​ ອົງການກວດສອບປະຈຳພາກກາງ ສາມາດດຳເນີນການກວດສອບຢູ່ ນວ ສຳເລັດຈຳນວນ 8 ເປົ້າໝາຍ

     ທ່ານ ຄຳມອນ ບົວພັນ ປະທານອົງການກວດສອບປະຈຳພາກກາງ ໄດ້ລາຍງານຕໍ່ກັບການຈັດຕັ້ງປະຕິບັດແຜນເຄື່ອນໄຫວ ວຽກງານຂອງອົງການກວດສອບປະຈຳພາກກາງ ປະຈຳປີ 2021 ທິດທາງແຜນການເຄື່ອນໄຫວປະຈຳປີ 2022 ແລະ ບົດລາຍ ງານຜົນການກວດສອບບົດສະຫຼຸບຂາກຕົວງົບປະມານແຫ່ງລັດ ປະຈຳປີ 2020 ເອກະສາລາຍງານການເງິນ ວິສາຫະກິດລັດລົງ ທຶນ ປະຈຳປີ 2019 ຂອງນະຄອນ ຫຼວງວຽງຈັນ ຕໍ່ວາລະຊອງການດຳເນີນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາປະຊາ ຊົນນະຄອນຫຼວງວຽງຈັນ ຊຸດທີ II ໃນວັນທີ 14 ທັນວາ 2021 ເຊິ່ງທ່ານຍົກໃຫ້ເຫັນການຈັດຕັ້ງວຽກງານຈຸດສຸມຂອງອົງການ ກວດສອບປະຈຳພາກກາງ ໄດ້ເຄື່ອນໄຫວຕາມມະຕິກອງປະຊຸມສະພາປະຊາຊົນແຂວງ ສະ ບັບເລກທີ 004/ສປນວ ລົງວັນທີ 21 ມັງກອນ 2021 ໂດຍປະຕິບັດ 6 ທິດທາງລວມ 6 ຄາດໝາຍສູ້ຊົນ ແລະ 6 ແຜນວຽກຈຸດສຸມທີ່ອົງການກວດສອບແຫ່ງລັດ ກຳນົກໄວ້ ເຊິ່ງຕິດພັນກັບສິດ ແລະ ພາລະບົດບາດ ຂອງອົງການກວດສອບປະຈຳພາກກາງ ເປັນຕົ້ນ ວຽກງານພັດທະນາ ແລະ ປັບປຸງກົງຈັກການຈັດຕັ້ງ ວຽກງານສ້າງ ປັບປຸງ ແລະ ໂຄສະນາເຜີຍແຜ່ນິຕິກຳ ວຽກງານພັດທະນາດ້ານບຸກຄະລາກອນ ວຽກ ງານພັດທະນາພື້ນຖານໂຄງລ່າງ ແລະ ຫັນເປັນທັນສະໄໝ ວຽກງານຊຸກຍູ້ແກ້ໄຂຜົນການກວດສອບ ແລະ ດ້ານວຽກງານວິຊາສະ ເພາະ.

    ສຳລັບວຽກງານວິຊາສະເພາະ ໃນປີ 2021 ອົງການກວດສອບປະຈຳພາກກາງ ສາມາດດຳເນີນການກວດສອບຢູ່ ນວ ສຳເລັດຈຳນວນ 8 ເປົ້າໝາຍ ຄື: ພະແນກການເງິນ ໂຍທາທິການ ແລະ ຂົນສົ່ງ ພະ ລັງງານ ແລະ ບໍແຮ່ ແຜນການ ແລະ ການລົງທຶນ ຄັງເງິນແຫ່ງຊາດປະຈຳ ນວ ພະແນກຊັບພະຍາກອນ ທຳມະຊາດ ແລະ ສິ່ງແວດລ້ອມ ຫ້ອງການຄຸ້ມຄອງ ແລະ ບໍລິຫານຕົວເມືອງວຽງຈັນ ສຳເລັດຮ່າງບົດແຈ້ງຜົນການກວດສອບ ນວ ນຳສົ່ງໃຫ້ກົມຮັບປະກັນຄຸນນະພາບຜົນການກວດສອບ ອົງການກວດສອບແຫ່ງລັດ ສຳເລັດການສັງລວມຂໍ້ມູນຜົນການແກ້ໄຂການກວດສອບ 5 ປີ (2015-2019) ຂອງ ນວ ນຳສົ່ງໃຫ້ ກົມຮັບປະກັນຄຸນນະພາບຜົນການກວດສອບ ອົງການກວດສອບແຫ່ງລັດ ສຳເລັດການສັງລວມຂໍ້ມູນຜົນ ການແກ້ໄຂການກວດ ສອບບົດສະຫຼຸບຂາດໂຕ ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດປະຈຳປີ 2019 ໃຫ້ອົງການກວດກາລັດປະຈຳແຂວງ-ນວ.

    ສຳລັບທິດທາງລວມ ເອົາໃຈໃສ່ຍົກສູງຄຸນນະພາບຂອງການປະຕິບັດພາລະບົດບາດ ແລະ ໜ້າທີ່ໄດ້ຮັບການມອບໝາຍຈາກ ອົງການກວດສອບແຫ່ງລັດ ສ້າງການຫັນປ່ຽນຢ່າງແຂງແຮງ ແລະ ເລິກເຊິ່ງໃນວຽກງານພະນັກງານ ແລະ ການພັດທະນາບຸ ຄະລາກອນ ວຽກງານຍົກສູງຄຸນນະພາບການກວດສອບ ແລະ ວຽກງານແກ້ໄຂຜົນການກວດສອບ ຄົ້ນຄວ້າວາງແຜນປັບປຸງພື້ນ ຖານໂຄງລ່າງ ແລະ ຫັນເປັນທັນສະໄໝໃນວຽກງານບໍລິຫານຄຸ້ມຄອງ ແລະ ເຄື່ອນໄຫວກວດສອບໃຫ້ແທດເໝາະກັບຄວາມອາດ ສາມາດຕົວຈິງ ປັບປຸງການເຄື່ອນໄຫວວຽກງານສົ່ງເສີມການປະສານງານກັບສະພາປະຊາຊົນຂັ້ນທ້ອງຖິ່ນ ແລະ ອົງ ການກວດກາແຫ່ງລັດ ຂັ້ນທ້ອງຖິ່ນຢ່າງມີຈຸດສຸມ ແລະ ແທດເໝາະກັບທ່າອ່ຽງການຮ່ວມມືໃນສະພາບການ ແລະ ເງື່ອນໄຂໃໝ່.

# ຂ່າວ – ພາບ : ບຸນມີ

error: Content is protected !!