ວັນທີ 15 ທັນວາ 2021 ສະຫະພັນແມ່ຍິງກະຊວງສາທາລະນະສຸກ ໄດ້ຈັດກອງປະຊຸມສຳມະນາການໂຄສະນາສຸຂະສຶກສາ ໃນການປະຕິບັດມາດຕະການ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ໃຫ້ແມ່ຍິງໄວຈະເລີນພັນ ຮ່ວມກັບສະຖາບັນການສຶກສາທັງພາຍໃນ ແລະ ພາຍນອກຂະແໜງສາທາລະນະສຸກ ແລະ ສະຫະພັນແມ່ຍິງ 9 ເມືອງຂອງນະຄອນຫຼວງວຽງຈັນ (ຜ່ານທາງລະບົບ Online) ໂດຍເປັນປະທານຂອງທ່ານ ນາງ ຜາສຸກ ວົງວິຈິດ ປະທານສະຫະພັນແມ່ຍິງກະຊວງສາທາລະນະສຸກ ມີສະຫະພັນແມ່ຍິງອ້ອມຂ້າງກະຊວງ 36 ພາກສ່ວນ ແລະ ພາຍນອກ 13 ພາກ ສ່ວນເຂົ້າຮ່ວມ.

ຈຸດປະສົງຫຼັກຂອງກອງປະຊຸມຄັ້ງນີ້ ເພື່ອໂຄສະນາສຸຂະສຶກສາ ເຜີຍແຜ່ຂໍ້ມູນຂ່າວສານກ່ຽວກັບມາດຕະການຂອງຄະນະສະເພາະກິດຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ໃຫ້ແມ່ຍິງໄວຈະເລີນພັນ ເພື່ອສົ່ງເສີມ ແລະ ຊຸກຍູ້ໃຫ້ເອື້ອຍນ້ອງແມ່ຍິງລາວ ມາສັກວັກຊີນປ້ອງກັນພະຍາດໂຄວິດ-19 ໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້.
. # ຂ່າວ – ພາບ : ຊິລິການດາ