ຄະນະຮັບຜິດຊອບກະກຽມຄວາມພ້ອມແຜນເປີດປະເທດເພື່ອຕ້ອນຮັບນັກທ່ອງທ່ຽວ

    ກອງປະຊຸມຄະນະຮັບຜິດຊອບກະກຽມແຜນເປີດປະເທດເພື່ອຕ້ອນຮັບນັກທ່ອງທ່ຽວ ຈັດຂຶ້ນວັນທີ 15 ທັນວາ 2021 ທີ່ໂຮງແຮມແລນມາກ ເປັນປະທານຂອງທ່ານ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີ ມີທ່ານ ນາງ ສວນສະຫວັນ ວິຍາເກດ ລັດຖະມົນຕີກະຊວງຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ພ້ອມດ້ວຍບັນດາລັດຖະມົນຕີ ຫົວໜ້າກົມ ຜູ້ຕາງໜ້າຈາກບັນດາຂະແໜງການ ແລະ ພາກທຸລະກິດເຂົ້າຮ່ວມກັບທີ່ ແລະ ແບບອອນລາຍ. 

    ທ່ານ ກິແກ້ວ ໄຂຄໍາພິທູນ ກ່າວວ່າ: ປັດຈຸບັນ ເຖິງວ່າສະພາບການລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ຍັງບໍ່ມີທ່າອ່ຽງຫຼຸດລົງ ຫຼື ໝົດສິ້ນໄປ ແຕ່ພວກເຮົາບໍ່ໄດ້ລົດລະຄວາມພະຍາຍາມທີ່ຈະສືບຕໍ່ຟື້ນຟູການທ່ອງທ່ຽວຢ່າງຕໍ່ເນື່ອງ ໂດຍອີງໃສ່ຂໍ້ຕົກລົງຂອງທ່ານນາຍົກສະບັບເລກທີ 135/ນຍ ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບການກະກຽມເປີດປະເທດ ເພື່ອຕ້ອນຮັບນັກທ່ອງທ່ຽວ ຈຶ່ງໄດ້ຈັດກອງປະຊຸມດັ່ງກ່າວຂຶ້ນ ເຊິ່ງໄດ້ຮັບຟັງການລາຍງານຄວາມຄືບໜ້າຂອງບັນດາຂະແໜງການທັງພາກລັດ ແລະ ພາກທຸລະກິດ ໃນການກະກຽມຄວາມພ້ອມເປີດປະເທດເພື່ອຕ້ອນຮັບນັກທ່ອງທ່ຽວເຂົ້າມາ ສປປ ລາວ ພ້ອມນັ້ນ ຍັງໄດ້ຮ່ວມກັນກຳນົດບັນດານິຕິກຳ ລວມໄປເຖິງການກຳນົດລາຍລະອຽດບັນດາຂັ້ນຕອນໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ເພື່ອສ້າງຄວາມເຊື່ອໝັ້ນໃຫ້ແກ່ນັກທ່ອງທ່ຽວທີ່ຈະເຂົ້າມາ ຕໍ່ກັບບັນດາມາດຕາການຮັກສາຄວາມປອດໄພຂອງ ສປປ ລາວ ເຊິ່ງເປັນປັດໄຈສຳຄັນຕົ້ນຕໍໃນການດຶງດູດນັກທ່ອງທ່ຽວເຂົ້າປະເທດໃນສະພາບທີ່ມີການແຜ່ລະບາດຂອງພະຍາດໂຄວິດ-19 . 

    ເຖິງວ່າການເປີດປະເທດເພື່ອຕ້ອນຮັບນັກທ່ອງທ່ຽວຈະພົບຄວາມຫຍຸ້ງຍາກ ແຕ່ພາຍໃຕ້ການນຳພາຂອງພັກ-ລັດຖະບານ ທຸກຂະແໜງການທັງພາກລັດ ແລະ ພາກທຸລະກິດຕ້ອງມີຄວາມຮັບຜິດຊອບຮ່ວມກັນ ໃນການກຳນົດບັນດານິຕິກໍາຕ່າງໆເພື່ອຮອງຮັບເປີດປະເທດຕ້ອນຮັບນັກທ່ອງທ່ຽວ ຈະຕ້ອງມີການປະສານງານທີ່ລະອຽດອ່ອງໄວ ມີແຜນຮອງຮັບທີ່ມີຄວາມເປັນເອກະພາບ ມີການກະກຽມຄວາມພ້ອມໃນການອຳນວຍຄວາມສະດວກ ມີການກໍານົດເປັນໄລຍະເວລາ ກຳນົດເປັນເຂດໃຫ້ສອດຄ່ອງກັບສະພາບຄວາມເປັນຈິງ. 

    ສຳລັບການເປີດປະເທດເພື່ອຕ້ອນຮັບນັກທ່ອງທ່ຽວ ຈະໄດ້ມີການພິຈາລະນາລະອຽດຕາມສະພາບຕົວຈິງ ໂດຍເລີ່ມຈາກບັນດາແຂວງທີ່ມີທ່າແຮງດ້ານການທ່ອງທ່ຽວ ແລະ ໄດ້ກຳນົດເຂົ້າໃນເຂດການທ່ອງທ່ຽວສີຂຽວກ່ອນ ແຕ່ໃນປັດຈຸບັນ ບັນດາແຂວງເຫຼົ່ານັ້ນສ່ວນຫຼາຍ ມີສະພາບການລະບາດຂອງພະຍາດໂດວິດ-19 ໃນລະດັບຕົ້ນໆຂອງປະເທດເຊັ່ນ: ນະຄອນຫຼວງວຽງຈັນ ຫຼວງພະບາງ ແຂວງວຽງຈັນ (ວັງວຽງ) ຈຳປາສັກ ເຊິ່ງຕ້ອງໄດ້ຄົ້ນຄ້ວາມາດຕາການປ້ອງກັນ ແລະ ແກ້ໄຂໃຫ້ສອດຄ່ອງກັບຄວາມເປັນຈິງຂອງແຕ່ລະແຂວງ ໂດຍຈະເປີດເປັນບາງຈຸດຕ້ອງກຳນົດວ່າຈະເປີດໃນຈຸດໃໝ່ກ່ອນ ນັກທ່ອງທ່ຽວມາກໍ່ຕ້ອງໄປຕາມລາຍການທີ່ກຳນົດ ນຳໃຊ້ການບໍລິການໂຮງແຮມ ຮ້ານອາຫານ ແລະ ສະຖານທີ່ທ່ອງທ່ຽວຕາມທີ່ໄດ້ກຳນົດໃນລາຍການເທົ່ານັ້ນ ພາກສ່ວນກ່ຽວຂ້ອງຕ້ອງສົມທົບກັບພາກທຸລະກິດກະກຽມຄວາມພ້ອມດ້ວຍຄວາມຮັບຜິດຊອບ ແລະ ເປັນເຈົ້າການໃນການໂຄສະນາສື່ສານໃຫ້ນັກທ່ອງທ່ຽວຮັບຊາບລາຍລະອຽດກ່ອນຈະເຂົ້າມາທ່ອງທ່ຽວເປັນຕົ້ນ ຂັ້ນຕອນການຂໍອະນຸຍາດວິຊາ ຂັ້ນຕອນເຂົ້າເຖິງຂໍ້ມູນແນະນຳໂຄສະນາ ສັນຍະລັກຕ່າງໆຄວນມີການກະກຽມໃນສະຖານທີ່ບໍລິການຕ່າງໆ ແລະ ຂັ້ນຕອນການອໍານວຍຄວາມສະດວກຕ່າງໆຕ້ອງແຈ້ງລ່ວງໜ້າໃຫ້ນັກທ່ອງທ່ຽວຮັບຊາບກ່ອນເຂົ້າປະເທດ ແນໃສ່ສ້າງຄວາມເຊື່ອໝັ້ນຕໍ່ນັກທ່ອງທ່ຽວທັງພາຍ ແລະ ຕ່າງປະເທດ ໂດຍສະເພາະການປະຕິບັດມາດຕາການປ້ອງກັນການແຜ່ລະບາດຂອງພະຍາດໂດວິດ-19 ສະເໜີໃຫ້ຂະແໜງການທີ່ກ່ຽວຂ້ອງສຸມໃສ່ການສັກຢາປ້ອງກັນພະຍາດໂຄວິດ-19 ໃຫ້ປະຊາຊົນ ແລະ ຜູ້ປະກອບການບໍລິການທ່ອງທ່ຽວໃຫ້ຄົບຕາມກຳນົດ.

.

# ຂ່າວ – ພາບ : ຂັນທະວີ 

error: Content is protected !!