ສອງບໍລິສັດ ອວຍພອນໜັງສືພິມວຽງຈັນໃໝ່

    ບໍລິສັດ ຟ້າໃຫຍ່ມີເດຍ ຈໍາກັດຜູ້ດຽວ (Bigblue) ແລະ ບໍລິສັດ ຊີພີອອລ (CPALL) ຈໍາກັດ ມະຫາຊົນ ຕາງໜ້າໂດຍທ່ານ ນາງ ນັດທະອອນ ມະຫິດຖິກຸນ ຜູ້ອໍານວຍການໃຫຍ່ ບໍລິສັດ ຟ້າໃຫຍ່ມີເດຍ ຈໍາກັດ ຜູ້ດຽວ ໄດ້ນໍາກະຕ່າຂອງຂວັນມາອວຍພອນໜັງສືພິມວຽງຈັນໃໝ່ ເນື່ອງໃນໂອກາດສົ່ງທ້າຍປີເກົ່າ ພສ 2564 ແລະ ຕ້ອນຮັບປີໃໝ່ ພສ 2565 ວັນທີ 15 ທັນວາ 2021 ທີ່ສໍານັກງານໜັງສືພິມວຽງຈັນໃໝ່ ຕາງໜ້າຮັບຂອງທ່ານນາງ ແກ້ວຊ້ອນ ຈັນທະນາມ ບັນນາທິການໜັງສືພິມວຽງຈັນໃໝ່.

    ໂອກາດນີ້ ທ່ານ ນາງ ແກ້ວຊ້ອນ ຈັນທະນາມ ໄດ້ສະແດງຄວາມຂອບໃຈຕໍ່ທ່ານ ນາງ ນັດທະອອນ ມະຫິດຖິກຸນ ທີ່ໄດ້ຕາງໜ້າໃຫ້ທັງສອງບໍລິສັດມາອວຍພອນໜັງສືພິມວຽງຈັນໃໝ່ ເຊິ່ງໄລຍະຜ່ານມາ ທັງສອງບໍລິສັດແມ່ນໄດ້ໃຫ້ການສະໜັບສະໜູນໜັງສືພິມວຽງຈັນໃໝ່ຕະຫຼອດມາ ແລະ ຫວັງວ່າຈະໄດ້ຮັບການສະໜັບສະໜູນຕື່ມອີກໃນຕໍ່ໜ້າ ພ້ອມນັ້ນ ຍັງອວຍພອນໃຫ້ຜູ້ອໍານວຍການ ຕະຫຼອດຮອດພະນັກງານພາຍໃນທັງສອງບໍລິສັດຈົ່ງມີສຸຂະພາບເຂັ້ມແຂງ ມີພາລານາໄມສົມບູນ ທຸລະກິດຈະເລີນກ້າວໜ້າ ແລະ ປະສົບຜົນສໍາເລັດສົມປາຖະໜາທຸກປະການ.

# ຂ່າວ – ພາບ : ຂັນທະວີ

error: Content is protected !!