ສປປ ລາວ ມີແຜນເປີດຮັບນັກທ່ອງທ່ຽວຈາກຕ່າງປະເທດ ໃນເຂດທ່ອງທ່ຽວສີຂຽວ

    ພິທີຖະແຫຼງຂ່າວ ເປີດການຕ້ອນຮັບນັກທ່ອງທ່ຽວຈາກຕ່າງປະເທດ ໃນເຂດທ່ອງທ່ຽວສີຂຽວ ຈັກຂຶ້ນວັນທີ 17 ທັນວາ 2021 ທີ່ຫໍປະຊຸມແຫ່ງຊາດ ໂດຍການຖະແຫຼງຂອງທ່ານ ນາງ ສວນສະຫວັນ ວິຍາເກດ ລັດຖະມົນຕີກະຊວງຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ແລະ ທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ມີການນໍາພັກ-ລັດ ທູຕານຸທູດ ຜູ້ຕາງໜ້າອົງການຈັດຕັ້ງສາກົນ ແລະ ຜູ້ປະກອບການເຂົ້າຮ່ວມ.

     ທ່ານນາງ ສວນສະຫວັນ ວິຍາເກດ ກ່າວວ່າ: ການຈັດຕັ້ງປະຕິບັດແຜນເປີດຮັບນັກທ່ອງທ່ຽວຈາກຕ່າງປະເທດໃນເຂດທ່ອງທ່ຽວສີຂຽວ ແມ່ນບໍ່ສາມາດເປີດພ້ອມກັນໄດ້ໃນທົ່ວປະເທດ ຈະໄດ້ດໍາເນີນໄປເທື່ອລະບາດກ້າວດ້ວຍຄວາມລະມັດລະວັງ ມີຄວາມຮັບຜິດຊອບສູງ ຮັບປະກັນຄວາມປະທັບໃຈ ແລະ ປອດໄພຂອງນັກທ່ອງທ່ຽວ ແລະ ຜູ້ບໍລິການ ໂດຍປະຕິບັດມາດຕະການຄວບຄຸມການລະບາດພະຍາດໂຄວິດ-19 ຢ່າງຮັດກຸມ ເຊິ່ງການກໍານົດໄລຍະເວລາເປີດຕ້ອນຮັບນັກທ່ອງທ່ຽວ 3 ໄລຍະຄື:

  • 1 ເລີ່ມແຕ່ວັນທີ 1 ມັງກອນ ຫາ ວັນທີ 30 ມີນາ 2022
  • 2 ເລີ່ມແຕ່ວັນທີ 1 ເມສາ ຫາ ວັນທີ 30 ມິຖຸນາ
  • 3 ເລີ່ມແຕ່ວັນທີ 1 ກໍລະກົດ 2022 ເປັນຕົ້ນໄປ

    ຄະນະຮັບຜິດຊອບຈະໄດ້ມີການຕິດຕາມ ກວດກາການຈັດຕັ້ງປະຕິບັດວຽກງານດັ່ງກ່າວຢ່າງຕໍ່ເນື່ອງ ເພື່ອປະເມີນຜົນໃນແຕ່ລະໄລຍະໃຫ້ສອດຄ່ອງກັບສະພາບຄວາມເປັນຈິງ ແລ້ວລາຍງານລັດຖະບານພິຈາລະນາຕາມຄວາມເໝາະສົມ.

    ເປົ້າໝາຍກຸ່ມນັກທ່ອງທ່ຽວເຂົ້າມາມາທ່ອງທ່ຽວເຂດທ່ອງທ່ຽວສີຂຽວ ສປປ ລາວ ໄລຍະທີ 1 ລວມມີ 17 ປະເທດຄື: ສປ ຈີນ ສສ ຫວຽດນາມ ກໍາປູເຈຍ ໄທ ມາເລເຊຍ ສິງກະໂປ ສ.ເກົາຫຼີ ຍີ່ປຸ່ນ ຝຣັ່ງ ອັງກິດ ເຢຍລະມັນ ໂຮນລັງ ແອັດສະປາຍ ອີຕາລີ ອາເມຣິກາ ການາດາ ແລະ ອົດສະຕຣາລີ ໂດຍມີເງື່ອນໄຂຄື: ຕ້ອງແມ່ນນັກທ່ອງທ່ຽວທີ່ມາເປັນໝູ່ຄະນະ ຜ່ານການບໍລິການຂອງບໍລິສັດທ່ອງທ່ຽວຕາມລາຍການທີ່ໄດ້ກໍານົດໃນຂອບເຂດທ່ອງທ່ຽວສີຂຽວ ຫ້າມບໍ່ໃຫ້ນໍາເຂົ້ານັກທ່ອງທ່ຽວແບບກະແຈກກະຈາຍ ໂດຍບໍ່ຜ່ານການບໍລິການຂອງບໍລິສັດທ່ອງທ່ຽວທີ່ບໍ່ໄດ້ຮັບອະນຸຍາດຈາກຄະນະສະເພາະກິດ ນັກທ່ອງທ່ຽວທີ່ມີຈຸດປະສົງເຂົ້າມາທ່ອງທ່ຽວຢູ່ ສປປ ລາວ ຕ້ອງໄດ້ຮັບວັກຊິນຄົບໂດສຫຼາຍກວ່າ 14 ວັນຂຶ້ນໄປ ມີປະກັນຊີວິດ ມີການຢັ້ງຢືນກວດຫາເຊື້ອດ້ວຍລະບົບ RT-PCR ທີ່ມີຜົນເປັນລົບ ບໍ່ເກີນ 72 ຊົ່ວໂມງກ່ອນວັນເດີນທາງ ເມື່ອມາເຖິງ ສປປ ລາວ ແລ້ວ ຕ້ອງໄດ້ຮັບກວດຫາເຊື້ອໂຄວິດ-19 ຢູ່ຕາມດ່ານສາກົນເຂົ້າ-ອອກ ແລະ ຈໍາກັດບໍລິເວນ 1 ວັນ ຫຼື 24 ຊົ່ວໂມງ ເພື່ອລໍຖ້າຜົນກວດ ເມື່ອຜົນກວດເປັນລົບສາມາດເດີນທາງທ່ອງທ່ຽວຕາມລາຍການໄດ້ ພ້ອມນັ້ນ ກ່ອນເດີນທາງມາເຖິງ ສປປ ລາວ ນັກທ່ອງທ່ຽວຕ້ອງດາວໂຫຼດແອັບ LaoStaySafe ເພື່ອລົງທະບຽນ ແລະ ແຈ້ງຂໍ້ມູນການສັກວັກຊິນຄົບໂດສ ແລະ ການກວດໂຄວິດກ່ອນ 72 ຊົ່ວໂມງເຂົ້າມທ່ອງທ່ຽວ ສປປ ລາວ ແລະ ນັກທ່ອງທ່ຽວຕ້ອງຊື້ປະກັນໄພສຸຂະພາບທີ່ມີວົງເງິນຄໍ້າປະກັນຢ່າງຕໍ່່າ 50.000 ໂດລາສະຫາລັດ.

    ສໍາລັບຂອບເຂດການທ່ອງທ່ຽວສີຂຽວ ໄດ້ກໍານົດເປັນ 2 ປະເພດຄື: ເຂດທ່ອງທ່ຽວສີຂຽວທີ່ກໍານົດເປີດໃຫ້ທ່ອງທ່ຽວໄລຍະທີ 1 ມີ ນະຄອນຫຼວງວຽງຈັນ ນະຄອນຫຼວງພະບາງ ແລະ ເມືອງຕ່າງໆຂອງແຂວງຫຼວງພະບາງ ເມືອງວັງວຽງ ແຂວງວຽງຈັນ ສໍາລັບເສັ້ນທາງທ່ອງທ່ຽວສີຂຽວ ໄດ້ກໍານົດຢູ່ແຂວງ ອຸດົມໄຊ ໄຊຍະບູລີ ຊຽງຂວາງ ຄໍາມ່ວນ ແລະ ແຂວງຈໍາປາສັກ ສ່ວນກໍານົດເປີດເຂດທ່ອງທ່ຽວສີຂຽວໄລຍະ 2 ມີ ນະຄອນຫຼວງວຽງຈັນ ແຂວງວຽງຈັນ ຫຼວງພະບາງ ອຸດົມໄຊ ໄຊຍະບູລີ ຊຽງຂວາງ ຄໍາມ່ວນ ສະຫວັນນະເຂດ ແລະ ແຂວງຈໍາປາສັກ ແລະ ເສັ້ນທາງທ່ອງທ່ຽວສີຂຽວກໍານົດຢູ່ 4 ແຂວງຄື:ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ແຂວງຫຼວງນໍ້າທາ ເຊກອງ ແລະ ແຂວງສາລະວັນ. ການກໍານົດເປີດດ່ານເຂົ້າ-ອອກ ເພື່ອຕ້ອນຮັບນັກທ່ອງທ່ຽວມາທ່ຽວໃນເຂດທ່ອງທ່ຽວສີຂຽວໄລຍະທີ 1 ມີ ສະໜາມບິນສາກົນວັດໄຕ ແລະ ດ່ານສາກົນຂົວມິດຕະພາບນະຄອນຫຼວງວຽງຈັນ-ໜອງຄາຍ ສ່ວນການເປີດດ່ານເພື່ອຕ້ອນຮັບດັ່ງກ່າວໄລຍະ 2 ມີສະໜາມບິນສາກົນວັດໄຕ ສະໜາມບິນສາກົນຫຼວງພະບາງ ດ່ານບໍ່ຫ່ານ-ບໍ່ເຕັນ (ລາວ-ຈີນ) ຂົວມິດຕະພາບລາວ-ໄທແຫ່ງທີ 1 ນະຄອນຫຼວງວຽງຈັນ ຂົວມິດຕະພາບທ່າແຂກ-ນະຄອນພະນົມ ຂົວມິດຕະພາບສະຫວັນນະເຂດ-ມຸກດາຫານ ດ່ານຊ່ອງເມັກ ປາກເຊ-ອຸບົນລາດຊະທານີ ດ່ານລາວບາວ ແລະ ດ່ານຫຼັກຊາວ (ລາວ-ຫວຽດນາມ).

.

# ຂ່າວ – ພາບ : ຂັນທະວີ

error: Content is protected !!