ສະພາແຫ່ງຊາດ ສປປ ລາວ ຮັດແໜ້ນການຮ່ວມມືກັບສະພາສູງສະຫະພັນຣັດເຊຍ

    ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດແຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນສະພາແຫ່ງຊາດລາວ ເຂົ້າຮ່ວມກອງປະຊຸມພົບປະທາງໄກກັບທ່ານນາງ ວາເລັນຕີນາ ມັດວຽນໂກ ປະທານສະພາສູງແຫ່ງສະຫະພັນຣັດເຊຍ ໃນວັນທີ 16 ທັນວາ 2021 ທີ່ສະພາແຫ່ງຊາດ. ການພົບຄັ້ງນີ້ ສອງຝ່າຍໄດ້ແຈ້ງໃຫ້ກັນຊາບກ່ຽວກັບສະພາບການພົ້ນເດັ່ນຂອງແຕ່ລະປະເທດ ຕີລາຄາການພົວພັນຮ່ວມມືລະຫວ່າງສອງລັດ ແລະ ປະຊາຊົນສອງຊາດ ລາວ-ຣັດເຊຍ ຣັດເຊຍ-ລາວ ແລະ ລະຫວ່າງສອງອົງການນິຕິບັນຍັດຂອງສອງປະເທດ ພ້ອມທັງໄດ້ມີການປຶກສາຫາລືກ່ຽວກັບທິດທາງໃນການຮ່ວມມືດ້ານຕ່າງໆ ເພື່ອປະກອບສ່ວນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບອັນເປັນມູນເຊື້ອທີ່ດີງາມ ແລະ ຄູ່ຮ່ວມຍຸດທະສາດ ລະຫວ່າງສອງປະເທດ ລາວ-ຣັດເຊຍ ກໍຄືສອງອົງການນິຕິບັດຍັດໃຫ້ນັບມືນັບເຂົ້າສູ່ລວງເລິກ ແລະ ເປັນຮູບປະທໍາຫຼາຍຂື້ນ ເປັນຕົ້ນ ໃນຂະແໜງການຄ້າ-ການລົງທຶນ ພະລັງງານ ການສຶກສາ ວັດທະນາທໍາ-ສັງຄົມ ແລະ ບັນດາໂຄງການຮ່ວມມືຕ່າງໆທີ່ສອງຝ່າຍໄດ້ມີການລົງນາມຮ່ວມມືນໍາກັນ.

    ພ້ອມດຽວກັນນັ້ນ ປະທານສະພາແຫ່ງຊາດລາວ ໄດ້ແຈ້ງສະພາບການໃນການຕ້ານ ສະກັດກັ້ນ ແລະ ຮັບມືກັບການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ໃນປັດຈຸບັນ ແລະ ໄດ້ສະແດງຄວາມຂອບໃຈຕໍ່ລັດຖະບານ ແລະ ປະຊາຊົນຣັດເຊຍ ທີ່ໄດ້ໃຫ້ການຊ່ວຍເຫຼືອຢາວັກຊີນໃຫ້ແກ່ ສປປ ລາວ ເພື່ອຮັບມືກັບພະຍາດໂຄວິດ-19 ແລະ ໄດ້ຕີລາຄາສູງຕໍ່ສາຍພົວພັນລະຫວ່າງສອງອົງການນິຕິບັນຍັດຂອງສອງປະເທດໃນໄລຍະທີ່ຜ່ານມາ ແລະ ສະແດງຄວາມພ້ອມທີ່ຈະສືບຕໍ່ຮ່ວມມືກັນໃນຕໍ່ໜ້າ ໂດຍຈະສືບຕໍ່ປະຕິບັດຕາມຂໍ້ຕົກລົງບົດບັນທຶກວ່າດ້ວຍການຮ່ວມມື ລະຫວ່າງສະພາແຫ່ງຊາດລາວ ແລະ ສະພາສູງຣັດເຊຍ ໃນໄລຍະຜ່ານມາ ເພື່ອປະກອບສ່ວນເຂົ້າເສີມຂະຫຍາຍສາຍພົວພັນທີ່ເປັນມູນເຊື້ອທີ່ດີງາມມາແຕ່ດົນນານ ແລະ ຄູ່ຮ່ວມຍຸດທະສາດລະຫວ່າງ ລາວ-ຣັດເຊຍໃຫ້ມີປະສິດທິພາບຍິ່ງໆຂຶ້ນ ນອກຈາກນີ້ ທ່ານໄດ້ສົ່ງຄຳອວຍພອນໄປຍັງສະມາຊິກສະພາສູງແຫ່ງສະຫະພັນຣັດເຊຍໃນໂອກາດປີໃໝ່ສາກົນທີຈະມາເຖິງນີ້. 

    ໂອກາດນີ້ ທ່ານປະທານສະພາສູງແຫ່ງສະຫະພັນຣັດເຊຍ ໄດ້ສະແດງຄວາມຊົມເຊີຍ ແລະ ອວຍພອນທ່ານປະທານສະພາແຫ່ງຊາດລາວ ທີ່ໄດ້ຮັບການເລືອກຕັ້ງເປັນປະທານສະພາແຫ່ງຊາດຊຸດທີ IX ຊົມເຊີຍບັນດາຜົນສຳເລັດອັນຮອບດ້ານຂອງ ສປປ ລາວ ໃນການພັດທະນາເສດຖະກິດ-ສັງຄົມໃນໄລຍະຜ່ານມາ ກໍຄືປັດຈຸບັນ ທັງໄດ້ຕີລາຄາສູງຕໍ່ສາຍພົວພັນສອງຝ່າຍໃນດ້ານຕ່າງໆ ແລະ ເຫັນດີຈະຮ່ວມກັບຝ່າຍລາວເພື່ອເສີມຂະຫຍາຍສາຍພົວພັນຮ່ວມມືລະຫວ່າງອົງການນິຕິບັນຍັດຂອງສອງປະເທດ ໃນດ້ານຕ່າງໆໃຫ້ໄດ້ຮັບການພັດທະນາຍິ່ງຂຶ້ນ ເພື່ອຜົນປະໂຫຍດຂອງປະຊາຊົນສອງຊາດ ຣັດເຊຍ-ລາວ ກໍຄືຜົນປະໂຫຍດຂອງສັນຕິພາບ ມິດຕະພາບ ແລະ ການຮ່ວມມືເພື່ອການພັດທະນາໃນພາກພື້ນ ແລະ ໃນໂລກ.

# ຂ່າວ – ພາບ : ອົ່ນ ໄຟສົມທອງ

error: Content is protected !!