ທົບທວນປະຈໍາປີ ໜ້າຂ່າວມີເດຍລາວ ແລະ ການໂຄສະນາໃຫ້ການສະເຫຼີມສະຫຼອງຄົບຮອບ 75 ປີ ຂອງອົງການອຸຍນີເຊບ

    ກອງປະຊຸມທົບທວນປະຈໍາປີ ໜ້າຂ່າວມີເດຍລາວ ແລະ ການໂຄສະນາໃຫ້ການສະເຫຼີມສະຫຼອງ ຄົບຮອບ 75 ປີ ອົງການສະຫະປະຊາຊາດສໍາລັບເດັກ ຈັດຂຶ້ນວັນທີ 17 ທັນວາ 2021 ຢູ່ກະຊວງຖະ ແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ໂດຍເປັນປະທານຂອງທ່ານ ສົມສະຫວາດ ພົງສາ ຫົວໜ້າກົມສື່ມວນຊົນ ແລະ ທ່ານນາງ Maria Fernandez ຫົວໜ້າພະແນກໂຄສະນາ ແລະ ສື່ສານມວນຊົນ ອົງການອຸຍນີເຊບ ມີບັນດາສໍາມາຊິກທີ່ຢູ່ໃນໜ້າຂ່າວມີເດຍລາວ ທັງສູນກາງ ແລະ ທ້ອງຖິ່ນ ທີມງານນັກຈັດລາຍການວິທະຍຸໄວໝຸ່ມ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມແບບອັອບລາຍ ແລະ ແບບອອນລາຍ.

    ກອງປະຊຸມຄັ້ງນີ້ ໄດ້ນໍາສະເໜີກ່ຽວກັບການສະເຫຼີມສະຫຼອງວັນຄົບຮອບ 75 ປີ ອົງການອຸຍນີເຊບ ໃນທົ່ວໂລກ ແລະ ສປປ ລາວ ວິໄສທັດຂອງອົງການອຸຍນີເຊບ ສໍາລັບແຜນງານໃນປະເທດຕໍ່ໜ້າ ການສົ່ງເສີມຂອງອົງການອຸຍນີເຊບ 75 ປີ ຜ່ານສື່ອອນລາຍ ໂດຍສື່ມວນຊົນ 18 ແຂວງ ພ້ອມທັງໄດ້ປຶກສາຫາລື ແລະ ແລກປ່ຽນຄໍາຄິດເຫັນກ່ຽວກັບການມີສ່ວນຮ່ວມຂອງສື່ມວນຊົນລາວໃນການສະເຫຼີມສະຫຼອງ ຄົບຮອບ 75 ປີ ຂອງອົງການອຸຍນີເຊບ ການເກັບກໍາຂ່າວ ເປົ້າໝາຍການສໍາພາດເຈົ້າໜ້າທີ່ ແລະ ຄໍາຖາມທີ່ກ່ຽວຂ້ອງ ແລະ ການວາງແຜນເກັບກໍາຂ່າວໃນແຕ່ລະໄລຍະ.

    ທ່ານ ສົມສະຫວາດ ພົງສາ ກ່າວວ່າ: ເນື່ອງຈາກພະຍາດໂຄວິດ-19 ພາຍໃນປະເທດ ຍັງແຜ່ລະ ບາດໃນວົງກວ້າງ ຈຳນວນຕົວເລກຜູ້ຕິດເຊື້ອ ໂດຍສະເພາະຢູ່ນະຄອນຫຼວງວຽງຈັນ ຍັງມີຈຳນວນເພີ່ມຂຶ້ນ ໂດຍບໍ່ມີທ່າຈະຫຼຸດລົງ ສົ່ງຜົນໃຫ້ການປະຕິບັດວຽກງານທຸກຂະແໜງການພົບຄວາມຫຍຸ້ງຍາກ ເວົ້າສະ ເພາະແຜນການຮ່ວມມືລະຫວ່າງກະຊວງ ຖວທ ແລະ ອົງການອຸຍນີເຊບ ບໍ່ສາມາດຈັດຕັ້ງປະຕິບັດວຽກງານຕ່າງໆໄດ້ຕາມຄາດໝາຍ ແຕ່ກະຊວງ ຖວທ ກໍຄືຂະແໜງສື່ມວນຊົນ ກໍໄດ້ເຊີດຊູບົດບາດການປະຕິ ບັດໜ້າການເມືອງຂອງຕົນ ດ້ວຍຄວາມຮັບຜິດຊອບສູງ ປະກອບສ່ວນຢ່າງຕັ້ງໜ້າໃນການໂຄສະນາປ້ອງກັນ ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ທີ່ຄະນະສະເພາະກິດເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ວາງອອກແຕ່ລະໄລຍະ ແລະ ຮ່ວມເຮັດວຽກກັບອົງການອຸຍນີເຊບ ໂດຍຜ່ານລະບົບເອເລັກໂຕຣນິກ ມີການປະຊຸມທາງໄກ (ອອນລາຍ) ເພື່ອເຮັດໃຫ້ວຽກງານໄດ້ຮັບການຈັດຕັ້ງປະຕິບັດປະຕິບັດ ແລະ ມີການເຄື່ອນໄຫວຢ່າງຕໍ່ເນື່ອງ ພາຍໃຕ້ສະພາບປົກກະຕິ ແບບໃໝ່.

    ເດືອນທັນວາ 2021 ເປັນປີສະເຫຼີມສະຫຼອງການສ້າງຕັ້ງອົງການສະຫະປະຊາຊາດສໍາລັບເດັກ (UNICEF) ຄົບຮອບ 75 ປີ ເຊິ່ງຫ້ອງການອົງການອຸຍນີເຊບ ສ້າງຕັ້ງຂຶ້ນໃນ ສປປ ລາວ ແຕ່ປີ 1973 ແລະ ຊຸມປີ 1989-1990 ເລີ່ມມີການພົວພັນຮ່ວມມືນໍາກະຊວງ ຖວທ ເປັນຕົ້ນກົມສື່ມວນຊົນ ໂດຍຜ່ານກິດຈະກໍານໍາພາທີມສື່ມວນຊົນທາງການ ເຄື່ອນໄຫວຕິດຕາມໂຄງການຮ່ວມມືລະຫວ່າງລັດຖະບານລາວ ແລະ ອົງການອຸຍນີເຊບ ຢູ່ທ້ອງຖິ່ນ ນັບແຕ່ນັ້ນມາ ກະຊວງ ຖວທ ແລະ ອົງການອຸຍນີເຊບ ກໍມີແຜນປະ ຕິບັດງານປະຈຳປີ ຮ່ວມກັັນຕະຫຼອດມາ ເພື່ອສົ່ງເສີມວຽກຖະແຫຼງຂ່າວ ເປັນຕົ້ນການຍົກລະດັບຄວາມຮູ້ຄວາມສາມາດໃຫ້ພະນັກງານສື່ມວນຊົນ ເດັກ ແລະ ໄວໝຸ່ມ ເພື່ອໃຫ້ເຂົ້າເຖິງ ແລະ ມີສ່ວນຮ່ວມກັບວຽກງານສື່ມວນຊົນຫຼາຍຂຶ້ນ ການຜະລິດສື່ໂຄສະນາ ເພື່ອເຜີຍແຜ່ຂໍ້ມູນຂ່າວດ້ານສາທາລະນະສຸກ​ ໂພຊະນາການ ສຸຂາພິບານ ການປົກປ້ອງ ແລະ ການສຶກສາ ລວມທັງອຸປະກອນອຳນວຍຄວາມສະດວກຕ່າງໆ.

error: Content is protected !!