ທ່າແຕງ ຈັດເກັບລາຍຮັບເຂົ້າງົບປະມານບໍ່ບັນລຸຕາມແຜນການຍ້ອນຫຼາຍສາເຫດ

    ທ່ານ ສຸວັນ ສ້ອຍທະວົງສາ ຫົວໜ້າຫ້ອງການ-ການເງິນເມືອງທ່າແຕງ ແຂວງເຊກອງ ໃຫ້ສຳພາດວັນທີ 15 ທັນວາ 2021 ວ່າ: 11 ເດືອນຜ່ານມາ ຫ້ອງການ-ການເງິນເມືອງທ່າແຕງ ໄດ້ສູ້ຊົນເກັບລາຍຮັບເຂົ້າງົບປະມານແຫ່ງລັດດ້ວຍຄວາມຮັບຜິດຊອບສູງ ພ້ອມທັງໄດ້ເອົາໃຈໃສ່ຊຸກຍູ້ບັນດາຫົວໜ່ວຍທຸລະກິດ ແລະ ຜູ້ປະກອບການ ປະຊາຊົນບັນດາເຜົ່າ ໃຫ້ມອບພັນທະຕ່າງໆຢ່າງຖືກຕ້ອງ ແລະ ສອດຄ່ອງຕໍ່ລະບຽບກົດໝາຍ ມີຄວາມວ່ອງໄວ ໂປ່ງໃສ ເປັນຮູບປະທໍາ ແລະ ສຸມທຸກກຳລັງແຮງສະຕິປັນຍາ ເພີ່ມທະວີຄວາມເປັນເຈົ້າການໃນການປະຕິບັດໜ້າທີ່ວຽກງານວິຊາສະເພາະ ເປັນຕົ້ນການຄຸ້ມຄອງລາຍຈ່າຍແຜນງົບປະມານທີ່ດຳນົດໄວ້ ຂຸດຄົ້ນແຫຼ່ງລາຍຮັບທີ່ບໍ່ທັນບົ່ງຊ້ອນ ເກັບລາຍຮັບມອບເຂົ້າງົບປະມານແຫ່ງລັດ ຖືກຕ້ອງ ຄົບຖ້ວນທັນເວລາຕາມລະບຽບກົດໝາຍທີ່ກໍານົດໄວ້.

    ຜ່ານການຈັດຕັ້ງປະຕິບັດຕົວຈິງ ໃນ 11 ເດືອນຜ່ານມາ ຈັດເກັບລາຍຮັບໄດ້ພຽງ 31,4 ຕື້ກວ່າກີບ ເທົ່າກັບ 89% ຂອງແຜນການປີ ໃນນີ້ ລາຍຮັບດຸ່ນດ່ຽງ 27,91 ຕື້ກວ່າກີບ ແລະ ລາຍຮັບພາຍໃນເມືອງ ໂດຍສະເພາະລາຍຮັບສ່ວຍສາອາກອນ ຄ່າທໍານຽມ ຄ່າບໍລິການ ແລະ ລາຍຮັບຊັບສິນຂອງລັດ 3,5 ຕື້ ກວ່າກີບ ການຈັດເກັບລາຍຮັບເຂົ້າງົບປະມານແຫ່ງລັດບໍ່ບັນລຸແຜນການ ສ່ວນໜຶ່ງແມ່ນເນື່ອງຈາກໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19 ການຍົກເວັ້ນອາກອນລາຍໄດ້ຈາກເງິນເດືອນຈຸລະວິສາຫະກິດ 3 ເດືອນ ແຕ່ເດືອນ (4-6) ນອກນີ້ ບຸກຄົນ ນິຕິບຸກຄົນ ຍັງບໍ່ເປັນເຈົ້າການໃນການແຈ້ງເສຍອາກອນ ມີການເຊື່ອງອຳຫຼົບຫຼີກ ບວກກັບປະຊາຊົນບໍ່ທັນມີຄວາມຕື່ນຕົວໃນການແຈ້ງເສຍຄ່າທຳນຽມພາສີທີ່ດິນ ແລະ ເສຍອາກອນລາຍໄດ້ຈາກການໂອນສິດ.          

    ສໍາລັບທິດທາງ 1 ເດືອນມ້ວນທ້າຍ ປີ 2021 ຈະສືບຕໍ່ເອົາໃຈໃສ່ປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຄົ້ນຄວ້າຊອກຈັດເກັບລາຍຮັບຕາມແຫຼ່ງລາຍຮັບທີ່ໄດ້ຈັດຕັ້ງປະຕິບັດໃຫ້ບັນລຸຕາມແຜນການ ແລະ ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ໃຫ້ບັນລຸຕາມແຜນການທີ່ວາງໄວ້ ດ້ວຍການຊຸກຍູ້ສົ່ງເສີມ ດຶງດູດເອົາບັນດາຜູ້ປະກອບການ ຫົວໜ່ວຍທຸລະກິດຂະໜາດນ້ອຍ-ຂະໜາດກາງ ທັງພາຍໃນ ແລະ ຕ່າງປະເທດ ປັບປຸງ-ແກ້ໄຂກົນໄກທີ່ກົດໜ່ວງຖ່ວງດຶງ ເພື່ອເຮັດໃຫ້ເສດຖະກິດຂະຫຍາຍຕົວຢ່າງເປັນລະບົບຕໍ່ເນື່ອງ ແລະ ຍືນຍົງ ສູ້ຊົນຈັດເກັບລາຍຮັບເຂົ້າງົບປະມານໃຫ້ບັນລຸ 3,75 ຕື້ກວ່າກີບ ທຽບໃສ່ແຜນປີ ໃຫ້ໄດ້ 100% ແລະ ຄຸ້ມຄອງລາຍຈ່າຍໃຫ້ຖືກຕ້ອງຕາມລະບຽບວິໄນການເງິນຢ່າງເຂັ້ມງວດ. 

# ຂ່າວ – ພາບ :  ສະບາໄພ

error: Content is protected !!