CISAC ມອບອຸປະກອນປ້ອງກັນພະຍາດໂຄວິດ-19 ໃຫ້ແກ່ ສປປ ລາວ

    ວັນທີ 16 ທັນວາ 2021 ອົງການຈັດຕັ້ງສັງຄົມລາວ ສະມາຄົມພັດທະນາກະສິກຳ ແລະ ສິ່ງແວດລ້ອມແບບຍືນຍົງ (SAEDA) ແລະ ສະມາຄົມສຸຂະພາບຊຸມຊົນ ແລະ ການມີສ່ວນຮ່ວມ (CHIAS) ຮ່ວມກັບອົງການ Plan International ໄດ້ມອບອຸປະກອນປ້ອງກັນພະຍາດໂຄວິດ-19 ລວມມູນຄ່າ 306.940.000 ກີບ ໃຫ້ແກ່ກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ການປະກອບສ່ວນໃນຄັ້ງນີ້ ແມ່ນເປັນສ່ວນໜຶ່ງຂອງໂຄງການ CISAC ທີ່ໄດ້ຮັບທຶນຈາກສະຫະພາບເອີຣົບ ເພື່ອສະໜັບສະໜູນອົງການຈັດຕັ້ງທາງສັງຄົມລາວ ໃນການຕອບໂຕ້ພະຍາດໂຄວິດ-19 ໃນທົ່ວປະເທດ. 

    ອຸປະກອນປ້ອງກັນພະຍາດໂຄວິດ-19 ທີ່ນຳມາມອບໃຫ້ຄັ້ງນີ້ ປະກອບມີ: ເຄື່ອງກວດໂຄວິດ-19 ແບບໄວ ຈຳນວນ 2.000 ອັນ ແລະ ອຸປະກອນປ້ອງກັນຕົນເອງ PPE ຈຳນວນ 6.000 ຊຸດ ສໍາລັບພະນັກງານກະຊວງສາທາລະນະສຸກທົ່ວປະເທດ ເພື່ອນໍາໃຊ້ເຂົ້າໃນການປ້ອງກັນຕົນເອງ ໃນຂະນະທີ່ເຮັດວຽກໃນການກວດຫາເຊື້ອ ປິ່ນປົວ ແລະ ກັກກັນຜູ້ທີ່ຕິດເຊື້ອໂຄວິດ-19 ເປັນກຽດກ່າວມອບຂອງທ່ານ ແສງສັນຕິສິດ ຊະນະສີສານ ຮັກສາການອຳນວຍການ ອົງການ Plan International ປະຈຳ ສປ ປ ລາວ ແລະ ກ່າວຮັບໂດຍທ່ານ ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ມີພາກສ່ວນທີ່ກ່ຽວຂ້ອງທັງສອງພາກສ່ວນເຂົ້າຮ່ວມ. 

    ປັດຈຸບັນໂຄງການດັ່ງກ່າວນີ້ ໄດ້ສະໜອງວັດຖຸອຸປະກອນ ແລະ ການຊ່ວຍເຫຼືອອື່ນໆ ລວມມູນຄ່າ 407.000.000 ກີບ ໃຫ້ແກ່ກະຊວງສາທາລະນະສຸກ ເພື່ອໃຫ້ລັດຖະບານຂັ້ນສູນກາງ (ລະດັບຊາດ) ຮັບມືກັບການລະບາດຂອງພະຍາດໂຄວິດ-19 ອົງການຈັດຕັ້ງສັງຄົມໃນ 10 ແຂວງ ຍັງໄດ້ສະໜອງອຸປະກອນໂຕ້ຕອບສຸກເສີນທີ່ຈຳເປັນ ມູນຄ່າຫຼາຍກວ່າ 1.800.000.000 ກີບ.

.

# ຂ່າວ – ພາບ : ຊິລິການດາ

error: Content is protected !!