ເລີ່ມຈັດຕັ້ງປະຕິບັດໂຄງການ ປປສຊ3 ໄລຍະ 3

    ພິທີລົງນາມບົດບັນທຶກຄວາມເຂົ້າໃຈ ການຈັດຕັ້ງປະຕິບັດ “ໂຄງການ ການປະກອບສ່ວນເພື່ອບັນລຸການປົກຄຸມສຸຂະພາບທົ່ວປວງຊົນ ຢູ່ ສປປ ລາວ ໄລຍະ 3 (ປປສຊ3) ຈັດຂຶ້ນວັນທີ 15 ທັນວາ 2021 ຢູ່ກະຊວງສາທາລະນະສຸກ ລະຫວ່າງທ່ານ ປທ ນາງ ອາພອນ ວິຊາເທບ ຫົວໜ້າຫ້ອງການປະກັນສຸຂະພາບແຫ່ງຊາດ ແລະ ທ່ານ Jean-Marc THOME ຜູ້ຕາງໜ້າອົງການກາແດງສະວິດ ປະຈໍາລາວ ມີທ່ານ ດຣ ສະໜອງ ທອງຊະນະ ຮອງລັດຖະມົນຕີກະຊວງສາທາລະນະສຸກ ພ້ອມດ້ວຍບັນດາຫ້ອງການ ກົມ ຄູ່ຮ່ວມພັດທະນາ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມໃນພິທີ ແລະ ແບບອອນລາຍ.

    ໂຄງການ ປປສຊ3 ແມ່ນການຮ່ວມມື ແລະ ສະໜັບສະໜູນດ້ານວິຊາການ ແລະ ງົບປະມານພາຍໃຕ້ຂອບຂອງຫ້ອງການປະກັນສຸຂະພາບແຫ່ງຊາດ ກະຊວງສາທາລະນະສຸກ ເຊິ່ງສຸມໃສ່ການປະຕິຮູບກອງທຶນປະກັນສຸຂະພາບແຫ່ງຊາດ ແລະ ສ້າງຄວາມເຂັມແຂງໃຫ້ຫ້ອງການປະກັນສຸຂະພາບໃນທົ່ວປະເທດ ເຊິ່ງຈະເລີ່ມຈັດຕັ້ງປະຕິບັດນັບແຕ່ມື້ລົງນາມເຊັນເປັນຕົ້ນໄປ ແລະ ຈະສິ້ນສຸດໃນວັນທີ 31 ທັນວາ 2024 ໂດຍແມ່ນທຶນສະໜັບສະໜູນຂອງອົງການກາແດງສະວິດ ລວມມູນຄ່າ 1.330.000 ຝຣັ່ງສະວິດ ຫຼື ປະມານ 14 ຕື້ກີບ.

    ໂຄງການ ປປສຊ3 ມີຈຸດປະສົງອໍານວຍຄວາມສະດວກໃຫ້ປະຊາຊົນຜູ້ທຸກຍາກ ແລະ ຜູ້ດ້ອຍໂອກາດ ສາມາດເຂົ້າເຖິງການບໍລິການສຸຂະພາບ ໂດຍປາສະຈາກພາລະດ້ານການເງິນ ພັດທະນາຄວາມສາມາດຂອງຫ້ອງການປະກັນສຸຂະພາບແຫ່ງຊາດ ໃນການບໍລິຫານຈັດການກອງທຶນປະກັນສຸຂະພາບຢ່າງມີປະສິດທິຜົນ ໃນຂັ້ນສູນກາງຮອດທ້ອງຖິ່ນ ແລະ ໃນເຂດພື້ນທີ່ທີ່ຖືກເລືອກ ປັບປຸງນະໂຍບາຍການປົກຄຸມສຸຂະພາບທົ່ວປວງຊົນ ໃຫ້ມີປະສິດທິຜົນ ແລະ ເໝາະສົມຢູ່ກະຊວງສາທາລະນະສຸກ. 

# ຂ່າວ – ພາບ :  ສະບາໄພ

error: Content is protected !!