ຕີລາຄາການຈັດຕັ້ງຜັນຂະຫຍາຍວຽກງານການຮ່ວມມື-ການລົງທຶນ ລາວ ແລະ ຫວຽດນາມ ໄລຍະຜ່ານມາ

    ຄະນະກໍາມະການຮ່ວມມື ລາວ ແລະ ຫວຽດນາມ ໄດ້ເຊື້ອເຊີນບັນດາກະຊວງ ຂະແໜງການກ່ຽວຂ້ອງຂັ້ນສູນກາງ ແລະ ທ້ອງຖິ່ນ ເຂົ້າຮ່ວມປະຊຸມສະຫຼຸບຕີລາຄາການຈັດຕັ້ງຜັນຂະຫຍາຍວຽກງານການຮ່ວມມື-ການລົງທຶນ ລະຫວ່າງ ສປປ ລາວ ແລະ ສສ ຫວຽດນາມ ໄລຍະ 1 ປີຜ່ານມາ 2021 ແລະ ທິດທິດທາງແຜນການຮ່ວມືປະຈຳປີ 2022 ໃນຮູບແບບທາງໄກ ວັນທີ 15 ທັນວາ 2021 ເປັນປະທານຂອງທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ປະທານຄະນະກຳມະການຮ່ວມມືລາວ-ຫວຽດນາມ ມີບັນດາທ່ານ ລັດຖະມົນຕີ ເຈົ້າແຂວງ ຮອງລັດຖະມົນຕີ ຮອງເຈົ້າແຂວງ ແລະ ບັນດາພະແນກການກ່ຽວຂ້ອງຈາກບັນດາກະຊວງ ຂະແໜງການຂັ້ນສູນກາງ ແລະ ທ້ອງຖິ່ນເຂົ້າຮ່ວມທັງຫມົດ 38 ພາກສ່ວນ. 

    ຈຸດປະສົງຂອງກອງປະຊຸມດັ່ງກ່າວ ເພື່ອສະຫຼຸບຕີລາຄາການຈັດຕັ້ງຜັນຂະຫຍາຍວຽກງານການຮ່ວມມື ແລະ ການລົງທຶນລະຫວ່າງ ສປປ ລາວ ແລະ ສສ. ຫວຽດນາມ ໄລຍະ 1 ປີຜ່ານມາ 2021 ແລະ ທິດທິດທາງແຜນການຮ່ວມືປະຈຳປີ 2022 ເຊິ່ງບັນດາພາກສ່ວນກ່ຽວຂ້ອງຂັ້ນສູນກາງ ແລະ ທ້ອງຖິ່ນ ໄດ້ປະກອບຄຳເຫັນຕໍ່ການສະຫຼຸບຕີລາຄາໃນໄລຍະຜ່ານມາ ເປັນຕົ້ນ ຂະແໜງການສຶກສາ ການລົງທຶນພະລັງງານ-ບໍ່ແຮ່ ຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ແລະ ວຽກງານອື່ນໆອີກ ນອກນັ້ນ ບັນດາແຂວງຂອງລາວທີ່ມີການຮ່ວມມືກັບບັນດາແຂວງແຮກສ່ຽວກັບ ສສ ຫວຽດນາມ ອີກດ້ວຍ. 

    ໂດຍລວມແລ້ວ ການຮ່ວມມື ລະຫວ່າງ ລາວ ແລະ ຫວຽດນາມ ເຖິງຈະມີຄວາມຫຍຸ້ງຍາກດ້ານການແຜ່ລະບາດຂອງພະຍາດໂຄວິດ-19 ກໍຕາມ ແຕ່ບັນດາຂະແໜງການກ່ຽວຂ້ອງ ຍັງສືບຕໍ່ເອົາໃຈໃສ່ສາຍພົວພັນການຮ່ວມມືຕ່າງໆ ໂດຍສະເພາະ ການຜັນຂະຫຍາຍເນື້ອໃນຂໍ້ຕົກລົງວ່າດ້ວຍແຜນການຮ່ວມມືລະຫວ່າງສອງລັດຖະບານ ລາວ ແລະ ຫວຽດນາມ. 

    ພາຍຫຼັງສຳເລັດກອງປະຊຸມໃນຄັ້ງນີ້ ປະທານກອງປະຊຸມໃດ້ຊີ້ນຳໃນການກະກຽມບັນດາເນື້ອໃນຕ່າງໆທີ່ໄດ້ປະກອບຄຳເຫັນຂອງຝ່າຍລາວ ເພື່ອລາຍງານລັດຖະບານ ແລະ ມີທິດຊີ້ນຳໃນການກະກຽມເນື້ອໃນຂອງຄະນະວິຊາການຜູ້ແທນຝ່າຍລາວ ທີ່ກະກຽມເດີນທາງໄປ ສສ ຫວຽດນາມ ເພື່ອເປັນເອກະພາບກັນດ້ານເນື້ອໃນ ແລະ ແຜນການຮ່ວມມືຂອງສອງຝ່າຍ ແລະ ເປັນການກະກຽມໃຫ້ແກ່ກອງປະຊຸມຄັ້ງທີ 44 ຂອງຄະນະກຳມະການຮ່ວມມືທະວິພາຄີລະຫວ່າງລັດຖະບານລາວ ແລະ ລັດຖະບານ ສສ. ຫວຽດນາມ ປະຈຳປີ 2022 ທີ່ຄາດຄະເນຈະຈັດຂຶ້ນໃນຕົ້ນປີ 2022 ນີ້ໃຫ້ໃດ້ຮັບປະສິດທິຜົນສູງສຸດ. 

# ຂ່າວ – ພາບ : ຂັນທະວີ

error: Content is protected !!