ຄະນະຜູ້ແທນນັກຮົບເກົ່າລາວ ສຳເລັດການເຂົ້າຮ່ວມກອງປະຊຸມໃຫຍ່ຄັ້ງທີ 20 ຂອງສະມາພັນນັກຮົບເກົ່າອາຊຽນ

    ທ່ານ ພົນໂທ ແສງນວນ ໄຊຍະລາດ ປະທານສະຫະພັນນັກຮົບແຫ່ງຊາດລາວ ໄດ້ນຳພາຄະນະຜູ້ແທນນັກຮົບເກົ່າລາວ ເຂົ້າຮ່ວມກອງປະຊຸມໃຫຍ່ຄັ້ງທີ 20 ຂອງສະມາພັນນັກຮົບເກົ່າອາຊຽນ ວັນທີ 15 ທັນວາ 2021 (ກອງປະຊຸມທາງໄກ) ເປັນປະທານຂອງທ່ານ ພົນໂທພິເສດ ຫງວຽນ ວັນ ເດືອກ ປະທານສະມາຄົມນັກຮົບເກົ່າຫວຽດນາມ ທັງເປັນປະທານສະມາພັນຮົບເກົ່າອາຊຽນ ມີຜູ້ແທນສະຫະພັນນັກຮົບເກົ່າ ສະມາຊິກສະມາພັນນັກຮົບເກົ່າອາຊຽນເຂົ້າຮ່ວມ.

    ປັດຈຸບັນ ສະມາພັນນັກຮົບເກົ່າອາຊຽນມີ 10 ປະເທດອາຊຽນ ໂດຍໄດ້ຮັບຮອງຈາກສະມາພັນອາຊຽນວ່າເປັນອົງການຈັດຕັ້ງທາງສັງຄົມ ແລະ ມະນຸດສະທຳ ໃນໂຄງການສ້າງການຈັດຕັ້ງອາຊຽນເພື່ອສະຫວັດດີການຂອງນັກຮົບເກົ່າ ແລະ ຄອບຄົວໃຫ້ນັບມື້ມີຫົວຄິດປະດິດສ້າງ ເພື່ອຜັນຂະຫຍາຍລະຫວ່າງປະເທດສະມາຊິກ ເປັນຕົ້ນແມ່ນການແລກປ່ຽນຂໍ້ມູນຂ່າວສານ ຄວາມຮູ້ຄວາມສາມາດ ການເຂົ້າຮ່ວມ ແບບແຜນການຊ່ວຍເຫຼືອ ການພັດທະນາຕ່າງໆ ປີ 2020 ຫວຽດນາມໄດ້ຮັບບົດບາດໃນການເປັນປະທານສະມາພັນນັກຮົບເກົ່າອາຊຽນ ໃນ 2 ປີຜ່ານມາ (2020-2021) ສະມາຄົມນັກຮົບເກົ່າໄດ້ປະສົບຜົນສຳເລັດຕາມການມອບໝາຍຂອງສະມາພັນນັກຮົບເກົ່າອາຊຽນຫຼາຍດ້ານ.

    ນອກຈາກນີ້ ກອງປະຊຸມໄດ້ສະເໜີການພັດທະນາສະພາບການຂອງສະມາພັນນັກຮົບເກົ່າອາຊຽນໃນໄລຍະຜ່ານມາ ແລະ ຕໍ່ໜ້າຂອງແຕ່ລະປະເທດ ການເຄື່ອນໄຫວວຽກງານຕ່າງໆ ຮັບຮອງເອົາບັນດາມະຕິໃນກອງປະຊຸມໃຫຍ່ຄັ້ງທີ 19 ຜ່ານມາ ການປ້ອງກັນ ແລະ ການອະນຸລັກຮັກສາເຫດການປະຫວັດສາດທາງການທະຫານ ການພັດທະນາວິໄສທັດ ແລະ ພາລະກິດຂອງສະມາພັນນັກຮົບເກົ່າອາຊຽນ ຮັບຮອງເອົາການທະຫານຜ່ານເສິກ ເປັນທະທານສະມາພັນນັກຮົບເກົ່າອາຊຽນໃນປີ 2022 ທົບທວນ ແລະ ຮັບຮອງເອົາບົດລາຍງານກອງປະຊຸມຄົບຄະນະບໍລິຫານງານຄັ້ງທີ 33 ພ້ອມດຽວກັນນັ້ນ ປະທານສະມາພັນນັກຮົບເກົ່າອາຊຽນ ໄດ້ມອບຕຳແໜ່ງປະທານສະມາພັນນັກຮົບເກົ່າອາຊຽນ ໃຫ້ແກ່ທ່ານ ພົນເອກ ສິຣິພົງ ວົງຂັນຕິ ປະທານອົງການທະຫານຜ່ານເສິກໄທ ເປັນປະທານສະມາພັນນັກຮົບເກົ່າອາຊຽນ ແລະ ໄດ້ມອບຫຼຽນກຽດຕິຍົດປະທານສະມາພັນນັກຮົບເກົ່າອາຊຽນ ໃຫ້ທ່ານ ພົນຈັດຕະວາ ສົມພອນ ແກ້ວມີໄຊ ອະດີດປະທານສະຫະພັນນັກຮົບເກົ່າແຫ່ງຊາດລາວ ແລະ ທ່ານ ພັນໂທ ຄຳສິງ ສໍແສງອິນ ເລຂາທິການຂອງສະຫະພັນນັກຮົບເກົ່າແຫາງຊາດລາວອີກດ້ວຍ.

error: Content is protected !!