂຄວິດ-19

# ຂ່າວ – ພາບ : ຂັນທະວີ

error: Content is protected !!