ໂດຍໄດ້ຮັບການມອບໝາຍຈາກຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂການລະບາດພະ ຍາດໂຄວິດ-19 ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ລາຍງານກ່ຽວກັບສະພາບການລະບາດຂອງພະຍາດໂຄວິດ-19 ປະຈໍາວັນທີ 17 ທັນວາ ປີ 2021 ວ່າ: ວັນທີ 16 ທັນວາ 2021 ທົ່ວປະເທດໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອໂຄວິດ-19 ທັງໝົດ 6.369 ຕົວຢ່າງ ໃນຂອບເຂດທົ່ວປະເທດ ແລະ ພົບເຊື້ອທັງໝົດ 1.702 ຄົນ (ຕິດເຊື້ອພາຍໃນມີ 1.702 ຄົນ) ເຊິ່ງຂໍ້ມູນໂດຍຫຍໍ້ກ່ຽວກັບການຕິດເຊືື້ອພາຍໃນໃໝ່ ທັງໝົດ 1.702 ຄົນ ຈາກ 17 ແຂວງ ແລະ ນະຄອນຫຼວງວຽງຈັນ ມີ:

- ນະຄອນຫຼວງ 914 ຄົນ
- ຫຼວງພະບາງ 91 ຄົນ
- ອຸດົມໄຊ 71 ຄົນ
- ບໍ່ແກ້ວ 146 ຄົນ
- ຫຼວງນໍ້າທາ 70 ຄົນ
- ສະຫວັນນະເຂດ 46 ຄົນ
- ແຂວງວຽງຈັນ 44 ຄົນ
- ໄຊຍະບູລີ 32 ຄົນ
- ຈຳປາສັກ 26 ຄົນ
- ບໍລິຄຳໄຊ 29 ຄົນ
- ໄຊສົມບູນ 12 ຄົນ
- ຊຽງຂວາງ 31 ຄົນ
- ເຊກອງ 28 ຄົນ
- ຜົ້ງສາລີ 93 ຄົນ
- ຄຳມ່ວນ 23 ຄົນ
- ຫົວພັນ 14 ຄົນ
- ສາລະວັນ 21 ຄົນ
- ອັດຕະປື 11 ຄົນ.
ຮອດປັດຈຸບັນ ມີຜູ້ຕິດເຊື້ອສະສົມ ຢູ່ໃນ ສປປ ລາວ ທັງໝົດ 96.256 ກໍລະນີ ຄົນເຈັບຫາຍດີອອກໂຮງໝໍມື້ວານນີ້ 534 ຄົນ ກໍາລັງປິ່ນປົວ 12,300 ຄົນ ແລະ ເສຍຊີວິດສະສົມທັງໝົດ 266 ຄົນ (ໃໝ່ 4 ຄົນ) ສໍາລັບຂໍ້ມູນຂອງຜູ້ເສຍຊີວິດໃໝ່ 4 ຄົນຄື:
- ເພດຍິງ ອາຍຸ ອາຍຸ 55 ປີ ອາຊີບ: ຊາວນາ ບ້ານ ມອມ ເມືອງ ຕົ້ນເຜິ້ງ ແຂວງບໍ່ແກ້ວ ມີພະຍາດປະຈໍາຕົວ ຜ່ານມາໄດ້ສັກວັກຊີນຄົບ
- ເພດຊາຍ ອາຍຸ 51 ປີ ອາຊີບ: ພະນັກງານຄູ ບ້ານ ນ້ຳກໍ່, ເມືອງ ຫ້ວຍຊາຍ ແຂວງບໍ່ແກ້ວ ມີພະຍາດປະຈຳຕົວ ໄດ້ສັກວັກຊີນຄົບ
- ເພດຊາຍ ອາຍຸ 35 ປີ ບ້ານ ຂອນແກ້ວ ເມືອງ ຫ້ວຍຊາຍ ແຂວງ ບໍ່ແກ້ວ (ຢູ່ສະຖານທີ່ ຄຸມຂັງ) ມີ ພະຍາດປະຈຳຕົວ ບໍ່ໄດ້ສັກຢາວັກຊີນ
- ເພດຊາຍ 58 ປີ ບ້ານ ນາເລົາ ເມືອງ ໂພນໂຮງ ແຂວງ ວຽງຈັນ ມີພະຍາດປະຈຳຕົວ ບໍ່ໄດ້ສັກຢາວັກຊີນ.
# ຂ່າວ & ພາບ : ວຽງມາ