ລັດຖະບານໂປໂລຍ ມອບວັກຊິນ Astar Zeneca ໃຫ້ແກ່ ສປປ ລາວ

    ວັນທີ 16 ທັນວາ 2021 ຢູ່ກະຊວງສາທາລະນະສຸກ ໄດ້ມີພິທີມອບ-ຮັບວັກຊິນ Astar Zeneca ກັນພະຍາດ Covid-19 ຈາກການຊ່ວຍເຫຼືອຂອງປະເທດໂປໂລຍ ຈຳນວນ 138,600 ໂດສ ເປັນກຽດກ່າວມອບໂດຍທ່ານ ເວັງຊອງ ເວຍ ອຸປະທູດສະຫະພາບເອີຣົບ ປະຈຳ ສປປ ລາວ ແລະ ກ່າວຮັບຂອງທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ມີພາກສ່ວນທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ. 

    ທ່ານ ບຸນແຝງ ພູມມະໄລສິດ ກ່າວວ່າ: ລັດຖະບານ ສປປ ລາວ ມີຄວາມຍິນດີທີ່ໄດ້ຮັບວັກຊິນໃນຊຸດນີ້ ແລະ ຂໍຂອບໃຈລັດຖະບານໂປໂລຍ ໃນການປະກອບສ່ວນອັນສຳຄັນໃນຄັ້ງນີ້ ເຊິ່ງເປັນການປະກອບສ່ວນຢ່າງໃຫຍ່ຫຼວງໃຫ້ແກ່ ສປປ ລາວ ໂດຍສະເພາະ ໄລຍະທີ່ກະຊວງສາທາລະນະສຸກພວມສັກຢາວັກຊີນເຂັມ 3 ໃຫ້ແກ່ປະຊາຊົນລາວ ການບໍລິຈາກວັກຊີນຈາກປະເທດໂປໂລຍ ແມ່ນເປັນສ່ວນໜຶ່ງຂອງຄວາມສາມັກຄີໃນທົ່ວໂລກຂອງສະຫະພາບເອີຮົບ ທີ່ໃຫ້ການສະໜັບສະໜູນໃຫ້ແກ່ ສປປ ລາວ ທີ່ມີມາຢ່າງຕໍ່ເນື່ອງ ໃນການຕ້ານກາຍແຜ່ລະບາດຂອງໂຄວິດ-19 ແລະ ຜົນກະທົບຂອງມັນ ພວກເຮົາດີໃຈທີ່ມີການປະກອບສ່ວນຄັ້ງນີ້ ຈະຊ່ວຍໃຫ້ລັດຖະບານລາວເລັ່ງຂະບວນການສັກວັກຊິນເພື່ອສ້າງພູມຄຸມກັນໃຫ້ແກ່ປະຊາຊົນລາວໃຫ້ກວມເອົາໄດ້ຈຳນວນທີ່ຫຼາຍຂື້ນ.

# ຂ່າວ – ພາບ : ຊິລິການດາ

error: Content is protected !!