ປາກກວາງ ເປັນບ້ານຖືກຄັດເລືອກຕົວແບບໂຄງການພັດທະນາບ້ານຕົວແບບມູນນິທິເຊມາອູນບ້ານປາກກວາງ

    ພິທີເຊັນບົດບັນທຶກຄວາມເຂົ້າໃຈ ໂຄງການພັດທະນາບ້ານຕົວແບບຂອງມູນນິທິເຊມາອູນ ບ້ານປາກກວາງ ເມືອງປາກງື່ມ ນະຄອນຫຼວງວຽງຈັນ (ນວ) ລະຫວ່າງພະແນກກະສິກໍາ ແລະ ປ່າໄມ້ ນວ ແລະ ຫ້ອງການມູນນິທິເຊມາອູນປະຈໍາ ລາວ ຈັດຂຶ້ນວັນທີ 16 ທັນວາ 2021 ທີ່ພະແນກກະສິກໍາ ແລະ ປ່າໄມ້ ນວ ໂດຍການລົງນາມຂອງທ່ານ ສີສະຫວັດ ສິນທະວີ ຮອງຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ ນວ ແລະ ທ່ານ ໂຈ ຈູນ ລີຢອງ ຜູ້ບໍລິຫານມູນນິທິເຊມາອູນ ປະຈໍາລາວ ມີທ່ານ ພູຂົງ ບັນນາວົງ ຮອງເຈົ້າຄອງ ນວ ທ່ານ ຄໍາໝູນ ຕຽງທະລາດ ເຈົ້າເມືອງປາກງື່ມ ພ້ອມພາກສ່ວນກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ. 

    ໃນພິທີ ທ່ານ ສົມໝາຍ ສີປະເສີດ ຮອງຫົວໜ້າຂະແໜງປູກຝັງ ພະແນກກະສິກໍາ ແລະ ປ່າໄມ້ ໄດ້ລາຍງານການກະກຽມ ແລະ ແຜນການຈັດຕັ້ງປະຕິບັດໂຄງການຮ່ວມກັບມູນມູນນິທິເຊມາອູນວ່າ: ໂຄງການພັດທະນາບ້ານຕົວແບບຂອງມູນນິທິເຊມາອູນ ຢູ່ເມືອງປາກງື່ມ ນວ ໄດ້ເລີ່ມຈັດຕັ້ງປະຕິບັດມາແຕ່ເດືອນມັງກອນ 2019 ເປັນຕົ້ນມາຮອດທ້າຍເດືອນທັນວາ 2021 ເປັນໄລຍະເວລາ 3 ປີ ເນື່ອງຈາກວ່າໄດ້ຮັບຜົນສໍາເລັດໃນການຈັດຕັ້ງປະຕິບັດໂຄງການໄລຍະຜ່ານມາ ທາງສໍານັກງານໃຫຍ່ມູນນິທິເຊມາອູນ ປະຈໍາ ສ.ເກົາຫຼີ ຈຶ່ງໄດ້ໃຫ້ຄວາມສໍາຄັນຕໍ່ການພັດທະນາຂອງ ສປປ ລາວ ເຊັ່ນ: ການມີສ່ວນຮ່ວມຂອງປະຊາຊົນ ການອໍານວຍຄວາມສະດວກທາງດ້ານເອກະສານຕ່າງໆຈາກພາກລັດ ກໍຄືຄູ່ຮ່ວມງານທີ່ກ່ຽວຂ້ອງ ຈຶ່ງເຮັດໃຫ້ສໍານັກງານໃຫຍ່ລະດົມທຶນຈາກແຂວງ ກິຢອງຊັງບຸກໂດ- ເມືອງຢອງຈູ ເພື່ອສືບຕໍ່ສະໜັບສະໜູນບ້ານໃບອີກ 1 ບ້ານ ໂດຍອີງຕາມຫຼັກການ ທາງສໍານັກງານໃຫຍ່ຈະລົງມາກວດ ແລະ ໃຫ້ການປະເມີນຄັດເລືອກບ້ານໂຄງການ ແຕ່ເນື່ອງຈາກວ່າເກີດການລະບາດຂອງພະຍາດໂຄວິດ-19 ທາງສໍານັກງານໃຫຍ່ຈຶ່ງມອບໜ້າທີ່ໃຫ້ກັບຫ້ອງການມູນນິທິເຊມາອູນ ປະຈໍາລາວ ເປັນຜູ້ຈັດຕັ້ງປະຕິບັດ ແລະ ສະໜອງຂໍ້ມູນໃຫ້ແກ່ຜູ້ໃຫ້ທຶນເປັນຜູ້ຄັດເລືອກເອົາບ້ານໃໝ່ ເຊິ່ງຜ່ານການຄັດເລືອກ ໄດ້ເລືອກເອົາບ້ານ ປາກກວາງ ເມືອງປາກງື່ມ ນວ ເປັນບ້ານຕົວແບບບ້ານໃໝ່ຂອງໂຄງການ. 

    ພາຍຫຼັງທີ່ບ້ານປາກກວາງ ເປັນບ້ານທີ່ຖືກຄັດເລືອກແລ້ວ ກໍໄດ້ມີການປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ເພື່ອຈັດຕັ້ງປະຕິບັດຕາມຂັ້ນຕອນໃຫ້ຖືກຕ້ອງຕາມລະບຽບກົດໝາຍຂອງ ສປປ ລາວ ວາງອອກ ໄດ້ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ແລະ ມູນນິທິເຊມາອູນ ປະຈໍາລາວ ເກັບກໍາຂໍ້ມູນເບື້ອງຕົ້ນຂອງບ້ານພ້ອມທັງຈັດກອງປະຊຸມດ້ານວິຊາການ ເພື່ອປຶກສາຫາລືກ່ຽວກັບເປົ້າໝາຍບ້ານຂະຫຍາຍໃໝ່ ແຕ່ປີ 2021-2025 ຂອງໂຄງການພັດທະນາບ້ານຕົວແບບມູນນິທິເຊມາອູນ ແລະ ອື່ນໆ. 

    ໂຄງການພັດທະນາບ້ານຕົວແບບເຊມາອູນ ເປັນໂຄງການທີ່ເປັນຕົວແບບໃນການພັດທະນາຊົນນະບົດແບບຍືນຍົງ ໂດຍອີງໃສ່ການພັດທະນາແນວຄິດຂອງປະຊາຊົນ ສົ່ງເສີມຄວາມອາດສາມາດໃນການເພິ່ງຕົນເອງ ແລະ ການມີສ່ວນຮ່ວມ ເຊິ່ງເປັນຮູບແບບທີ່ຖ່າຍທອດຈາກປະສົບການຂອງເຊມາອູດົງ ທີ່ຖືກນໍາໃຊ້ໃນອະດີດ ເພື່ອພັດທະນາຊຸມຊົນຂອງ ສ.ເກົາຫຼີ ພ້ອມນັ້ນ ມູນນິທິດັ່ງກ່າວຍັງສະໜັບສະໜູນທຶນ ວັດສະດຸອຸປະກອນ ແລະ ປະຊາຊົນເປັນເຈົ້າການໃນການອອກແຮງງານບໍລິຫານຈັດການ ບໍາລຸງຮັກສາໃນແຕ່ລະກິດຈະກໍາ ໂດຍມີທ່ານ ນາຍບ້ານ ຫຼື ຫົວໜ້າກຸ່ມເປັນຜູ້ນໍາພາ ອັນໄດ້ສະແດງເຖິງການມີສ່ວນຮ່ວມຂອງຄົນພາຍໃນບ້ານ ເພື່ອຜົນປະໂຫຍດສ່ວນລວມ ນອກນັ້ນ ການຍົກລະດັບຄວາມຮູ້ທາງດ້ານກະສິກໍາຜ່ານການເຝິກອົບຮົມ ແລະ ທັດສະນະສຶກສາກໍແມ່ນສ່ວນໜຶ່ງ,

# ຂ່າວ – ພາບ : ຂັນທະວີ

error: Content is protected !!