ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງ ສປ ນວ ອັດລົງດ້ວຍຜົນສຳເລັດ

    ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາປະຊາຊົນນະຄອນຫຼວງວຽງຈັນ (ສປ ນວ) ຊຸດທີ II ອັດລົງດ້ວຍຜົນສຳເລັດ ວັນທີ 17 ທັນວາ 2021 ຢູ່ຫ້ອງວ່າການປົກຄອງ ນວ ໂດຍການເປັນປະທານຂອງທ່ານ ອານຸພາບ ຕຸນາລົມ ປະທານສະພາປະຊາຊົນ ນວ ມີທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງ ນວ  ພ້ອມດ້ວຍການນຳ ນວ ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ສະມາຊິກສະພາປະຊາຊົນ ນວ (ສສ ນວ) ແຕ່ລະເຂດເລືອກຕັ້ງເຂົ້າຮ່ວມ.

    ທ່ານ ອານຸພາບ ຕຸນາລົມ ກ່າວວ່າ: ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາປະຊາຊົນ  ນວ ຊຸດທີ II ໄດ້ດໍາເນີນມາເປັນເວລາ 3 ວັນເຄິ່ງ ເຊິ່ງເຕັມໄປດ້ວຍບັນຍາກາດອັນຟົດຟື້ນ ແຫ່ງການເສີມຂະຫຍາຍສິດປະຊາທິປະໄຕ ໃນການຄົ້ນຄວ້າ ແລະ ປະກອບຄໍາຄິດຄໍາເຫັນຢ່າງມີເຫດຜົນ ມີເນື້ອໃນທີ່ເລິກເຊິ່ງ ມີຄວາມເປັນເອກະພາບສູງຂອງບັນດາທ່ານ ສສຊ  ແລະ ສສນວ ໃນຖານະເປັນຕົວແທນຂອງປະຊາຊົນຊາວນະຄອນຫຼວງ ໃນການຄົ້ນຄວ້າ ພິຈາລະນາ ແລະ ຮັບຮອງເອົາບັນຫາສໍາຄັນຕ່າງໆຂອງນະຄອນຫຼວງຄື: ຮັບຮອງເອົາບົດລາຍງານຂອງທ່ານເຈົ້າຄອງນະຄອນຫຼວງ ກ່ຽວກັບຜົນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຜນງົບປະມານ ແລະ ຄາດຄະເນໝົດປີ 2021 ແລະ ທິດທາງແຜນການ ປີ 2022 ຂອງ ນວ ຮັບຮອງເອົາບົດລາຍງານການເຄື່ອນໄຫວວຽກງານຂອງອົງການກວດສອບປະຈໍາພາກກາງ ປະຈໍາປີ 2021 ທິດທາງແຜນການປະຈຳປີ 2022 ແລະ ບົດລາຍງານຜົນຂອງການກວດສອບຄືນ ແລະ ການສະຫຼຸບງົບປະມານຂາດຕົວ ປະຈຳປີ 2020 ຂອງ ນວ ແລະ ບົດລາຍງານຜົນການກວດສອບເອກະສານການເງິນຂອງລັດວິສາຫະກິດລັດລົງທຶນ ປະຈໍາປີ 2019 ຮັບຮອງເອົາບົດລາຍງານຜົນການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານປະຈຳປີ 2021 ແລະ ແຜນການເຄື່ອນໄຫວວຽກງານປະຈຳປີ 2022 ຂອງອົງການໄອຍະການປະຊາຊົນ ສານປະຊາຊົນພາກກາງ ແລະ ຂອງອົງການໄອຍະການປະຊາຊົນ ສານປະຊາຊົນ ນວ ຮັບຮອງເອົາບົດລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ປະຈຳປີ 2021 ແລະ ແຜນການເຄື່ອນໄຫວວຽກງານ ປະຈຳປີ 2022 ຂອງສະພາປະຊາຊົນ  ນວ 

   ນອກນັ້ນ ຍັງໄດ້ຮັບຟັງການປະກອບຄຳເຫັນຂອງອົງການແນວລາວສ້າງຊາດນະຄອນຫຼວງ ຕໍ່ການປະຕິບັດໜ້າທີ່ຂອງສະພາປະຊາຊົນ  ນວ ຮັບຟັງການລາຍງານ ແລະ ຊີ້ແຈງບັນຫາສໍາຄັນຂອງອົງການປົກຄອງນະຄອນຫຼວງຄື: ການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດການເງິນ ໄລຍະຜ່ານມາ ແລະ ທິດທາງແຜນການ ປີ 2022 ລວມທັງນິຕິກຳທີ່ກ່ຽວຂ້ອງ  ການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ຢູ່ ນວ ໃນໄລຍະຜ່ານມາ ແລະ ທິດທາງແຜນການ ປີ 2022 ລວມທັງນິຕິກໍາທີ່ກ່ຽວຂ້ອງ.

    ການຈັດຕັ້ງປະຕິບັດບັນດາໂຄງການພັດທະນາຄື: ໂຄງການພັດທະນາທີ່ດິນໜອງແປນ ໂຄງການໜອງບົວໃໝ່ ໂຄງການກໍ່ສ້າງເສັ້ນທາງຕັດໃໝ່ ແຕ່ບ້ານດອນນົກຂຸ້ມ-ບ້ານດອນກອຍ-ບ້ານຊຽງດາ-ດົງໂພສີ ເຊື່ອມຕໍ່ໃສ່ເສັ້ນທາງ 450 ປີ ການພັດທະນາໂຄງການເຂື່ອນໄຟຟ້າອະເນກປະສົງ 5 ເມກະວັດ ຢູ່ນໍ້າສັງ ເຂດບ້ານວັງມ້າ ເມືອງສັງທອງ ໂຄງການຂະຫຍາຍໂຮງງານນ້ຳປະປາຈີ່ນາຍໂມ້ ແລະ ລະບົບທໍ່ສົ່ງຂອງນະຄອນຫຼວງ ແລະ ໂຄງການພັດທະນາຕົວເມືອງທັນສະໄໝ (Smart City)  ນວ 450 ປີ ການຊົດເຊີຍໃຫ້ປະຊາຊົນທີ່ຖືກຜົນກະທົບຈາກໂຄງການພັດທະນາຄື: ໂຄງການພັດທະນາທ່າບົກ-ທ່ານາແລ້ງ ແລະ ເຂດໂລຈິສຕິກ ໂຄງການທາງດ່ວນວຽງຈັນໝາຍເລກ 1 ແລະ ໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ໄລຍະທີ 2 ການຈັດຕັ້ງປະຕິບັດບັນດາມາດຕະການປ້ອງກັນ ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ໄລຍະຜ່ານມາ ແລະ ທິດທາງແຜນການແກ້ໄຂໃນປີ 2022 ຕິດພັນກັບການສ້າງວຽກເຮັດງານທໍາໃຫ້ແກ່ແຮງງານລາວ ແລະ ການຈັດຕັ້ງປະຕິບັດການຮຽນການສອນໃນລະບົບສາມັນສຶກສາ ສົກປີ 2021-2022 ໃນໄລຍະການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ນະຄອນຫຼວງ.

      ຜົນສຳເລັດກອງປະຊຸມ ຄັ້ງນີ້ເປັນການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງສູນກາງພັກ ມະຕິກອງປະຊຸມໃຫຍ່ຄັ້ງທີ VII ຂອງອົງຄະນະພັກ  ນວ ເຂົ້າສູ່ຊີວິດຕົວຈິງ ແມ່ນໝາກຜົນຂອງສະຕິປັນຍາ ການຍົກສູງຄວາມຮັບຜິດຊອບການເມືອງ ຄວາມເປັນເຈົ້າການຂອງບັນດາທ່ານ ສສຊ  ແລະ ສສ ນວ ໃນການຄົ້ນຄວ້າ ພິຈາລະນາ ແລະ ຮັບຮອງເອົາບັນຫາສໍາຄັນພື້ນຖານຂອງນະຄອນຫຼວງ ແມ່ນຄວາມຕັດສິນໃຈຂອງອົງການປົກຄອງ ບັນດາພະແນກການ ອົງການທີ່ກ່ຽວຂ້ອງ ໃນການສືບຕໍ່ຈັດຕັ້ງປະຕິບັດແຜນວຽກຂອງແຕ່ລະອົງການໃຫ້ປະກົດຜົນເປັນຈິງ.

# ຂ່າວ – ພາບ : ລັດເວລາ

error: Content is protected !!