ປຶ້ມຫວນຄືນເສັ້ນທາງຊີວິດ ໄດ້ພິມຈຳໜ່າຍສູ່ສັງຄົມ

      ປື້ມບັນທຶກຄວາມຊົງຈໍາ ຫວນຄືນເສັ້ນທາງຊີວິດ ຂຽນໂດຍ ຈໍາປາແດງ ຫຼື ທ່ານ ຄໍາສີ ຈັນທະວີທອງ ເປັນປຶ້ມເຫຼັ້ມໜຶ່ງທີ່ຜູ້ຂຽນໄດ້ເວົ້າເຖິງເລື່ອງລາວຊີວິດຈິງຂອງຕົນເອງ ແລະ ເຫດການຕ່າງໆທີ່ເກີດຂຶ້ນໃນສັງຄົມ ກໍຄືປະເທດລາວເຮົາໃນສະໄໝເສິກສົງຄາມກ່ອນປົດປ່ອຍ ແລະ ຫຼັງປົດປ່ອຍ ໂດຍຜູ້ຂຽນໄດ້ໃຊ້ເວລາເກືອບໜຶ່ງປີເຕັມໃນການຂີດຂຽນ ກ່ອນຈະພິມອອກມາສົມບູນແບບເພື່ອແຈກຢາຍໃຫ້ສັງຄົມ.

    ທ່ານ ຄໍາສີ ຈັນທະວີທອງ ໃຫ້ສໍາພາດວັນທີ 14 ທັນວາ 2021 ວ່າ: ເພື່ອບໍ່ໃຫ້ຄວາມຫຼັງເປັນທີ່ຫຼົງລືມ ຂ້າພະເຈົ້າຈຶ່ງໄດ້ໃຊ້ຄວາມພະຍາຍາມໃນການຂຽນປຶ້ມຫວນຄືນເສັ້ນທາງຊີວິດເຫຼັ້ມນີ້ໄວ້ ແລະ ພິມຈຳ    ໜ່າຍອອກສູ່ສັງຄົມ ຈຸດປະສົງເປົ້າໝາຍຫຼັກ ແມ່ນຢາກສ່ອງແສງໃຫ້ເຫັນສະພາບການຜັນແປຂອງເສິກສົງຄາມ ຄວາມຫຍຸ້ງຍາກລຳບາກ ການປ່ຽນແປງທາງຍຸດທະສາດ ແລະ ຍຸດໂທບາຍແຕ່ລະໄລຍະຂອງຜູ້ນຳເຮົາ ໃນການຕໍ່ສູ້ຕ້ານກັບຈັກກະພັດຜູ້ຮຸກຮານ ຈະເປັນຄວາມຮັກ ຄວາມຜູກພັນກໍຕາມ ພຽງແຕ່ຍົກໃຫ້ເຫັນເງື່ອນໄຂ ລະບຽບການ ສະພາບຄວາມເປັນຈິງໃນເມື່ອກ່ອນທີ່ມີຄວາມແຕກຕ່າງກັບຍຸກປັດຈຸບັນ.

    ສໍາລັບປຶ້ມຫວນຄືນເສັ້ນທາງຊີວິດເຫຼັ້ມນີ້ ຜູ້ຂຽນໄດ້ໃຊ້ເວລາຂຽນມາແຕ່ຕົ້ນປີ ແລະ ສໍາເລັດພິມຈໍາ ໜ່າຍວັນທີ 21 ພະຈິກ 2021 ໂດຍພິມທີ່ໂຮງພິມນະຄອນຫຼວງວຽງຈັນ ພິມຄັ້ງທີ 1 ຈຳນວນ 184 ໜ້າ ຂະໜາດ 15X21 ຊັງຕີແມັດ ຈຳນວນພິມ 3.500 ຫົວ ປະກອບມີ 5 ພາກຄື:ພາກທີ 1 ບ້ານເກີດເມືອງນອນທີ່ຮັກ ພາກທີ 2 ພູແຄ-ເມືອງວຽງໄຊທີ່ຄິດເຖິງ ພາກທີ 3 ບັ້ນຮົບລາມເຊີນ 719 ທີ່ຊົງຈໍາ ພາກທີ 4 ນະຄອນຫຼວງວຽງຈັນທີ່ສວຍງາມ ແລະ ພາກທີ 5 ຄວາມຮັກ ແລະ ຄອບຄົວທີ່ອົບອຸ່ນ.

     ທ່ານ ຄໍາສີ ຈັນທະວີທອງ ຍັງໃຫ້ຮູ້ຕື່ມວ່າ: ປຶ້ມເຫຼັ້ມນີ້ ພາຍຫຼັງທີ່ພິມແລ້ວ ໃນຜ່ານມາກໍໄດ້ແຈກຢາຍໃຫ້ຫຼາຍພາກສ່ວນໄດ້ໄປອ່ານ ເປັນຕົ້ນ ກົມວັນນະຄະດີ ແລະ ພິມຈຳໜ່າຍ ສຳນັກພິມສະມາຄົມນັກປະພັນລາວ ບັນດາອົງການຈັດຕັ້ງພາກລັດ-ເອກະຊົນ ແລະ ບຸກຄົນທີ່ມັກການອ່ານ ພ້ອມນີ້ ຍັງຈະສືບຕໍ່ແຈກຢາຍໃຫ້ຫຼາຍພາກສ່ວນຕື່ມອີກໃນຕໍ່ໜ້າ ເປັນຕົ້ນ ຫໍສະໝຸດແຫ່ງຊາດ ຫໍສະໝຸດນະຄອນຫຼວງວຽງຈັນ ຫໍສະໝຸດບັນດາແຂວງທົ່ວປະເທດ ສະຖາບັນການສຶກສາ ແລະ ບຸກຄົນທີ່ມັກຮັກການອ່ານ ທັງນີ້ກໍເພື່ອໃຫ້ເຂົາເຈົ້າໄດ້ອ່ານເລື້ອງລາວຕ່າງໆທີ່ຜູ້ຂຽນໄດ້ຂຽນລົງປຶ້ມເຫຼັ້ມນີ້ ແລະ ຜ່ານມາຜູ້ຂຽນກໍໄດ້ສຳເລັດຂຽນປຶ້ມແປວໄຟປະຕິວັດ ໂດຍລວມແລ້ວ ມາຮອດປັດຈຸບັດ ຈຳປາແດງ ໄດ້ສຳເລັດການຂຽນປຶ້ມເລື້ອງ 2 ເຫຼັ້ມ ເຊິ່ງຜົນງານດັ່ງກ່າວ ໄດ້ເປັນການປະກອບສ່ວນຊ່ວຍສັງຄົມ ກໍຄືວົງການນັກຂີດນັກຂຽນນັກແຕ່ງ ໃນນາມເປັນນັກຂ່າວປະຕິວັດອາວຸໂສ ກໍໄດ້ພະຍາຍາມຮີບໂຮມເອົາປະສົບການຊີວິດຈິງມາຖ່າຍທອດໃຫ້ຄົນຮຸ່ນຫຼັງໄດ້ອ່ານໄດ້ຮູ້ກັບຊີວິດ ຄວາມຮັກ ແລະ ພາລະກິດປະຕິວັດ ການເດີນໄປຕາມເສັ້ນທາງຂອງການປະຕິວັດອັນຍາວນານ ທີ່ເຕັມໄປດ້ວຍຄວາມຫຍຸ້ງຍາກ ລຳບາກ ທີ່ດຳລົງຊີວິດຢູ່ຕາມພູຜາປ່າດົງ ຢູ່ໃນຖໍ້າ ຢູ່ໃຕ້ຫ່າລະເບີດລູກປືນຂອງສັດຕູ ຈົນຮອດປະເທດຊາດໄດ້ຮັບການປົດປ່ອຍວັນທີ 2 ທັນວາ 1975.   

    # ຂ່າວ – ພາບ : ສົມສະຫວັນ

error: Content is protected !!