ຜູ້ເສຍຊິວິດຈາກໂຄວິດ-19 ສ່ວນຫຼາຍແມ່ນຜູ້ມີພະຍາດປະຈຳຕົວ ແລະ ຜູ້ສູງອາຍຸ

    ອີງຕາມການຖະແຫຼງຂ່າວຂອງທ່ານ ດຣ ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ປະຈຳວັນທີ 15 ທັນວາ 2021 ໃຫ້ຮູ້ວ່າ  ການລະບາດຂອງພະຍາດໂຄວິດ-19 ຍັງເພີ່ມຂຶ້ນຢ່າງຕໍ່ເນື່ອງ ແລະ ມີຜູ້ເສຍຊີວິດໃໝ່ໃນແຕ່ລະວັນ ເຊິ່ງຜູ້ເສຍຊີວິດສ່ວນໃຫຍ່ແມ່ນຜູ້ມີພະຍາດປະຈຳຕົວ ແລະ ຜູ້ສູງອາຍຸ. 

    ລາຍລະອຽດຂອງຜູ້ເສຍເສຍຊີວິດໃໝ່ 6 ຄົນຄື 

  1. ເພດຊາຍ ອາຍຸ 50 ປີ ບ້ານພະທາວ ເມືອງທຸລະຄົມ ແຂວງວຽງຈັນ ເປັນຄົນມີສຸຂະພາບແຂງແຮງດີ ບໍ່ໄດ້ຮັບການສັກວັກຊິນປ້ອງກັນໂຄວິດ-19 
  2. ເພດຊາຍ 56 ປີ ບ້ານລາດຊະວົງໄຊ ນະຄອນໄກສອນ ແຂວງສະຫວັນນະເຂດ (ນັບເປັນຄົນແຂວງວຽງຈັນ) ພະຍາດປະຈໍາຕົວ ເບົາຫວານ ແລະ ຄວາມດັນເລືອດສູງ ໄດ້ຮັບການສັກວັກຊິນປ້ອງກັນໂຄວິດ-19 ຄົບ 
  3. ເພດຍິງ ອາຍຸ 70 ປີ ບ້ານ ໂພນໝີໄຕ້ ເມືອງວຽງຄຳ ແຂວງວຽງຈັນ ພະຍາດປະຈຳຕົວ ຫືດ ແລະ ພະຍາດປອດອຸດຕັນຊ້ຳເຮື້ອ ໄດ້ຮັບການສັກວັກຊິນປ້ອງກັນໂຄວິດ-19 ຄົບ 
  4. ເພດຍິງ ອາຍຸ 38 ປີ ບ້ານດອນກອຍ ເມືອງ ສີສັດຕະນາກ ນວ ພະຍາດປະຈໍາຕົວເບົາຫວານໄດ້ຮັບການສັກວັກຊິນປ້ອງກັນໂຄວິດ-19 ຄົບ 
  5. ເພດຍິງ ອາຍຸ 56 ປີ ບ້ານ ໂພນເງິນ, ເມືອງຫາດຊາຍຟອງ ນວ 

6  ເພດຊາຍ ອາຍຸ 86 ປີ ບ້ານໂພນໄຊ ເມືອງໄຊທານີ ນວ.

# ຂ່າວ – ພາບ : ອົ່ນ ໄຟສົມທອງ

error: Content is protected !!