ກຕທ ຍົກສູງຄວາມອາດສາມາດໃນການປະຕິບັດໜ້າທີ່ຂອງກົມທີ່ເປັນເສນາທິການ

    ລະຫວ່າງວັນທີ 17-18 ທັນວາ 2021 ກຳມາທິການການຕ່າງປະເທດ (ກຕທ) ສະພາແຫ່ງຊາດ ຈັດເຝິກອົບຮົມຍົກສູງຂີດຄວາມສາມາດໃນປະຕິບັດໜ້າທີ່ວຽກງານຂອງກົມທີ່ເປັນເສນາທິການຮັບໃຊ້ໃຫ້ແກ່ວຽກງານຕ່າງປະເທດຂອງສະພາແຫ່ງຊາດ ທີ່ເມືອງວັງວຽງ ແຂວງວຽງຈັນ ເປັນປະທານຂອງທ່ານ ສັນຍາ ປຣະເສີດ ປະທານ ກຕທ ມີບັນດາທ່ານຮອງປະທານ ກຕທ ຫົວໜ້າ-ຮອງຫົວໜ້າກົມ ຫົວໜ້າ-ຮອງຫົວໜ້າພະແນກ ພະນັກງານວິຊາການພາຍໃນ ກຕທ ວິທະຍາກອນ ສຳມະນາກອນທີ່ເປັນວິຊາການຈາກກົມ ສູນພາຍໃນສະພາແຫ່ງຊາດ ແລະ ພະນັກງານວິຊາການຮັບຜິດຊອບວຽກງານການຕ່າງປະເທດສະພາແຂວງວຽງຈັນເຂົ້າຮ່ວມ. 

    ຊຸດອັົບຮົທດັ່ງກ່າວ ມີຈຸດປະສົງເພື່ອເປັນການເຜີຍແຜ່ກ່ຽວກັບບັນດານິຕິກຳ ແລະ ລະບຽບການຕ່າງໆທີ່ກ່ຽວຂ້ອງກັບວຽກງານການຕ່າງປະເທດຂອງສະພາແຫ່ງຊາດໃຫ້ແກ່ພະນັກງານວິຊາການທີ່ຮັບຜິດຊອບວຽກງານວຽກງານດັ່ງກ່າວ ແລະ ເພື່ອຍົກລະດັບຄວາມຮູ້ ຄວາມສາມາດ ຄວາມເຂົ້າໃຈໃຫ້ແກ່ພະນັກງານທີ່ຮັບໃຊ້ວຽກງານການຕ່າງປະເທດ ໃນການກວດສອບສອງຝ່າຍ ແລະ ຫຼາຍຝ່າຍ. 

    ໃນພິທີ ໄດ້ຮັບຟັງການສະເໜີກ່ຽວກັບນະໂຍບາຍການຕ່າງປະເທດຂອງພັກ-ລັດຖະບານ ກ່ຽວກັບການພົວພັນຮ່ວມມື ລະຫວ່າງ ສປປ ລາວ ກັບຕ່າງປະເທດ ເຜີຍແຜ່ມະຕິຄະນະປະຈຳສະພາແຫ່ງຊາດ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງ ກຕທ ເຜີຍແຜ່ຂໍ້ຕົກລົງຂອງຄະນະເລຂາທິການ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມພົວພັນລັດຖະສະພາສອງຝ່າຍ ແລະ ຂອງກົມລັດຖະສະພາຫຼາຍຝ່າຍ ການຍົກສູງຄຸນນະພາບການເປັນເສນາທິການທີ່ດີໃນການກະກຽມຕ້ອນຮັບຄະນະຜູ້ແທນຕ່າງປະເທດ ແລະ ການໄປເຄື່ອນໄຫວຢ້ຽມຢາມຕ່າງປະເທດ ຂອງສະພາແຫ່ງຊາດລາວ ການຮ່ວມມືລັດຖະສະພາພາກພື້ນ ແລະ ສາກົນ ການກະກຽມດ້ານຕ່າງໃຫ້ແກ່ຄະນະຜູ້ແທນສະພາແຫ່ງຊາດລາວ ໃນການເຂົ້າຮ່ວມກອງປະຊຸມອົງການລັດຖະສະພາພາກພື້ນ ແລະ ສາກົນ ການຄົ້ນຄວ້າໃຫ້ສັດຕະຍາບັນແກ່ສົນທິສັນຍາ ແລະ ສັນຍາສາກົນຂອງສະພາແຫ່ງຊາດຜ່ານລະບົບປະຕູດຽວ ແລະ ຜູ້ເຂົ້າຮ່ວມກອງປະຊຸມໄດ້ຜັດປ່ຽນປະກອບຄຳຄິດຄຳເຫັນໃສ່ບັນດາຫົວຂໍ້ທີ່ນຳມາສະເໜີໃນຄັ້ງນີ້.

.

# ຂ່າວ – ພາບ : ອົ່ນ ໄຟສົມທອງ

error: Content is protected !!