ນາຍົກລັດຖະມົນຕີ ຕິດຕາມຊຸກຍູ້ ແລະ ຊີ້ນຳ ການຈັດຕັ້ງປະຕິບັດດຳລັດ 414/ລບ

    ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ຫົວໜ້າຄະນະຮັບຜິດຊອບພັດທະນາເຂດຈຸດສຸມໃຈກາງ ພ້ອມຄະນະ ເຄື່ອນໄຫວຢ້ຽມຢາມ ແລະ ໃຫ້ກຽດເຂົ້າຮ່ວມເປັນປະທານກອງປະຊຸມສະຫຼຸບຕີລາຄາການຈັດຕັ້ງປະຕິບັດດຳລັດ 414/ລບ ວ່າດ້ວຍນະໂຍບາຍການພັດທະນາເສດຖະກິດແຂວງໄຊສົມບູນ ແຕ່ປີ 2020-2021 ແລະ ທິດທາງແຜນການ ປີ 2022 ຢູ່ວັນທີ 15 ທັນວາ 2021 ທີ່ແຂວງດັ່ງກ່າວ ມີທ່ານ ພົນຕີ ຄຳລຽງ ອຸທະໄກສອນ ເຈົ້າແຂວງໄຊສົມບູນ ພ້ອມດ້ວຍການນຳ ແລະ ພະນັກງານຫຼັກແຫຼ່ງຂອງແຂວງໃຫ້ການຕອນຮັບ ແລະ ເຂົ້າຮ່ວມກອງປະຊຸມດັ່ງກ່າວ.

    ທ່ານ ພົນຕີ ຄຳລຽງ ອຸທະໄກສອນ ໄດ້ຂຶ້ນຜ່ານຮ່າງບົດສະຫຼຸບຕີລາຄາການຈັດຕັ້ງປະຕິບັດ ດຳລັດ 414/ລບ ແຕ່ປີ 2020-2021 ແລະ ທິດທາງແຜນການ ປີ 2022 ທ່ານ ພົນຕີ ຈັນທອງ ສອນຕະອາດ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ວ່າການຫົວໜ້າກົມໃຫຍ່ເສນາທິການກອງທັບ ແລະ ທ່ານ ພັນເອກ ສາຍສະໝອນ ພະລະມີໄຊ ຮອງຫົວໜ້າກົມໃຫຍ່ສັນຕິບານ ກະຊວງປ້ອງກັນຄວາມສະຫງົບ ຕາງໜ້າຂະແໜງປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ ໄດ້ຂຶ້ນລາຍງານການຈັດຕັ້ງປະຕິບັດວຽກງານໃນຂົງເຂດວຽກງານຂອງຕົນ.

    ໂອກາດນີ້ ທ່ານ ນາຍົກລັດຖະມົນຕີ ຕາງໜ້າກົມການເມືອງສູນກາງພັກ ແລະ ລັດຖະບານ ໄດ້ມີຄຳເຫັນກ່າວຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດທີ່ທຸກພາກສ່ວນກ່ຽວຂ້ອງ ສາມາດປະຕິບັດໄດ້ໃນໄລຍະ 2 ປີຜ່ານມາ ພ້ອມນັ້ນ ໄດ້ມີຄຳເຫັນເນັ້ນໜັກຕໍ່ກອງປະຊຸມຕື່ມບາງບັນຫາ ເປັນຕົ້ນ ມອບຄວາມຮັບຜິດຊອບໂດຍກົງຮອບດ້ານໃຫ້ຄະນະພັກ-ອຳນາດການປົກຄອງ ແລະ ສະພາແຂວງ ຕໍ່ຜົນໄດ້ຜົນເສຍໃນການປົກປັກຮັກສາ ແລະ ພັດທະນາແຂວງ ຕ້ອງຖືເອົາວຽກງານ ປກຊ-ປກສ ເປັນບູລິມະສິດອັນດັບຕົ້ນຂອງອົງການປົກຄອງແຂວງ ເມືອງ ແລະ ບ້ານ ເພື່ອແກ້ໄຂບັນຫາປາກົດການຫຍໍ້ທໍ້ທາງສັງຄົມ ແກ້ໄຂບັນດາເປົ້າໝາຍໝໍ່ແໜງກໍ່ຄວາມບໍ່ສະຫງົບ ຫຼົບໜີຄະດີອາຍາທີ່ຫຼົງເຫຼືອເກາະຫ້ອຍ ແລະ ລີ້ຊ່ອນຢູ່ຈຸດຕ່າງໆ ເພື່ອສ້າງພື້ນຖານໃຫ້ມີຄວາມສະຫງົບອັນໜັກແໜ້ນ ເອື້ອອໍານວຍໃຫ້ປະຊາຊົນບັນດາເຜົ່າໄດ້ທໍາມາຫາກິນດ້ວຍຄວາມປອດໄພ ຂົງເຂດເສດຖະກິດ ໃຫ້ເອົາໃຈໃສ່ບັນດາແຜນງານ ໂຄງການຕ່າງໆທີ່ອົງການປົກຄອງ ແລະ ສະພາປະຊາຊົນແຂວງໄດ້ຮັບຮອງແລ້ວນັ້ນ ໃຫ້ໄດ້ຮັບການຈັດຕັ້ງປະຕິບັດຢ່າງມີປະສິດທິຜົນ ດຶງດູດການລົງທຶນພາຍໃນ ແລະ ຕ່າງປະເທດໃຫ້ບັນລຸຕາມຄາດໝາຍ ໂດຍໃຫ້ເອົາໃຈໃສ່ຄົ້ນຄວ້າເອົາຜູ້ທີ່ມີທຶນຮອນ ມີປະສົບການມາລົງທຶນຕົວຈິງ ເພື່ອບໍ່ໃຫ້ແກ່ຍາວໂຄງການພັດທະນາຕ່າງໆ ເອົາໃຈໃສ່ຄຸ້ມຄອງໂຄງການ  ໃຫ້ຈັດຕັ້ງປະຕິບັດຕາມກົດໝາຍ ແລະ ລະບຽບການ ບໍ່ໃຫ້ມີຜົນກະທົບຕໍ່ສິ່ງແວດລ້ອມ-ສັງຄົມ ສ້າງລາຍຮັບເຂົ້າງົບປະມານຂອງແຂວງ ແລະ ສູນກາງໃຫ້ໄດ້ຕາມຄາດໝາຍ ອັດຊ່ອງຫວ່າງການຮົ່ວໄຫຼຂອງການເກັບລາຍຮັບງົບປະມານ ແລະ ເອົາໃຈໃສ່ຄຸ້ມຄອງລາຍຈ່າຍຢ່າງມີຈຸດສຸມບົນພື້ນຖານປະຢັດມັດທະຍັດ ໃຫ້ເອົາໃຈໃສ່ຄຸ້ມຄອງບັນດາໂຄງການລົງທຶນທີ່ມີຢູ່ພາຍໃນແຂວງໃຫ້ຮັດກຸມ ດຶງດູດເອົາການສ້າງໂຮງງານອຸດສາຫະກໍາຕ່າງໆທີ່ແຂວງມີທ່າແຮງ ເພື່ອສ້າງລາຍຮັບ ແລະ ສ້າງວຽກເຮັດງານທໍາ ຂົງເຂດວັດທະນະທໍາ-ສັງຄົມ ເອົາໃຈໃສ່ເພີ່ມທະວີຄວາມສາມັກຄີເປັນນ້ຳໜຶ່ງໃຈດຽວຂອງທົ່ວແຂວງ ເອົາໃຈໃສ່ສົ່ງເສີມວັດທະນະທໍາ ຮີດຄອງປະເພນີອັນດີງາມຂອງປະຊາຊົນບັນດາເຜົ່າໃນແຂວງ ຄົ້ນຄວ້າສ້າງ ແລະ ປັບປຸງສະຖານທີ່ທ່ອງທ່ຽວ ເພື່ອດຶງດູດນັກທ່ອງທ່ຽວໃຫ້ຫຼາຍຂຶ້ນ ບັນຫາສໍາຄັນຕ້ອງສ້າງໃຫ້ໄດ້ເອກະລັກສະເພາະຂອງທ້ອງຖິ່ນ ໂດຍອີງໃສ່ທ່າແຮງ ແລະ ຄວາມອຸດົມສົມບູນຂອງແຂວງ ເພື່ອດຶງດູດນັກທ່ອງທ່ຽວ ໃຫ້ເພີ່ມທະວີປຸກລະດົມປະຊາຊົນເຂົ້າຮ່ວມວຽກງານປ້ອງກັນ ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ບໍ່ໃຫ້ຂະຫຍາຍໄປວົງກວ້າງ ຕ້ອງຮຽນຮູ້ ແລະ ຢູ່ກັບພະຍາດດັ່ງກ່າວໃຫ້ໄດ້ ຕາມວິຖີການດໍາລົງຊີວິດແບບໃໝ່ ການຈັດຕັ້ງປະຕິບັດດຳລັດ 414/ລບ ໃຫ້ແຂວງສືບຕໍ່ເປັນເຈົ້າການນຳໄປຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ ສ່ວນວຽກງານທີ່ຕິດພັນກັບຂັ້ນສູນກາງລັດຖະບານຈະນຳໄປຄົ້ນຄວ້າ ແລະ ໃຫ້ສະໜັບສະໜູນຕາມຄວາມເງື່ອນໄຂຕົວຈິງ ເອົາໃຈໃສ່ລະດົມທຶນເຂົ້າກອງທຶນພັດທະນາແຂວງໃຫ້ໄດ້ຕາມຄາດໝາຍ ໃຫ້ທີມງານວິທະຍາສາດ ປັບປຸງການຄົ້ນຄວ້າ ແລະ ນໍາພາປະຊາຊົນປະຕິບັດຕົວຈິງ ໂດຍເຝິກອົບຮົມການປູກ ການລ້ຽງ ການສ້າງກຸ່ມການຜະລິດໃຫ້ເຂັ້ມແຂງກວ່າເກົ່າ ສຳລັບການປະຕິບັດວາລະແຫ່ງຊາດໃຫ້ອົງການປົກຄອງແຂວງເອົາໃຈໃສ່ຈັດຕັ້ງເຜີຍແຜ່ ເຊື່ອມຊຶມ ແລະ ຜັນຂະຫຍາຍສອງວາລະແຫ່ງຊາດໃຫ້ທົ່ວເຖິງ ແລະ ເລິກເຊິ່ງ ໃຫ້ຖືເປັນຄວາມຮັບຜິດຊອບຂອງຄະນະພັກ ຄະນະນໍາ ແລະ ອົງການປົກຄອງແຕ່ລະຂັ້ນ ເພື່ອນໍາພາ-ຊີ້ນໍາ ແລະ ຈັດຕັ້ງປະຕິບັດໃຫ້ແທດຕົວຈິງ.

# ຂ່າວ – ພາບ : ກົມປະຊາສໍາພັນ ຫນຍ

error: Content is protected !!