​ ທຸກພາກສ່ວນໃນສັງຄົມ ຕ້ອງສຸມໃສ່ໃຫ້ການສະໜັບສະໜູນການຮຽນ-ການສອນທາງອອນລາຍ ໃຫ້ຫຼາຍກວ່າເກົ່າ

    ທ່ານ ພູວົງ ວົງຄຳຊາວ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ຜູ້ຊີ້ນຳວຍກງານວັດທະນະທຳ-ສັງຄົມ ຫົວໜ້າສະເພາະກິດປ້ອງກັນ ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ກ່າວຕໍ່ກອງປະຊຸມ ສະໄໝສາມັນເທື່ອທີ 2 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ ຊຸດທີ II ໃນວັນທີ 15 ທັນວາ 2021 ຕໍ່ກັບການຮຽນການສອນໃນລະບົບສາມັນ ວ່າ: ແຜນການຈັດການຮຽນ-ການສອນໃນສາຍສາມັນສຶກສາ ສົກຮຽນ 2021-2022 ໃນໄລຍະທີ່ ຍັງບໍ່ທັນເປີດການຮຽນ-ການສອນແບບປົກກະຕິ ແມ່ນຈະສືບຕໍ່ນຳໃຊ້ລະບົບ ການຮຽນ-ການສອນທາງອອນລາຍ ແລະ ການສົ່ງປື້ມຕຳລາຮຽນໄປໃຫ້ນັກຮຽນຄົ້ນຄວ້າຮ່ຳຮຽນດ້ວຍຕົນເອງຢູ່ເຮືອນ ພ້ອມກັນນັ້ນ ກໍ່ຈະຈັດຕັ້ງຄູ-ອາຈານ ອາສາສະໝັກປະຈໍາບ້ານ ແລະ ຊຸກຍູ້ໃຫ້ພໍ່ແມ່ນັກຮຽນ ເອົາໃຈໃສ່ຊ່ວຍແນະນຳວິທີການຮ່ຳຮຽນ ໃຫ້ແກ່ນ້ອງນັກຮຽນ ເປັນແຕ່ລະໄລຍະ.

    ພ້ອມດຽວກັນນັ້ນ ຍັງຈັດຝຶກອົບຮົມສ້າງຄວາມເຂັ້ມແຂງໃຫ້ແກ່ຜູ້ບໍລິຫານການສຶກສາທຸກຂັ້ນ ແລະ ຄູອາຈານ ກ່ຽວກັບການນຳໃຊ້ເຄື່ອງເຕັກໂນໂລຊີ ເຂົ້າໃນການຈັດການຮຽນ-ການສອນ ໃຫ້ຄ່ອງຕົວຂຶ້ນ ໃນໄລຍະການປີດການຮຽນ-ການສອນແບບເຊິ່ງໜ້າ ຄົ້ນຄວ້າຫຍໍ້ບົດຮຽນ ເພື່ອໃຫ້ຄູອາຈານ ສິດສອນນັກຮຽນ ໃຫ້ສໍາເລັດທັນກ່ອນເປີດສົກຮຽນ ແລະ ຖຶກເປົ້າໝາຍ.

    ສືບຕໍ່ຈັດພິມເອກະສານຕໍາລາຮຽນ ແລະ ອັດຄລິບວີດີໂອການສອນ ສົ່ງໃຫ້ນັກຮຽນ ໃນເຂດທີ່ຍັງບໍ່ທັນມີຄວາມພ້ອມ ເພື່ອໃຫ້ເຂົາເຈົ້າໄດ້ເຂົ້າເຖິງການຮຽນຖືກຕາມເປົ້າໝາຍ ແລະ ເປັນເອກະພາບ ແນະນຳ ແລະ ຈັດຕັ້ງໃຫ້ພະນັກງານ ຄູ-ອາຈານ ແລະ ນັກຮຽນໃນເກນອາຍຸ 12-17 ປີ ໄດ້ຮັບວັກຊິນໃຫ້ຄົບໂດສ ພ້ອມກັນນັ້ນ ກໍກະກຽມແຜນຮ່ວມກັບຂະແໜງສາທາລະນະສຸກ ເພື່ອຈັດຕັ້ງການສັກວັກຊີນໃຫ້ແກ່ເດັກນ້ອຍແຕ່ອາຍຸ 5-11 ປີ ໃນຂັ້ນຕໍ່ໄປ ເພື່ອກະກຽມເງື່ອນໄຂໃຫ້ແກ່ການເປີດການຮຽນ-ການສອນແບບເຊິ່ງໜ້າ.

    ແຈກຢາຍ ແບບຟອມການປະເມີນສະຖານການສຶກສາທິປອດໄພຕາມ 10 ຂໍ້ແນະນຳຂອງກະຊວງສຶກສາທິການ ແລະ ກີລາວາງອອກ ເພື່ອໃຫ້ສະຖານການສຶກສາແຕ່ລະແຫ່ງ ຈັດຕັ້ງການປະເມີນສະຖານການສຶກສາຂອງຕົນເອງ ແບ່ງຂັ້ນຄຸ້ມຄອງ ແລະ ຈັດຕັ້ງໜ່ວຍງານລົງປະເມີນຄວາມສ່ຽງຢູ່ສະຖານການສຶກສາຕ່າງໆ ໃນນັ້ນ ຂັ້ນນະຄອນຫຼວງ ມີ 4 ໜ່ວຍ ປະເມີນ (ໂຮງຮຽນລັດ 2 ໜ່ວຍ ແລະ ເອກະຊົນ 2 ໜ່ວຍ)  ຂັ້ນເມືອງ  ເມືອງລະ 2 ໜ່ວຍ (ປະເມີນໂຮງຮຽນລັດ 1 ໜ່ວຍ ແລະ ເອກະຊົນ 1 ໜ່ວຍ) ເຊິ່ງແຕ່ລະໜ່ວຍປະກອບມີ ຂະແໜງການສຶກສາທິການ ແລະ ກີລາ ສາທາລະນະສຸກ ອົງການຈັດຕັ້ງມະຫາຊົນ ສະມາຄົມການສຶກສາ ອົງການປົກຄອງເມືອງ-ບ້ານ ແລະ ສະມາຄົມຜູ້ປົກຄອງນັກຮຽນ ເຂົ້າຮ່ວມໃນການປະເມີນ.

    ພິເສດ ປຸກລະດົມຂົນຂວາຍບຸກຄົນ ນິຕິບຸກຄົນ ການຈັດຕັ້ງພາຍໃນ ແລະ ຕ່າງປະເທດ ປະກອບສ່ວນຊ່ວຍເຫຼືອປື້ມຕຳລາ ແລະ ອຸປະກອນຮັບໃຊ້ການຮຽນ-ການສອນ ທາງອອນລາຍ ໂດຍສະເພາະແມ່ນເຂດທີ່ມີຄວາມຫຍຸ້ງຍາກ ແລະ ຫ່າງໄກ. 

# ຂ່າວ – ພາບ : ບຸນມີ

error: Content is protected !!