SCG ສືບຕໍ່ມອບທຶນການສຶກສາລະດັບປະລິນຍາຕີ ໃນໂຄງການ “SCG Sharing the Dream” ປີທີ 10

    ເອັດສຊີຈີ (SCG) ສານຕໍ່ໂຄງການ “SCG Sharing the Dream” ໃນ ສປປ ລາວ ເປັນປີທີ 10 ເຊິ່ງເປັນໜຶ່ງໃນກິດຈະກໍາເພື່ອສັງຄົມຂອງ SCG ທີ່ເນັ້ນສົ່ງເສີມການພັດທະນາທ່າແຮງເຍົາວະຊົນຂອງປະເທດໃນອາຊຽນ ເພື່ອສ້າງໂອກາດທາງການສຶກສາໃຫ້ນັກສຶກສາທີ່ເປັນຄົນເກັ່ງ ແລະ ດີ ມີຄວາມກະຕັນຍູ ແຕ່ຂາດເຂີນທຶນຮອນ ສາມາດມີໂອກາດທາງການສຶກສາ ແລະ ສາມາດນໍາຄວາມຮູ້ ມາຊ່ວຍພັດທະນາປະເທດຊາດໄດ້ຢ່າງຍືນຍົງ.

    ທ່ານ ພີລະມາດ ວະຈະນານະວັດ ກໍາມະການຜູ້ຈັດການບໍລິສັດ ຄໍາມ່ວນຊີມັງ ຈໍາກັດ ກ່າວ ໃນພິທີມອບທຶນໃຫ້ນັກສຶກສາ ວັນທີ 16 ທັນວາ 2021 ວ່າ: SCG ໄດ້ມອບທຶນການສຶກສາໃຫ້ນັກຮຽນ ເປັນປີທີ 10 ພວກເຮົາເຫັນຄວາມສໍາຄັນຂອງຄວາມຝັນ ແລະ ຄວາມມຸ່ງໝັ້ນຂອງນັກຮຽນ ໂດຍປີນີ້ພວກເຮົາໄດ້ມອບທຶນການສຶກສາລະດັບປະລິນຍາຕີໃຫ້ນັກສຶກສາ 6 ທຶນ ເຊິ່ງຕົນເຊື່ອວ່າ ໂຄງການມອບທຶນການສຶກສາ SCG Sharing the Dream ຈະເປັນການມອບໂອກາດທີ່ດີໃຫ້ນ້ອງໆທຸກຄົນທີ່ມີຄວາມຕັ້ງໃຈໃນການສຶກສາຮໍ່າຮຽນ ແຕ່ຂາດເຂີນທຶນຮອນ ຈະມີໂອກາດໄດ້ພັດທະນາຕົນເອງໃຫ້ເປັນບຸກຄະລາກອນທີ່ມີຄຸນນະພາບ ແລະ ເປັນປະໂຫຍດໃຫ້ຕົນ ເພື່ອຮັບໃຊ້ປະເທດຊາດ ແລະ ເຮັດໃຫ້ນ້ອງໆໄດ້ນໍາໃຊ້ຄວາມຮູ້ຄວາມສາມາດຂອງການສຶກສາຮໍ່າຮຽນ ເພື່ອມາໃຊ້ໃນການປະກອບອາຊີບຂອງຕົນໃນອະນາຄົດ.   

    SCG ເນັ້ນຊຸກຍູ້ໂຄງການຕ່າງໆ ທີ່ຊ່ວຍພັດທະນາບຸກຄະລາກອນຂອງປະເທດ ຜ່ານການສົ່ງເສີມດ້ານການສຶກສາ ເຊິ່ງເປັນທີ່ມາຂອງໂຄງການທຶນການສຶກສາ SCG Sharing the Dream ໃນພາກພື້ນອາຊຽນ ເຊັ່ນ: ສປປ ລາວ ໄທ ຫວຽດນາມ ອິນໂດເນເຊຍ ຟີລິບປິນ ກໍາປູເຈຍ ແລະ ມຽນມາ ເພື່ອຮ່ວມພັດທະນາປະເທດທີ່ SCG ເຂົ້າໄປດໍາເນີນທຸລະກິດ ສໍາລັບ ສປປ ລາວ SCG ໄດ້ດໍາເນີນໂຄງ ການນີ້ດ້ວຍຄວາມຕັ້ງໃຈ ແລະ ໃສ່ໃຈຢ່າງຕໍ່ເນື່ອງ ເຊິ່ງທຶນດັ່ງກ່າວ ຈະສະໜັບສະໜູນນັກສຶກສາທີ່ມີຄວາມໄຝ່ຝັນໃນການສໍາເລັດການສຶກສາລະດັບປະລິນຍາຕີ ແລະ ປະກອບອາຊີບ ເພື່ອເປັນກໍາລັງສໍາຄັນໃນການພັດທະນາປະເທດ ຕໍ່ໄປ.

error: Content is protected !!